ເຈົ້ານະຄອນ ໄກສອນ ພົມວິຫານ ລົງຕິດຕາມຊຸກຍູ້ການຄຸ້ມຄ້ອງການນຳໃຊ້ເຮືອ ພ້ອມທັງເນັ້ນໃຫ້ທຸກພາກສ່ວນເຄັ້ມງວດມາດຕະການປ້ອງກັນພະຍາດໂຄວິດ-19

505

ໃນວັນທີ 14ກໍລະກົດ 2021 ນີ້, ທ່ານ ປະສົງສິນ ຈະເລີນສຸກ ເຈົ້ານະຄອນ ໄກສອນ ພົມວິຫານ,ພ້ອມຄະນະກຳມະການຄຸ້ມຄ້ອງເຮືອຂອງນະຄອນ,ກໍ່ໄດ້ສຶບຕໍ່ລົງເຄື່ອນໄຫວຊຸກຍູ້ວຽກງານການຄຸ້ມຄອງການນຳໃຊ້ເຮືອປະຕ່າງໆຕາມລຳແມ່ນ້ຳຂອງໃນບ້ານ2ບ້ານຄື: ບ້ານນາແກແລະບ້ານທ່າຫົວຊ້າງ.


ໃນການລົງເຄື່ອນຊຸກຍູ້ໃນຄັ້ງນີ້, ກໍ່ໄດ້ຮັບຟັງການລາຍງານໃນການຄຸ້ມຄ້ອງເຮືອຫາປາຂອງປະຊາຊົນຢູ່ຕາມລຳແມ່ນ້ຳຂອງ ຈາກເລຂາພັກ-ນາຍບ້ານທັງ2ບ້ານ ເຊິ່ງຜ່ານມາ ແມ່ນໄດ້ປະຕິບັດລະບຽບການ,ຄຳສັ່ງ,ແຈ້ງການຂອງຫ້ອງວ່າການແຂວງ, ນະຄອນແລະແຈ້ງການອື່ນໆເຫັນວ່າປະຊາຊົນພາຍໃນບ້ານມີຄວາມີຮັບຮູ້ແລະເຂົ້າໃຈຂອງຂັ້ນເທິງ, ເຊິ່ງໃນແຕ່ລະຈຸດ ແມ່ນຈະໄດ້ວາງກ້ອນກໍາລັງ ທະຫານຊາຍແດນສົມທົບກັບກໍາລັງ ປກສ – ປກຊ ກຸ່ມ,ປກຊ ບ້ານ ແລະການການຈັດຕັ້ງຂັ້ນບ້ານຜັດປ່ຽນກັນເຝົ້າວຽນຍາມ.

ໃນກອງກອງປະຊຸມ ຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ສະເໜີຂໍ້ສະດວກ ແລະຂໍ້ຫຍຸ້ງຍາກໃນການຄຸ້ມຄ້ອງເຮືອຫາປາຂອງປະຊາຊົນຢູ່ຕາມລຳແມ່ນ້ຳຂອງ,ເພື່ອຕ້ານ ແລະສະກັດກັ້ນການລັກລອບເຂົ້າ-ອອກປະເທດ ຖ້າໃຜຫາກມີການຜ່າຝຶນເປັນຕົ້ນແມ່ນເຈົ້າຂອງເຮືອ ຫຼື ຜູ້ທີ່ເດີນທາງມາແຕ່ຕ່າງປະເທດໂດຍບໍ່ໄດ້ຮັບອະນຸຍາດຕາມຂັ້ນຕອນຈະຕ້ອງມີການເຮັດບົດບັນທຶກ ແລະປັບໄໝ ຕາມລະບຽບຫຼັກການທີ່ວາງອອກ, ຖ້າກໍລະນີສຸກເສີນ ແມ່ນນໍາຕົວຜູ້ທີ່ກ່ຽວເຂົ້າໄປກັກຕົວຢູ່ສູນໃຫຍ່ 14 ວັນຕາມກໍານົດ, ທັງນີ້ກໍ່ເພື່ອເປັນການເຝົ້າລະວັງ, ປ້ອງກັນ, ສະກັດກັ້ນ ການແຜ່ລະບາດຂອງພະຍາດ Covid -19 ທີ່ກໍາລັງແຜ່ລະບາດໃນທົ່ວໂລກ.

ສະນັ້ນ ທ່ານເຈົ້ານະຄອນ ຈຶ່ງຮຽກຮ້ອງ ມາຍັງ ກໍາລັງປ້ອງກັນຊາດ -ປ້ອງກັນຄວາມສະຫງົບ ແລະທະຫານຊາຍແດນ, ອໍານາດການປົກຄອງບ້ານ,ເອົາໃຈໃສ່ເນັ້ນໜັກໃນການກວດຄຸ້ມຄ້ອງເຮືອຫາປາໃຫ້ເຂົ້າສູ່ລະບຽບກົດໜາຍທີ່ຂັ້ນເທິງໄດ້ວາງອອກຢ່າງເຂັ້ມງວດ,ຫັດກຸມຍິ່ງຂື້ນ. ແລະພໍ່ແມ່ປະຊາຊົນຜູ້ນຳໃຊ້ເຮືອຫາປາຕາມລຳແມ່ຂອງ ຈົ່ງຮ່ວມແຮງຮ່ວມໃຈ, ເປັນຫູເປັນຕາຊ່ວຍກັນ, ເປັນເຈົ້າການເພີ່ມທະວີມາດຕະການສະກັດກັ້ນການແຜ່ລະບາດຂອງພະຍາດCovid-19.

ພາບ-ຂ່າວ: ນະຄອນ ໄກສອນ ພົມວິຫານ.