ປາຣີສ ເປີດຕົວ ດອນນາຣຸມມາ ຜູ້ຮັກສາປະຕູຄົນເກັ່ງທີ່ພາ ອິຕາລີ ຄວ້າແຊັມຢູໂຣ 2020

496

ປາຣີສ ແຊງແຊກແມງ ສະໂມສອນຍັກໃຫຍ່ໃນລີກເອິງຝຣັ່ງ ໄດ້ເປີດຕົວ ຈານຫຼຸຍຈິ ດອນນາຣຸມມາ ຜູ້ຮັກສາປະຕູທີ່ຫາກໍພາທີມຊາດອິຕາລີ ຄວ້າແຊັມຢູໂຣ 2020 ແລະ ຄວ້າລາງວັນນັກເຕະດີເດັ່ນ ມາຮ່ວມທີມຢ່າງເປັນທາງການແບບບໍ່ມີຄ່າຕົວ ແຕ່ ປາຣີສ ຕ້ອງຈ່າຍຄ່າເມື່ອຍໃຫ້ກັບ ດອນນາຣຸມມາ ເຖິງ 12 ລ້ານປອນຕໍ່ປີ ໂດຍເຊັນສັນຍາກັນຮອດປີ 2026.

ດອນນາຣຸມມາ ກ່າວຜ່ານເວັບໄຊທ໌ຂອງ ປາຣີສ ແຊງແຊກແມງ ວ່າ: ຂ້ອຍຍິນດີເປັນຢ່າງຍິ່ງທີ່ໄດ້ຍ້າຍມາເປັນສ່ວນໜຶ່ງຂອງສະໂມສອນຍັກໃຫຍ່, ຂ້ອຍພ້ອມທີ່ຈະເຕີບໃຫຍ່ ແລະ ພົບກັບຄວາມທ້າທາຍໃໝ່ໆ ທີ່ກໍາລັງລໍຂ້ອຍຢູ່ຂ້າງໜ້າ ແນ່ນອນຂ້ອຍຕ້ອງການປະສົບຄວາມສໍາເລັດ ແລະ ມອບຄວາມສຸກໃຫ້ກັບແຟນບານ ປາຣີສ ແຊງແຊກແມງ ໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະເປັນໄປໄດ້.

ສໍາລັບ ດອນນາຣຸມມາ ໝົດສັນຍາກັບ ເອຊີ ມິລານ ຕັ້ງແຕ່ເດືອນມິຖຸນາ 2021 ຈົນເຖິງຫຼ້າສຸດວັນທີ 14 ກໍລະກົດ 2021 ເປີດຕົວກັບ ປາຣີສ ແຊງແຊກແມງ ແບບບໍ່ມີຄ່າຕົວ ເຊິ່ງກາຍເປັນນັກເຕະໃໝ່ຄົນທີ 4 ຂອງ ປາຣີສ ແຊກງແຊກແມງ ຕໍ່ຈາກ ຈໍຈິນິໂອ ໄວນັລດຸມ, ອາຊຣາຟ ຮາຄິມີ ແລະ ເຊຄິໂອ ຣາມອສ.