ກອງປະຊຸມສະໄໝວິສາມັນ ເທື່ອທີ 1ຂອງສະພາແຫ່ງຊາດ ຊຸດທີ IX ຈະໄຂຂຶ້ນ ແຕ່ວັນທີ 5 ຫາ 10 ສິງຫາ 2021 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ

1197

ໃນຕອນບ່າຍວັນທີ 28 ກໍລະກົດ 2021 ທີ່ສະພາແຫ່ງຊາດນະຄອນຫລວງວຽງຈັນ, ທ່ານ ນາງ ປິ່ງຄຳ ລາຊະສິມມາ ກຳມະການຄະນະປະຈຳ, ຄະນະເລຂາທິການສະພາແຫ່ງຊາດ ຖະແຫລງຂ່າວຕໍ່ສື່ມວນຊົນ ກ່ຽວກັບການດໍາເນີນກອງປະຊຸມສະໄໝວິສາມັນເທື່ອທີ 1ຂອງສະພາແຫ່ງຊາດ ຊຸດທີ IXວ່າ:ກອງປະຊຸມສະໄໝວິສາມັນ ເທື່ອທີ 1ຂອງສະພາແຫ່ງຊາດ ຊຸດທີ IX ຈະໄຂຂຶ້ນໃນຕອນເຊົ້າວັນພະຫັດ ວັນທີ 5 ສິງຫາ 2021 ແລະຈະດໍາເນີນໄປເຖິງວັນອັງຄານ ວັນທີ 10 ສິງຫາ 2021 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດຫລັງໃໝ່ (ທາດຫລວງ) ນະຄອນຫລວງວຽງຈັນ ເຊິ່ງຈະໃຊ້ເວລາດໍາເນີນກອງປະຊຸມທັງໝົດ 5 ວັນ (ບໍ່ລວມເອົາວັນອາທິດ).


ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ຈະໄດ້ພິຈາລະນາແລະ ຮັບຮອງເອົາບັນຫາສຳຄັນພື້ນຖານຂອງປະເທດຊາດ ດັ່ງນີ້:
1. ບົດລາຍງານຂອງລັດຖະບານກ່ຽວກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ;
2. ບົດລາຍງານຂອງລັດຖະບານກ່ຽວກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ;
3. ການປັບປຸງບາງມາດຕາຂອງກົດໝາຍ ຈໍານວນ 5 ສະບັບ ຄື:
– ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ;
– ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ;
– ກົດໝາຍວ່າດ້ວຍອາກອນລາຍໄດ້;
– ກົດໝາຍວ່າດ້ວຍອາກອນຊົມໃຊ້;
– ກົດໝາຍວ່າດ້ວຍຢາເສບຕິດ.


4. ຮັບຟັງການລາຍງານຂອງລັດຖະບານ ກ່ຽວກັບສະພາບການແຜ່ລະບາດຂອງພະຍາດອັກເສບປອດຮຸນແຮງ ຫລື ໂຄວິດ-19 ແລະ ມາດຕະການແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດດັ່ງກ່າວ;


ໃນການດໍາເນີນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີIX ນີ້ ສະພາແຫ່ງຊາດຈະຈັດພິທີມອບ-ຮັບຫໍສະພາແຫ່ງຊາດຫລັງໃໝ່ ຢ່າງເປັນທາງການ.