ສັນຕິສຸກ ນັກກີລາລອຍນໍ້າລາວໄດ້ຮັບກຽດຖືທຸງຊາດລາວ ລົງສວນສະໜາມພິທີເປີດ ໂອແລມປິກ ມື້ນີ້

466

ຄວາມເຄື່ອນໄຫວຫຼ້າສຸດຂອງ ທັບນັກກີລາລາວ ໃນໂອແລມປິກ 2020 ໃນວັນທີ 21 ກໍລະກົດ 2021 ໄດ້ມີການລາຍງານວ່າ: ທັບນັກກີລາລາວ ຕົກລົງເຫັນດີມອບໜ້າທີ່ໃຫ້ກັບ ສັນຕິສຸກ ອິນທະວົງ ນັກກີລາລອຍນໍ້າທີມຊາດລາວ ໃຫ້ເປັນຜູ້ຖືທຸງຊາດລາວ ນຳຂະບວນນັກກີລາລາວ ລົງສວນສະໜາມໃນເປີດງານມະຫາກໍາໂອແລມປິກ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ໃນວັນທີ 23 ກໍລະກົດ 2021.

ທ້າວ ສັນຕິສຸກ ອິນທະວົງ ນັກກີລາລາວທີ່ເຄີຍເຂົ້າໃນ ໂອແລມປິກ 2016 ທີ່ປະເທດບຣາຊິນ ເປັນເຈົ້າພາບ ສາມາດທຳລາຍສະຖິຕິຕົນເອງໄດ້ 26,54 ວິນາທີ ຫ່າງຈາກສະຖິຕິຫຼຽນຄຳ ໂອແລມປິກສາ 2016 ທີ່ເຮັດໄດ້ 21,04 ວິນາທີ. ຢ່າງໃດກໍຕາມ ໂອແລມປິກ 2020 ສັນຕິສຸກ ອິນທະວົງ ມີຄວາມພ້ອມຫຼາຍຂຶ້ນ ຫຼັງໄດ້ໄປເກັບຕົວຝຶກຊ້ອມທີ່ ສສ ຫວຽດນາມ.

ສັນຕິສຸກ ເປີດເຜີຍຜ່ານເພຈ໌ບຸກ Embassy of Japan in Laos ສະຖານທູດຍີ່ປຸ່ນປະຈໍາ ສປປ ລາວ ວ່າ: ນ້ອງໄດ້ຕິດທີມຊາດລຸ້ນເຍົາວະຊົນຕອນອາຍຸ 10 ປີຈົນຮອດປະຈຸບັນ ແມ່ນກໍາລັງຝຶກຊ້ອມ ແລະ ຮັກສາສະຖິຕິໃນປະເພດ 50-100 ແມັດ Freestyle ແລະ 50-100 ແມັດ Backstroke. ແນ່ນອນນ້ອງຮູ້ສືກດີໃຈທີ່ໃດ້ຕິດ 1 ໃນນັກກີລາທັງໝົດທີ່ໃດ້ເຂົ້າຮ່ວມ ແລະ ຕາງໜ້າປະເທດຊາດເຂົ້າຮ່ວມແຂ່ງຂັນກີລາໂອແລມປິກ2020 ທີ່ປະເທດຢີ່ປຸ່ນໃນຄັ້ງນີ້ ເຊິ່ງນ້ອງກໍຈະພະຍາມຍາມເຮັດສຸດຄວາມສາມາດ ແລະ ເຮັດໃຫ້ດີທີ່ສຸດ.

ສໍາລັບ ນັກກີລາລາວທີ່ໄດ້ສິດເຂົ້າຮ່ວມ ໂອແລມປິກ 2020 ມີ 4 ຄົນຈາກ 3 ປະເພດກີລາຄື:
1.ທ້າວ ສຸພະໄຊ ສິດທິສານ ນັກກີລາຢູໂດ ລົງແຂ່ງຂັນໃນຮຸ່ນ 60 ກິໂລ
2.ທ້າວ ສັນຕິສຸກ ອິນທະວົງ ນັກກີລາລອຍນໍ້າ 50 ແມັດ ຟຣີສະໄຕລ
3.ນາງ ສິຣິອາລົມ ບຸດຈະເລີນ ນັກກີລາລອຍນໍ້າ 50 ແມັດ ຟຣີສະໄຕລ
4.ນາງ ສິຣິນາ ພະອໍາໄພ ນັກກີລາແລ່ນ-ລານ ປະເພດແລ່ນ 100 ແມັດ

ສໍາລັບ ການແຂ່ງຂັນໂອແລມປິກ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ຈະຈັດຂຶ້ນລະຫວ່າງວັນທີ 23 ກໍລະກົດ – 8 ສິງຫາ 2021 ມີການແຂ່ງຂັນທັງໝົດ 339 ລາຍການໃນ 33 ປະເພດກີລາ, ສ່ວນປະເທດທີ່ສົ່ງນັກກີລາເຂົ້າຮ່ວມຫຼາຍທີ່ສຸດເປັນ ສະຫະລັດອາເມຣິກາ 613 ຄົນ, ອັນດັບ 2 ຍີ່ປຸ່ນ 476 ຄົນ, ອັນດັບ 3 ສປ ຈີນ 431 ຄົນ ແລະ ອັນດັບ 4 ເຢຍລະມັນ 425 ຄົນ. ຂະນະທີ່ ສປປ ລາວ ສົ່ງນັກກີລາເຂົ້າຮ່ວມ 4 ຄົນ.