ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ປະສົບໄພນໍ້າຖ້ວມທີ່ ແຂວງໄຊຍະບູລີ

296

ຈາກເຫດການນໍ້າຖ້ວມກະທັນຫັນໃນວັນທີ 14 ມິຖຸນາ 2021 ຜ່ານມາຢູ່ເມືອງໄຊຍະບູລີ ແຂວງໄຊຍະບູລີ ອັນໄດ້ສ້າງຄວາມເສຍຫາຍເປັນບໍລິເວນກວ້າງຕໍ່ຊັບສິນຂອງລັດ ແລະ ປະຊາຊົນບັນດາເຜົ່າພາຍໃນເມືອງໄຊຍະບູລີ ເປັນຕົ້ນແມ່ນໂຄ່ງລ່າງພື້ນຖານພາຍໃນເມືອງໄດ້ຮັບຄວາມເສຍຫາຍ, ເຮືອນຊານບ້ານຊ່ອງ, ເນື້ອທີ່ທໍາການຜະລິດ, ສັດລ້ຽງ ແລະ ອື່ນໆຂອງພໍ່ແມ່ປະຊາຊົນໄດ້ຮັບຜົນກະທົບ .


ດັ່ງນັ້ນ, ເພື່ອເປັນການປະກອບສ່ວນຊ່ວຍພາກລັດໃນການພື້ນຟູສະພາບແວດລ້ອມທາງດ້ານຊີວິດການເປັນຢູ່ ແລະ ຊ່ວຍແບ່ງເບົາຄວາມເສຍຫາຍຂອງພໍ່ແມ່ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບໝັກຈາກເຫດການນໍ້າຖ້ວມດັ່ງກ່າວ ໃນວັນທີ 13 ກໍລະກົດ 2021 ທີ່ຫ້ອງວ່າການປົກຄອງ ແຂວງໄຊຍະບູລີ ໄດ້ມີພິທີມອບເຄື່ອງຊ່ວຍເຫຼືອບັນເທົາໄພພິບັດທໍາມະຊາດຈາກ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໃຫ້ກັບຜູ້ປະສົບໄພນໍ້າຖ້ວມໃນຄັ້ງນີ້.


ກ່າວມອບໂດຍ ທ່ານ ສີພັນ ໝໍ່ຄໍາ ອໍານວຍການ ລາວ ໂທລະຄົມ ສາຂາ ແຂວງໄຊຍະບູລີ ແລະ ໃຫ້ກຽດຮັບໂດຍ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ໂດຍມີຄະນະນໍາຂອງທັງສອງຝ່າຍເຂົ້າຮ່ວມ. ເຄື່ອງທີ່ນໍາມາມອບໃນຄັ້ງນີ້ປະກອບມີເຂົ້າສານຈຳນວນ 3.400 ກິໂລ ,ສະບູອາບນໍ້າຈຳນວນ 472 ແພັກ, ແຟັບຊັກເຄື່ອງ ຈໍານວນ 583 ແພັກ ລວມມູນຄ່າທັງໝົດ 30ລ້ານ ກີບ.


ເຄື່ອງຈໍານວນດັ່ງກ່າວນີ້ຈະໄດ້ນໍາໄປມອບຕໍ່ໃຫ້ກັບພໍ່ແມ່ປະຊາຊົນ ຈໍານວນ 18 ບ້ານ, 1.082 ຄອບຄົວ ທີ່ໄດ້ຮັບຜົນກະທົບໜັກກວ່າບ້ານອຶ່ນໆ.