ບຣາຊິນ ເລືອກ ອັລເວດ ກອງຫຼັງປະສົບການສູງເດີນທາງຮ່ວມ ໂອແລມປິກ ໃນໂຄຕານັກເຕະອາຍຸເກີນ

546

ໃນກະຕິກາຂອງບານເຕະຊາຍ ໂອແລມປິກ 2020 ກໍານົດສົ່ງລາຍຊື່ທີມລະ 22 ຄົນ ແລະ ຈະຕ້ອງເກີດຫຼັງວັນທີ 1 ວັນທີ 1 ມັງກອນ 1997, ແຕ່ກໍອະນຸຍາດໃຫ້ຊາດຕ່າງໆສາມາດໃຊ້ນັກເຕະຜູ້ຫຼິ້ນທີ່ມີອາຍຸເກີນ 23 ປີໄດ້ທີມລະ 3 ຄົນ ເຊິ່ງມື້ນີ້ເຮົາຈະໄປເບິ່ງ 3 ນັກເຕະໂກຕາອາຍຸເກີນຂອງ ບຣາຊິນ ທີ່ເປັນແຊັມເກົ່າ ຫຼັງດວນຈຸດໂທດເອົາຊະນະ ເຢຍລະມັນ 5-4 ໃນນັດຊີງຊະນະເລີດ ໂອແລມປິກ 2016 ທີ່ບຣາຊິນ.

ຫຼ້າສຸດ ທີມຊາດບຣາຊິນ ໄດ້ເດີນທາງຮອດ ປະເທດຍີ່ປຸ່ນເປັນທີ່ຮຽບຮ້ອຍແລ້ວ ນໍາໂດຍ ດານີ ອັລເວສ ກອງຫຼັງແບັກຂວາ ທີ່ມີປະສົບການສູງຈາກ ເຊົາ ເປົາໂລ ເຊິ່ງ ອັລເວສ ເປັນ 1 ໃນນັກເຕະອາຍຸເກີນເພາະປັດຈຸບັນມີອາຍຸ 38 ປີແລ້ວ ເຊັ່ນດຽວກັບອີກ 2 ນັກເຕະຢ່າງ ຊານໂຕ ຜູ້ຮັກສາປະຕູອາຍຸ 31 ປີແລະ ເດຍໂກ ຄາລອສ.

ສໍາລັບ ທີມຊາດບຣາຊິລ ຊຸດນີ້ພາຍໃຕ້ການນໍາທີມຂອງ ອັນເດຣ ຊາຄີນ ຢູ່ກຸ່ມ D ຮ່ວມກັບ ເຢຍລະມັນ , ກົດລິວົວ ແລະ ອາຣັບບີ ຊາອຸດິດ ເຊິ່ງນັດທໍາອິດຈະລົງສະໜາມພົບກັບ ເຢຍລະມັນ ໃນວັນທີ 22 ກໍລະກົດ 2020