ເປີດທາມລາຍ ຜູ້ຕິດເຊື້ອໃໝ່ 2 ຄົນ ທີ່ແຂວງໄຊຍະບູລີ

472

ຈາກການລາຍງານຂອງຄະນະສະເພາະກິດ ໃນວັນທີ 28 ກໍລະກົດ ເຫັນວ່າຈຳນວນຂອງຜູ້ຕິດເຊື້ອແມ່ນຍັງຂະຫຍາຍເປັນວົງກວ້າງ ແລະ ກໍລະນີ ຕິດຈາກແຮງງານໃນແຕ່ລະວັນ ກໍ່ເຫັນວ່າມີຈຳນວນຫຼວງຫຼາຍ, ເປັນພາລະອັນໜັກໜ່ວງພໍສົມຄວນສຳລັບແພດໝໍ ແລະພະຍາບານ ນອກນີ້ຍັງມີການຕິດເຊື້ອຈາກຊຸມຊົນຕື່ມ.


ສຳລັບແຮງງານທີ່ກັບຄືນບ້ານເກີດເມືອງນອນ ຄະນະສະເພາະກິດທຸກຂັ້ນແມ່ນໄດ້ນຳໄປຈຳກັດບໍລິເວນທັງໝົດຈົນຄົບ 14 ວັນ ແຕ່ທີ່ໜ້າງເປັນຫ່ວງຜ່ານມາມີບາງກໍລະນີທີ່ກັກຄົບ 14 ວັນກັບບ້ານແລ້ວຍັງພົບວ່າຕິດເຊື້ອອີກ ໃນນັ້ນລວມທັງ 2 ກໍລະນີຈາກແຂວງໄຊຍະບູລີ.


2 ກໍລະນີທີ່ຕິດເຊື້ອໃໝ່ນີ້ພາຍຫຼັງກັບມາຮອດລາວໄດ້ເຂົ້າ ຈຳກັດບໍລິເວນຢູ່ສູນຫຼັກ 27 ນະຄອນຫຼວງວຽງຈັນ ແລະ ມີການກວດຫາເຊື້ອພະຍາດໂຄວິດ-19 ເຖິງ 2 ຄັ້ງ ແຕ່ບໍ່ພົບເຊື້ອຈິ່ງອະນຸຍາດໃຫ້ອອກຈາກສູກຈຳກັດບໍລິເວນ ແລະກວດພົບເຊື້ອຕາມພາຍຫຼັງ ເຮົາມາເບິ່ງທາມລາຍນຳກັນ.


ເຊິ່ງສອງຜູ້ຕິດເຊື້ອໃໝ່ໃນແຂວງໄຊຍະບູລີທັງສອງແມ່ນເປັນ ຜົວ-ເມຍກັນ, ວັນທີ 25 ກໍລະກົດ ທັງສອງໄດ້ເດີນທາງອອກຈາກນະຄອນຫຼວງວຽງຈັນ ໂດຍລົດຕູ້ ( ລົດເໝົາ ), ມີຜູ້ໂດຍສານທັງໝົດ 12 ຄົນ ປະກອບດ້ວຍ: ເມືອງແກ່ນທ້າວ 2 ຄົນ(ບ້ານຫ້ວຍເລິກ) ເມືອງປາກລາຍ 1 ຄົນ (ບ້ານ ຫ້ວຍມົດສົ້ມ) ເມືອງ ພຽງ 7 ຄົນ( ບ້ານນາບວມ 4 ຄົນ, ດົງຫຼວງ 1 ຄົນ ແລະ ບ້ານກາງ 2 ຄົນ) ແລະ ເມືອງ ໄຊຍະບູລີ 2 ຄົນ ຜ່ານຂົວຂ້າມນ້ຳຂອງ ໂດຍມີເຈົ້າໜ້າທີ່ ກວດກາປະຈຳດ່ານ 8 ຄົນ.
ວັນທີ 26 ກໍລະກົດ ຜູ້ກ່ຽວໄປຫ້ອງການບ້ານ ເພື່ອແຈ້ງເອກະສານ ທີ່ບ້ານ ນາຍາວ ໂດຍມີຜູ້ສຳຜັດ 2 ຄົນ, ຈາກນັ້ນໄປ ຈອດຢາງລົດທີ່ ບ້ານ ນາໄຮ ມີຜູ້ສຳຜັດ 1 ຄົນ, ໄປທະນາຄານ ພົງສະຫວັນ ( ປ່ອງບໍລິການທີ 3) ມີຜູ້ສຳພັດ 1 ຄົນ, ຈາກນັ້ນໄປຕະຫຼາດ ບ້ານ ສີມຸງຄຸນ ເມືອງໄຊຍະບູລີ ມີຜູ້ສຳຜັດ2 ຄົນ.


ຕອນຄ່ຳຂອງວັນດຽວກັນຜູ້ກ່ຽວໄດ້ໄປກິນເຂົ້າຮ່ວມກັບໝູ່ເພື່ອນ ແລະ ຍາດພີ່ນ້ອງ ມີຈຳນວນ 21 ຄົນ, ຫຼັງຈາກກັບເຮືອນ ຜູ້ເປັນຜົວມີອາການໄຂ້, ໄອ, ເຈັບຫົວ, ອິດເມື່ອຍ, ປວດຕາມຕົນໂຕ ແລະ ມີການກວດອຸນຫະພູມແຕ່ຍັງປົກກະຕິ.
ວັນທີ 27 ກໍລະກົດ ໄດ້ໄປເກັບຕົວຢ່າງ ເພື່ອເຮັດການວິເຄາະ ແລະ ຜົນອອກມາເປັນບວກທັງ 2 ຄົນ ແລະ ປັດຈຸບັນ ແມ່ນເຂົ້າຮັບການປິ່ນປົວທີ່ ໂຮງໝໍແຂວງ ສ່ວນອາການ ແມ່ນຍັງປົກກະຕິດີ.