ຫຼຽນຄໍາປະຫວັດສາດຈາກກິລາສະເກັດບອດໃນໂອແລມປິກ ຕົກເປັນຂອງ ນັກກີລາຈາກຍີ່ປຸ່ນ

445
Yuto Horigome of Japan reacts after skating during the men's street skateboarding finals at the 2020 Summer Olympics, Sunday, July 25, 2021, in Tokyo, Japan. (AP Photo/Jae C. Hong)

ກາຍເປັນຫຼຽນຄໍາປະຫວັດສາດຈາກກີລາສະເກັດບອດ ໃນປະຫວັດສາດຂອງງານມະຫາກໍາກີລາໂອແລມປິກ ເປັນຂອງ ຢູໂຕະ ໂຮຣິໂງເມະ ນັກກີລາສະເກັດບອດຍີ່ປຸ່ນ ມື 2 ຂອງໂລກ ລົງແຂ່ງປະເພດສະຕຣີດຊາຍ ໃນການແຂ່ງຂັນໂອແລມປິກ 2020.

ດັ່ງທີ່ຮູ້ວ່າການແຂ່ງຂັນ ໂອແລມປິກ 2020 ບັນຈຸກີລາສະເກັດບອດ ເຂົ້າເປັນຄັ້ງທໍາອິດ ໂດຍຫຼຽນຄໍາທໍາອິດມີການຊີງໄຊປະເພດສະຕຣີດຊາຍ ປາກົດວ່າ: ໂຮຣິໂງເມະ ເກັບຄະແນນໄດ້ 4 ຮອບລວມກັນ 37,18 ກາຍເປັນັກກີລາຄົນທໍາອິດທີ່ຍາດໄດ້ຫຼຽນຄໍາຈາກກີລານີ້ໃນໂອແລມປິກເກມສ໌.

ສ່ວນຫຼຽນເງິນເປັນຂອງ ເຄລວິນ ຮອຟເລີ ຈາກບຣາຊິນ ມີ 36,15 ຄະແນນ ແລະ ຫຼຽນທອງ ແຈັກເກີ ອີຕັນ ຈາກສະຫະລັດອາເມຣິກາ ມີ 35,35 ຄະແນນ.
ຮູບຈາກ: AP