ສະຖານທູດຝຣັ່ງ ປະຈຳລາວ ປະກອບສ່ວນອາຫານທ່ຽງໃຫ້ແພດໝໍ ແລະ ຜູ້ຕິດເຊື້ອໂຄວິດ-19

403

ເນື່ອງໃນໂອກາດວັນຊາດຝຣັ່ງຕາມປະເພນີແລ້ວ, ແຕ່ລະປີແມ່ນມີການຈັດງານລ້ຽງສະເຫຼີມສະຫຼອງວັນຊາດຝຣັ່ງ 14 ກໍລະກົດ ທີ່ສະຖານທູດຝຣັ່ງ. ແຕ່ສໍາລັບປີນີ້ ເຊິ່ງເປັນປີທີ່ບໍ່ປົກກະຕິ ຈຶ່ງໄດ້ມີການຕັດສິນໃຈໝູນໃຊ້ບ້ວງເງິນທີ່ໄດ້ຂຶ້ນແຜນໃນເບື້ອງຕົ້ນສໍາລັບຈັດງານລ້ຽງນັ້ນ ມາເປັນການຈັດຊື້ ແລະ ແຈກຢາຍອາຫານ ໃຫ້ແກ່ແພດໝໍ ແລະ ຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ-19 ໂດຍໄດ້ຮັບການປະກອບສ່ວນຈາກບໍລິສັດຝຣັ່ງໃນລາວ.


ໃນວັນທີ 14 ກໍລະກົດ 2021 ທີ່ໂຮງໝໍມະໂຫສົດ ນະຄອນຫຼວງວຽງຈັນ ທ່ານ ນາງ ຟລໍຣ້ອງ ຊັອງບລັອງ-ຣີສແລກ ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ ໄດ້ເຂົ້າຮ່ວມແຈກຢາຍອາຫານທ່ຽງ ໃຫ້ແພດໝໍ ແລະ ຜູ້ຕິດເຊື້ອພະຍາດໂຄວິດ-19 ໂດຍມີ ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ດຣ. ພິສິດ ພຸດສະຫວັດ ຜູ້ອໍານວຍການໂຮງໝໍມະໂຫສົດ ເຂົ້າຮ່ວມ.


ທ່ານ ນາງ ຟລໍຣ້ອງ ຊັອງບລັອງ-ຣີສແລກ ກ່າວວ່າ: ຕໍ່ໜ້າສະພາບການລະບາດຂອງພະຍາດ ໂຄວິດ-19 ໂດຍສະເພາະ ໃນ ສປປ ລາວ, ປະເທດຝຣັ່ງ ແລະ ສປປ ລາວ ຍິ່ງຕ້ອງມີຄວາມສາມັກຄີກັນຢ່າງແຂງແຮງ, ຄວາມສາມັກຄີນີ້ ກໍແມ່ນໜື່ງໃນຄໍາຂວັນຂອງສາທາລະນະລັດຝຣັ່ງຄື:ເສລີພາບ, ຄວາມສະເໝີພາບ, ຄວາມສາມັກຄີປອງດອງເໝືອນອ້າຍເອື້ອຍນ້ອງດຽວກັນໃນຄອບຄົວ ແລະ ໃນລະຫວ່າງວັນທີ 14 – 26 ກໍລະກົດນີ້ ຈະມີການແຈກຢາຍອາຫານທ່ຽງ ຈຳນວນ 6.500 ກ່ອງ ພາຍໃນນະຄອນຫຼວງວຽງຈັນ ແລະ ແຂວງສະຫວັນນະເຂດ ເພື່ອສະແດງເຖິງຄວາມຮູ້ບຸນຄຸນຕໍ່ການເຮັດວຽກຂອງແພດໝໍທີ່ຢູ່ແນວໜ້າໃນການຕໍ່ສູ້ກັບການລະບາດຂອງພະຍາດ ແລະ ເພື່ອຊ່ວຍເຫຼືອຜູ້ຕິດເຊື້ອ.


ພ້ອມດຽວກັນນີ້, ທ່ານທູດກ່າວ ໃນນມາຕ່າງໜ້າສະຖານທູດຝຣັ່ງ ຂໍສະແດງຄໍາຂອບໃຈມາຍັງທະນາຄານລາວ-ຝຣັ່ງ, ບໍລິສັດ Essilor, ບໍລິສັດໄຟຟ້ານ້ຳເທີນ 2 ແລະ ບໍລິສັດ ສະຫວັນ ໂລຈິສຕິກ ທີ່ໄດ້ປະກອບສ່ວນເຮັດໃຫ້ບາດກ້າວແຫ່ງຄວາມສາມັກຄີນີ້ ປະສົບຜົນສໍາເລັດຢ່າງເປັນຮູບປະທຳ.