ເຈົ້າເມືອງປາກທາ ລົງກວດກາຜົນເສຍຫາຍ ຈາກນ້ຳຂອງຖ້ວມຜົນຜະລິດຂອງປະຊາຊົນ

330

ທ້າຍອາທິດຜ່ານມາ ທ່ານ ສຸໄລ ດວງຜາຄຳ ເຈົ້າເມືອງປາກທາ ແຂວງບໍ່ແກ້ວ ພ້ອມດ້ວຍຄະນະ ລົງກວດກາຜົນເສຍຫາຍ ຈາກນ້ຳຂອງຂຶ້ນສູງ ຖ້ວມເນື້ອທີ່ທຳການຜະລິດ ຂອງພໍ່ແມ່ປະຊາຊົນ ລຽບຕາມແຄມແມ່ນ້ຳຂອງ ເຮັດໃຫ້ພືດລະດູຝົນ ເສຍຫາຍຫຼາຍສົມຄວນ ຈາກເຫດ ການຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ນ້ຳຂອງຂຶ້ນສູງໄວວາ ໃນລະຫວ່າງ ວັນທີ 22 – 23 ກໍລະກົດ ຜ່ານມາ ສົ່ງຜົນໃຫ້ຖ້ວມ ເນື້ອທີ່ທຳການຜະລິດຂອງພໍ່ແມ່ປະຊາຊົນ ທີ່ຢູ່ລຽບຕາມແຄມແມ່ນ້ຳຂອງໄດ້ຮັບຄວາມເສຍຫາຍ.


ທ່ານ ສຸໄລ ດວງຜາຄຳ ໄດ້ລົງກວດກາຕົວຈິງ ເຊິ່ງມີປະຊາຊົນໄດ້ຮັບຜົນກະທົບນ້ຳຂອງຂຶ້ນຖ້ວມເນື້ອທີ່ທຳການຜະລິດ ແລະ ຜົນລະປູກ ທີ່ໄດ້ຮັບຄວາມເສຍຫາຍມີ ບ້ານໃຫຍ່ປາກທາ, ບ້ານຫ້ວຍຊົວະ, ບ້ານຫ້ວຍລຳແພນ, ບ້ານຫ້ວຍໜໍ່ຂົມ, ບ້ານຫ້ວຍພະລາມ, ບ້ານຫາດສະ, ບ້ານຫາດດອນແກ້ວ, ບ້ານແກ້ງພາກ, ບ້ານຫ້ວຍແມງ, ຫາດສາກ, ບ້ານກ້ອນຕື່ນ, ບ້ານຫ້ວຍໄມ້ຊາງ, ຜົນລະປູກທີ່ໄດ້ຮັບຄວາມເສຍຫາຍປະກອບມີ ສາລີຫວານ, ສາລີແຂງ, ໝາກເດືອຍ, ເຂົ້າໄຮ່ ແລະ ສວນຫຍ້າລ້ຽງສັດ, ນອກຈາກນັ້ນ ນ້ຳຂອງຍັງຍື່ງຂຶ້ນຖ້ວມເນື້ອທີ່ນາ ຂອງປະຊາຊົນ ບ້ານປາກໂຊະ ຈຳນວນໜຶ່ງ.


ໃນໂອກາດລົງຕິດຕາມກວດ ກາຜົນເສຍຫາຍໃນຄັ້ງນີ້ ທ່ານ ເຈົ້າເມືອງປາກທາ ໄດ້ເນັ້ນໜັກໃຫ້ອຳ ນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ບ້ານປາກໂຊະ ໃຫ້ເອົາໃຈໃສ່ເຝົ້າລະວັງຕິດຕາມສະພາບນ້ຳ ຂອງ ຢ່າງເປັນປົກກະຕິ ພ້ອມທັງຍ້າຍສັດລ້ຽງ ແລະ ອຸປະກອນການຜະລິດໄປໄວ້ບ່ອນທີ່ປອດໄພ ພ້ອມທັງແນະນຳໃຫ້ປະຊາຊົນທີ່ມີຜົນລະປູກເສຍຫາຍໃນຄັ້ງນີ້ ໃຫ້ເລັ່ງເກັບກູ້ຜົນຜະລິດ ທີ່ຍັງເຫຼືອລຽບຕາມແຄມນ້ຳຂອງໂດຍໄວ ເພື່ອບໍ່ໃຫ້ເກີດຄວາມເສຍຫາຍຊ້ຳ ຖ້າຫາກເກີດມີນ້ຳຂອງຂຶ້ນສູງອີກໃນຮອບໃໝ່.

ພາບ-ຂ່າວ: ບຸນເພັງ ທຸມມະວົງ.