ທັງງາມທັງເກັ່ງ!ສາວນ້ອຍເທຄວັນໂດແອັດສະປາຍ ຄວ້າຫຼຽນເງິນໂອແລມປິກ ເສຍໃຫ້ມື 1 ໃນ 7 ວິສຸດທ້າຍ

452

ຖືເປັນຄວາມພາກພູມໃຈຢ່າງຍິ່ງຂອງປະເທດແອັດສະປາຍ ແລະ ກາຍເປັນຂວັນໃຈຂອງແຟນເທຄວັນໂດທົ່ວໂລກໄປເລີຍ ເມື່ອ ອາເດຍນາ ເຊເຣໂຊ ອິເກລເຊຍ ນັກກີລາເທຄວັນໂດສາວນ້ອຍອາຍຸພຽງ 17 ປີສ້າງປະຫວັດສາດທະລຸເຂົ້າຮອບຊີງຊະນະເລີດເທຄວັນໂດຮຸ່ນ 49 ກິໂລກຣາມຍິງ ໃນໂອແລມປິກ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ພົບກັບມື 1 ຂອງໂລກກໍຄື ພານິພັກ ວົງພັດນະກິດ ນັກກີລາຈາກໄທ.

ປາກົດວ່າ ສາວນ້ອຍຊາວແອັດສະປາຍ ສ້າງຜົນງານໂດດເດັ່ນທັງທີ່ເປັນພຽງມື 47 ຂອງໂລກທະລຸເຂົ້າຮອບຊີງຊະນະເລີດໄດ້ສໍາເລັດ ໂດຍຮອບຊີງຊະນະເລີດພົບກັບ ພານິພັກ ທີ່ເປັນມື 1 ຂອງໂລກມາຫຼາຍປີ, ແຕ່ ອິເກລເຊຍ ບໍ່ຫວັ່ນຍົກທໍາອິດຂຶ້ນນໍາ 4-2 ກ່ອນຖືກນໍາ 9-6 ໃນຍົກທີ 2 ແຕ່ຍົກສຸດທ້າຍ ສາວນ້ອຍແອັດສະປາຍ ພິກຂຶ້ນນໍາອີກຄັ້ງ 10-9 ແລະ ໄລຍະທ້າຍ ສາວມື 1 ຂອງໂລກພິກແຊງເອົາຊະນະໄປຫວຸດຫວິດໃນ 7 ວິນາທີສຸດທ້າຍ 11-10 ເຮັດໃຫ້ ພານິພັກ ຄວ້າຫຼຽນຄໍາໄປຄອງ.

ສ່ວນ ອິເກລເຊຍ ສາວນ້ອຍຈາກແອັດສະປາຍ ໄດ້ຮອງແຊັມ ( ຫຼຽນເງິນ ) ໄປຄອງໄດ້ຢ່າງສົມສັກສີ ແລະ ຫຼັງຈົບການແຂ່ງຂັນລາວນໍ້າຕາໄຫຼ ເພາະອີກກ້າວດຽວເທົ່ານັ້ນກໍຈະສ້າງປະຫວັດສາດຂຶ້ນໄປໃນຈຸດສູງສຸດຂອງ ໂອແລມປິກ. ຢ່າງໃດກໍຕາມ ເອົາໃຈຊ່ວຍຕໍ່ໄປ.

ສໍາລັບ ອາດຣຽນນາ ເຊເຣໂຊ ອິເດລເຊຍ ອາຍຸພຽງ 17 ປີຮຽນທີ່ມັດທະຍົມປາຍໃນນະຄອນຫຼວງມາດຣິດ ປະເທດແອັດສະປາຍ ເປັນແຊັມລະດັບເອີຣົບ ແລະ ເປັນນັກເທຄວັນໂດມື 1 ຂອງແອັດສະປາຍ ທີ່ອາຍຸນ້ອຍທີ່ສຸດ ແລະ ມື 47 ຂອງໂລກ ເຊິ່ງເປັນນາງແບບຂອງວາລະສານກ່ຽວກັບສຸຂະພາບນຳອີກ.