ຂົວຂ້າມນ້ຳຂອງກ້ອນຕື່ນ – ຫ້ວຍແກ້ວລ້າຊ້າກວ່າແຜນ ຮອດປະຈຸບັນຄືບໜ້າ 65%

877

ໂຄງການກໍ່ສ້າງຂົວຂ້າມນ້ຳຂອງກ້ອນຕືນ – ຫ້ວຍແກ້ວ ພາຍຫຼັງໄດ້ລົງມືກໍ່ສ້າງມາແຕ່ວັນທີ 12 ຕຸລາ 2017 ຮອດປະຈຸບັນແມ່ນສຳເລັດ 65% ເຊິ່ງເປັນການລົງທຶນຂອງລັດຖະບານໂດຍກົງໃນມູນຄ່າ 180 ກວ່າຕື້ກີບ ແລະ ຮັບເໝົາກໍ່ສ້າງ ໂດຍລັດວິສາຫະກິດກໍ່ສ້າງຄົມມະນາຄົມ.


ຂົວນໍ້າຂອງ ກ້ອນຕື່ນ – ຫ້ວຍແກ້ວ ເມືອງປາກທາ ແຂວງບໍ່ແກ້ວ, ເປັນໂຄງການທີ່ນອນຢູ່ໃນເສັ້ນທາງຫຼວງຂອງແຂວງບໍ່ແກ້ວ ໝາຍເລກ 2243 ສ້າງຂຶ້ນເພື່ອເຊື່ອມຈອດລະຫວ່າງບ້ານ ກ້ອນຕື່ນ – ຫ້ວຍແກ້ວ ເມືອງປາກທາ ແຂວງບໍ່ແກ້ວ ແລະ ເຊື່ອມຈອດຕິດຊາຍແດນເມືອງຄອບ ແຂວງໄຊຍະບູລີ ເຊິ່ງເປັນເສັ້ນທາງທີ່ມີໄລຍະສັ້ນທີ່ສຸດຈາກແຂວງບໍ່ແກ້ວໄປສູ່ນະຄອນຫຼວງວຽງຈັນ ໂດຍຜ່ານແຂວງໄຊຍະບູລີ.


ທ່ານ ໄຊພອນ ພົມມະວົງ ຫົວໜ້າໜ່ວຍງານ ຂົວທາງ-ຜັງເມືອງ ແລະ ນ້ຳປະປາ ຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ທັງເປັນຮອງຫົວໜ້າໂຄງການ ຂົວຂ້າມນ້ຳຂອງ ກ້ອນຕື່ນ-ຫ້ວຍແກ້ວ ເມືອງປາກທາ ໃຫ້ຮູ້ວ່າ: ມາຮອດປັດຈຸນບັນການກໍ່ສ້າງຂົວຂ້າມນ້ຳຂອງ ກ້ອນຕື່ນ-ຫ້ວຍແກ້ວ ແມ່ນສຳເລັດການກໍ່ສ້າງເສົາຂົວທັງໝົດ 7 ເສົາຄື່: ເສົາp1, p2, p3, p4 ແລະ p6, ສຳລັບເສົາຫົວຂົວ A ແລະ B ກໍ່ສ້າງສຳເລັດ 90%, ໃນນັ້ນ ປັດຈຸບັນແມ່ນເລັ່ງໃສ່ປະກອບຂາງຂົວເຫຼັກ ຊ່ວງ 65 ແມັດ ເບື້ອງທາງກ້ອນຕື່ນ ປະກອບໄດ້ 195 ແມັດ.


ນອກຈາກນີ້ທ່ານຍັງໃຫ້ຮູ້ຕື່ມວ່າ: ຕໍ່ກັບການກໍ່ສ້າງຂົວຂ້າມນ້ຳຂອງກ້ອນຕື່ນ-ຫ້ວຍແກ້ວ ຍັງພົບບັນຫາຂໍ້ຫຍຸ້ງຍາກຫຼາຍສົມຄວນເປັນຕົ້ນກໍ່ແມ່ນ: ລະດັບນ້ຳຂອງໃນຊ່ວງຕົ້ນປີມານີ້ ຂື້ນຜິດປົກກະຕິ ເຮັດໃຫ້ການກໍ່ສ້າງພົບຄວາມຫຍຸ້ງຍາກສົມຄວນ, ສະພາບການແຜ່ລະບາດຂອງພະຍາດໂຄວິດ-19.


ຂົວ ຂ້າມນ້ຳຂອງ ກ້ອນຕື່ນ – ຫ້ວຍແກ້ວ ຕັ້ງຢູ່ເມືອງປາກທາ ແຂວງບໍ່ແກ້ວ, ເຊິງມີລວງຍາວຂອງຂົວ 505 ແມັດ, ລວງ ກ້ວາງ 12,5 ແມັດ, ຄວາມກວ້າງໜ້າຂົວ 70,40 ແມັດ, ມີທາງຍາງ 2 ເບື້ອງ, ເບື້ອງລະ 1,75 ແມັດ, ຂາງຂົວ ແມ່ນເປັນຂາງເຫຼັກ, ມີ 7 ຊ່ວງ, ຊ່ວງໜຶ່ງມີຄວາມຍາວ 65 ແມັດ, ສ່ວນຊ່ວງກາງນ້ຳມີຄວາມຍາວ 110 ແມັດ.


ຄວາມຈີງແລ້ວຕາມແຜນເບື້ອງຕົ້ນ ຂົວແຫ່ງນີ້ແມ່ນມີໄລຍະການກໍ່ສ້າງແມ່ນ 36 ເດືອນ ໂດຍເລີ່ມແຕ່ວັນທີ 12 ຕຸລາ 2017 – 12 ກັນຍາ 2020ໃຫ້ສຳເລັດ ແຕ່ເນື່ອງຈາກຄວາມຫຍຸ້ງຍາກຫຼາຍຢ່າງເຮັດໃຫ້ໜ້າວຽກຕ່າງໆຫຼ້າຊ້າ ບວກກັບການລະບາດຂອງພະຍາດໂຄວິດ-19 ຈິ່ງເຮັດໃຫ້ການກໍ່ສ້າງແກ່ຍາວໄປຕື່ມ.