ເຊັນສັນຍາສຳປະທານ ໂຄງການຂຸດຄົ້ນ ຫີນອ່ອນ ມາໂບ້ ທີ່ເມືອງຄຳເກີດ

1346

ພິທີເຊັນສັນຍາ ສຳປະທານໂຄງການຂຸດຄົ້ນຫີນອ່ອນ ມາໂບ້ ( Marble ) ຢູ່ບ້ານ ທົ່ງວຽງຄໍາ ເມືອງຄໍາເກີດ ແຂວງບໍລິຄໍາໄຊ ໄດ້ຈັດຂຶ້ນໃນວັນທີ 15 ກໍລະກົດຜ່ານມາ ຢູ່ຫ້ອງປະຊຸມ ພະແນກແຜນການ ແລະ ການລົງທຶນແຂວງ.


ຕາງໜ້າໃຫ້ແກ່ອໍານາດການປົກຄອງແຂວງບໍລິຄຳໄຊ ເຊັນໂດຍ ທ່ານ ໄຊອຳພອນ ສີຫາວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນ, ຕາງໜ້າບໍລິສັດຜູ້ລົງທຶນພັດທະນາ ເຊັນໂດຍ ທ່ານ ຫູຊຽວ ຮອງອຳນວຍການບໍລິສັດ ຈີນໄທເຕີ້ຄຳເກີດມາໂບ້ ພັດທະນາບໍ່ແຮ່ ຈຳກັດ ຊ້ອງໜ້າໂດຍທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງບໍລິຄໍາໄຊ ແລະ ທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີກະຊ່ວງປ້ອງກັນປະເທດ ພ້ອມດ້ວຍການນຳຂອງແຂວງ, ຫົວໜ້າພະແນກການ, ເມືອງ ແລະ ພະນັກງານວິຊາການ ທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.


ບໍລິສັດ ແມ່ນຈຸດປະສົງຈະພັດທະນາເສດຖະກິດຂອງ ສປປ ລາວ ກໍຄືແຂວງບໍລິຄຳໄຊ ເພື່ອເປົ້າໝາຍຊຸກຍູ້ ແລະ ສົ່ງເສີມການພັດທະນາການຂຸດຄົ້ນແຮ່ທາດ ເພື່ອຈຳໜ່າຍທົ່ວໄປ ແລະ ຕ້ອງການໄດ້ຮັບຜົນປະໂຫຍດທີ່ເໝາະສົມ ຈາກການນຳໃຊ້ທ່າແຮງບົ່ມຊ້ອນພາຍໃນແຂວງ ໂດຍສະເພາະແມ່ນການນຳໃຊ້ເນື້ອທີ່ດິນ ແລະ ເງື່ອນໄຂທຳມະຊາດທີ່ເອື້ອອຳນວຍຕໍ່ການພັດທະນາການຂຸດຄົ້ນແຮ່ທາດ, ເພື່ອສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ ແລະ ສ້າງລາຍໄດ້ໃຫ້ແກ່ປະເທດຊາດ, ນອກນັ້ນ ຍັງເປັນການຖ່າຍທອດສີມືແຮງງານ ຄວາມຮູ້ ແລະ ເຕັກໂນໂລຊີ ໃຫ້ຄົນລາວ ກ່ຽວກັບການຂຸດຄົ້ນແຮ່ທາດ.


ເນື້ອທີ່ໃນການສຳປະທານ 4 ເຮັກຕາ ຄາດຄະເນການລົງທຶນຂອງໂຄງການທັງໝົດແມ່ນ 15ລ້ານໂດລາສະຫະລັດ, ແຕ່ໄລຍະເບື້ອງຕົ້ນແມ່ນ 5ລ້ານ ໂດລາສະຫະລັດ, ໄລຍະເວລາສຳປະທານແມ່ນ 10 ປີ.