ບານເຕະຍິງ ໂອແລມປິກ 2020 ໄດ້ແລ້ວ 8 ທີມສຸດທ້າຍ ນໍາໂດຍເຈົ້າພາບ ແຂ່ງຂັນ 30 ກໍລະກົດນີ້

838
Japan's Mana Iwabuchi, left, attempts to score a goal against Chile during a women's soccer match at the 2020 Summer Olympics, Tuesday, July 27, 2021, in Rifu, Japan. (AP Photo/Andre Penner)

ການແຂ່ງຂັນບານເຕະຍິງໃນງານມະຫາກໍາໂອແລມປິກ 2020 ຮອບແບ່ງກຸ່ມນັດສຸດທ້າຍສໍາເລັດຢ່າງເປັນທາງການເມື່ອວັນທີ 27 ກໍລະກົດ 2021 ໂດຍຄູ່ທີ່ໜ້າສົນໃຈຂອງ E ທີມຊາດຍີ່ປຸ່ນ ເຈົ້າພາບ ທີມອັນດັບ 3 ຈາກການມີ 1 ຄະແນນພົບກັບ ຊິເລ ບໍ່ມີຈັກຄະແນນ.

ປາກົດວ່າ: ທີມບານເຕະຍິງຂອງ ຍີ່ປຸ່ນ ໄດ້ປະຕູໄຊນາທີໆ 77 ຈາກຈັງຫວະທີ່ ມານະ ອິວາບູຊີ ສົ່ງບານທະລຸຊ່ອງໃຫ້ກັບ ທິນະ ທານະກະ ດຸດດ່ຽວຍິງເຂົ້າໄປໂລ່ງໆເຮັດໃຫ້ ຍີ່ປຸ່ນ ເກັບເພີ່ມເປັນ 4 ຄະແນນຜ່ານເຂົ້າຮອບ 8 ທີມສຸດທ້າຍໃນຖານະທີມອັນດັບ 3 ທີ່ດີທີ່ສຸດໄປພົບກັບ ຊູແອັດ ແຊັມກຸ່ມ G.

ສໍາລັບ ຕາຕະລາງແຂ່ງຂັນຮອບ 8 ທີມສຸດທ້າຍຈະແຂ່ງຂັນວັນທີ 30 ກໍລະກົດ 2021 ມີດັ່ງນີ້:
-ການາດາ ທີມອັນດັບ 2 ກຸ່ມ E ພົບ ບຣາຊິນ ທີມອັນດັບ 2 ກຸ່ມ F ເວລາ 15:00 ໂມງ
-ສະຫະຣາຊາອານາຈັກ ແຊັມກຸ່ມ E ພົບ ອົດສະຕຣາລີ ທີມອັນດັບ 3 ກຸ່ມ G ເວລາ 16:00 ໂມງ

-ຊູແອັດ ແຊັມກຸ່ມ G ພົບ ຍີ່ປຸ່ນ ທີມອັນດັບ 3 ກຸ່ມ E ເວລາ 17:00 ໂມງ
-ໂຮນລັງ ແຊັມກຸ່ມ F ພົບ ສະຫະລັດອາເມຣິກາ ທີມອັນດັບ 2 ກຸ່ມ G ເວລາ 18:00 ໂມງ
ຮູບຈາກ: AP