ປີນີ້ເປັນປີທີ່ພ້ອມທີ່ສຸດຂອງ ສຸກພະໄຊ ລຸ້ນສ້າງປະຫວັດສາດໃນໂອແລມປິກ 2020

268

ກາຍເປັນປີທີ່ພ້ອມທີ່ສຸດສໍາລັບ ທ້າວ ສຸກພະໄຊ ສິດທິສານ ນັກກີລາຢູໂກລາວ ລຸ້ນນໍ້າໜັກ 60 ກິໂລ ໃນການແຂ່ງຂັນລະດັບງານມະຫາກໍາກີລາໂອແລມປິກ ກໍຄື ໂອແລມປິກ 2020 ຫຼື ໂຕກຽວເກມ ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເນື່ອງຈາກ ສຸກພະໄຊ ແມ່ນໄດ້ສຶກສາຕໍ່ ແລະ ຝຶກຊ້ອມກີລາຢູໂດໄປນໍາ ທີ່ປະເທດຍີ່ປຸ່ນ ເປັນໄລຍະ 4-5 ປີທີ່ຜ່ານມາ ລວມທັງປີນີ້ເປັນປີທີ 2 ທີ່ໄດ້ເຂົ້າຮ່ວມການແຂ່ງຂັນລະດັບໂອແລມປິກ.

ກ່ອນໜ້ານີ້ທີມ ຂ່າວເສດຖະກິດ-ການຄ້າ ຂອງພວກເຮົາໄດ້ຕິດຕໍ່ຫາ ສຸກພະໄຊ ສິດທິສານ ທີ່ຢູ່ໃນປະເທດຍີ່ປຸ່ນ ໂດຍລາວເປີດເຜີຍວ່າ: ສໍາລັບນ້ອງແມ່ນໄປສຶກສາ ແລະ ຝຶກຊ້ອມກີລາຢູໂດ ຢູ່ທີ່ມະຫາວິທະຍາໄລເທັນລິ ປະເທດຍີ່ປຸ່ນ ສາຂາພາສາຍີ່ປຸ່ນ ແລະ ວັດທະນະທໍາ ເປັນໄລຍະ 4 ປີເຊິ່ງຈົບໃນປີ 2020 ແລະ ປີນີ້ 2021 ນ້ອງໄດ້ຮຽນຕໍ່ເອົາໃບປະກາດຄູສອນພາສາຍີ່ປຸ່ນ ເປັນເວລາອີກ 2 ປີ, ສ່ວນເປົ້າໝາຍຂອງນ້ອງໃນວົງການກີລາຢູໂດ ກໍຫວັງລົງແຂ່ງຂັນໃນ ໂອແລມປິກ ເກມ ທີ່ປະເທດຍີ່ປຸ່ນ ໃນປີ 2020 ແຕ່ເນື່ອງຈາກ ໂຄວິດ-19 ເຮັດໃຫ້ເລື່ອນມາຈັດໃສ່ປີ 2021.

ສຸກພະໄຊ ກ່າວອີກວ່າ: ສໍາລັບປະສົບການໃນໂອແລມປິກ ນ້ອງກໍເຄີຍໄປຮ່ວມແຂ່ງຂັນໃນ ໂອແລມປິກ 2016 ທີ່ປະເທດບຣາຊິນ ເຊິ່ງຕອນນັ້ນແມ່ນຍັງບໍ່ມີຄວາມພ້ອມ ເພາະເປົ້າໝາຍຂອງນ້ອງຄື ໂອແລມປິກ 2020 ແຕ່ໂອແລມປິກ 2016 ກໍໄດ້ສອນໃຫ້ນ້ອງຮຽນຮູ້ຫຼາຍໆຢ່າງ ໂດຍສະເພາະແມ່ນເລື່ອງການກຽມພ້ອມ ແລະ ຝຶກຊ້ອມຢ່າງຍາວນານ ເພື່ອໄປສູ້ກັບນັກກີລາຕ່າງປະເທດໃນລາຍການໃຫຍ່ໆຢ່າງ ໂອແລມປິກ. ຢ່າງໃດກໍຕາມ ໄລຍະ 4 ປີທີ່ຜ່ານມານ້ອງກໍໄດ້ມີເວລາຝຶກຊ້ອມ ແລະ ທົດສອບກັບນັກກີລາທີ່ມີປະສົບການຫຼາຍຄົນ ໂດຍປັດຈຸບັນນ້ອງກໍຝຶກຊ້ອມກັບ ທີມມະຫາວິທະຍາໄລ ໃນຕອນເຊົ້າ, ສ່ວນຕອນແລງແມ່ນຈັດຕາຕະລາງຊ້ອມເອງ.

ຫຼ້າສຸດ ສຸກພະໄຊ ແມ່ນຢູ່ເດີນທາງຮອດນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ເປັນທີ່ຮຽບຮ້ອຍ ເພື່ອກຽມຄວາມພ້ອມຂັ້ນສຸດທ້າຍ ກ່ອນລົງແຂ່ງຂັນໃນວັນທີ 24 ກໍລະກົດ 2021 ໂດຍ ສຸກພະໄຊ ເປີດເຜີຍວ່າ: ເພື່ອຈະໄດ້ເຂົ້າຮວມໂອແລມປິກ ທີ່ໂຕກຽວ ນ້ອງໄດ້ຝຶກຊ້ອມຢ່າງຫນັກ ແລະ ໄດ້ອອກໄປແຂ່ງ ທີ່ຕ່າງປະເທດເກັບຄະແນນ ແລະ ສາມາດຄວ້າ ໂຄຕ້າ ເຂົ້າຮ່ວມແຂ່ງໂອແລມປິກ 2020 ແນ່່ນອນເປົ້າໝາຍໃນການແຂ່ງຂັນເທື່ອນີ້ ນ້ອງຮູ້ວ່າການທີ່ຈະເອົາຫຼຽນໃນໂອແລມປິກນີ້ແມ່ນຍາກຫຼາຍ, ແຕ່ນ້ອງກໍ່ຈະພະຍາຍາມ ເພື່ອທີ່ຢາກຈະເປັນຄົນທຳອິດ ໃນປະເທດລາວທີ່ຍາດຫຼຽນ ໃນໂອແລມປິກມາໃຫ້ໄດ້, ນ້ອງຈະພະຍາມຍາມເຮັດສຸດຄວາມສາມາດ ແລະ ເຮັດໃຫ້ດີທີ່ສຸດ.

ນັກກີລາລາວໄດ້ສິດໄປຮ່ວມ ໂອແລມປິກ 2020 ຈໍານວນ 4 ຄົນ ເຊິ່ງໃນນັ້ນມີພຽງ ສຸກພະໄຊ ທີ່ໄດ້ສິດເຂົ້າຮ່ວມດ້ວຍການເກັບຄະແນນຜ່ານລະດັບສາກົນ ແລະ ຜ່ານເຂົ້າຮອບສຸດທ້າຍໄດ້ສໍາເລັດ, ສ່ວນອີກ 3 ຄົນຄື ນາງສິລິນາ ພະອະໄພ ນັກກີລາແລ່ນ-ລານ ແລະ 2 ນັກກີລາລອຍນໍາຢ່າງ ສິຣິອາລຸນ ບຸດຈະເລີນ ກັບ ທ້າວ ສັນຕິສຸກ ອິນທະວົງ ແມ່ນໄດ້ສິດທີພິເສດເຂົ້າຮ່ວມຈາກໂອແລມປິກນາໆຊາດ ( IOC ) ໃນຖານະຊາດສະມາຊິກຂອງ ໂອແລມປິກ.

ສໍາລັບ ສຸກພະໄຊ ເກີດວັນທີ 1 ພຶດສະພາ 1996 ທີ່ບ້ານສະພານໃຕ້ ແຂວງສະຫວັນນະເຂດ ເລີ່ມຫຼິ້ນກີລາຢູໂດແຕ່ປີ 2008 ໂດຍຜົນງານໂດດເດັ່ນທີ່ສຸດຄືຍາດໄດ້ອັນດັບທີ 5 ໃນລາຍການ Asian Judo Kata Championships Hongkong 2018 ທີ່ຮົງກົງ ເຊິ່ງມີ 10 ປະເທດເຂົ້າຮ່ວມ. ນອກນັ້ນ, ສຸກພະໄຊ ຍັງເປັນນັກກີລາຢູໂດລາວ ຄົນທໍາອິດທີ່ຊະນະໃນການແຂ່ງຂັນຢູໂດຊີງແຊັມໂລກປະຈຳປີ 2019 ( WORLD JUDO CHAMPIONSHIPS SENIOR 2019 ) ທີ່ປະເທດຍີ່ປຸ່ນ ດ້ວຍການເອົາຊະນະ Alexandre Dibartolo ນັກກີລາຈາກປະເທດການາດາ ກ່ອນຕົກຮອບ 64 ຄົນສຸດທ້າຍ. ຂະນະທີ່ ລາຍການລະດັບໂອແລມປິກ ແມ່ນເຄີຍເຂົ້າຮ່ວມໂອແລມປິກ 2016 ທີ່ປະທດບຣາຊິນ ມາແລ້ວ.
ຂ່າວ: ຫຼ້າ; ຮູບ: Lao judo Federation