ຮູ້ກ່ອນໃຜ! ສະຖານີລົດໄຟລາວ-ຈີນ 10 ສະຖານີນີ້ຈະເລີ່ມໃຫ້ບໍລິການກ່ອນ

666

ພ້ອມແລ້ວບໍ່….ກັບສິ່ງໃໝ່ທີ່ຈະເກີດຂຶ້ນໃນ ສປປ ລາວ ກັບການເປີດນຳໃຊ້ສະຖານນີລົດໄຟລາວ-ຈີນ ເປັນຄັ້ງທຳອິດ ທີ່ມີເຖິງ 11 ແຫ່ງ ແຕ່ຈະເປີດໃຫ້ບໍລິການກ່ອນ 10 ແຫ່ງ ພ້ອມຮ້ານຄ້າຕ່າງໆ ທີ່ມີໃຫ້ສຳລັບຜູ້ທີ່ຈະມາໃຊ້ບໍລິການຢ່າງເຕັມຮູບແບບ ເຊິ່ງຖືວ່າເປັນປະກົດການໃໝ່ທີ່ຈະເກີດຂຶ້ນໃນໝໍ່ໆນີ້.


ຕາມຂໍ້ມູນຫຼ້າສຸດກ່ຽວກັບທາງລົດໄຟ ລາວ-ຈີນໃຫ້ຮູ້ວ່າ: ຕະຫຼອດເສັ້ນທາງລົດໄຟລາວ-ຈີນແມ່ນແມ່ນມີສະຖານີຂຶ້ນ-ລົງ 11 ແຫ່ງ ແຕ່ໃນນີ້ຈະເປີດນຳໃຊ້ກ່ອນ 10 ແຫ່ງ ເນື່ອງຈາກມີຄວາມພ້ອມໃນທຸກດ້ານ ແລະ ເປັນການຕົກລົງຂອງທຸກຝ່າຍ ເຊິ່ງປະກອບມີ: ສະຖານີບໍ່ເຕັນ, ສະຖານີນາເຕີຍ, ສະຖານີນາໝໍ້, ສະຖານີເມືອງໄຊ, ສະຖານີເມືອງງາ, ສະຖານີຫຼວງພະບາງ, ສະຖານີວັງວຽງ, ສະຖານີກາສີ, ສະຖານີໂພນໂຮງ ແລະ ສະຖານີນະຄອນຫຼວງວຽງຈັນ.


ໃນນັ້ນ, ສະຖານີທີ່ໃຫຍ່ທີ່ສຸດແມ່ນສະຖານີນະຄອນຫຼວງວຽງຈັນ, ສະຖານີຫຼວງພະບາງ, ສະຖານີບໍ່ເຕັນ, ສະຖານີວັງວຽງ ແລະ ສະຖານີເມືອງໄຊ…ນອກຈາກນີ້ ຍັງກຳນົດເອົາ 4 ສະຖານີທີ່ຈະໃຊ້ໃນການຂົນສົ່ງຜູ້ໂດຍສານພຽງຢ່າງດຽວແມ່ນ: ສະຖານີບໍ່ເຕັນ, ສະຖານີນາໝໍ້, ສະຖານີເມືອງງາ ແລະ ສະຖານີນະຄອນຫຼວງວຽງຈັນ.


ສ່ວນສະຖານີທີ່ບໍ່ໄດ້ກ່າວ ແມ່ນຈະເປັນທັງສະຖານີຂົນສົ່ງໂດຍສານ ແລະ ຂົນສົ່ງສິນຄ້າ ໄປພ້ອມໆກັນ ໂດຍອີງຕາມສະພາບຈຸດພິເສດໃນປະເທດເຮົາ.
ສຳລັບການກໍ່ສ້າງອາຄານສະຖານີຂອງທາງລົດໄຟແມ່ນຈະມີຮູບຊົງປະສົມປະສານລະຫວ່າງວັດທະນະທຳ ແລະ ສະຖາປັດຕະຍະກຳຂອງລາວ ແລະ ຈີນ ໂດຍໃນໂຕອາຄານສະຖານີນອກຈາກຈະເປັນບ່ອນຂາຍປີ້ ແລະ ລໍຖ້າຂື້ນລົດໄຟແລ້ວຍັງມີຮ້ານເຄື່ອງດື່ມ, ຮ້ານສະດວກຊື້ ແລະ ສິ່ງອຳນວຍຄວາມສະດວກຕ່າງໆໄວ້ຄອຍໃຫ້ບໍລິການຜູ້ໂດຍສານໃນທຸກສະຖານີ.