10 ນັກເຕະສ້າງ 10 ສະຖິຕິ ປະຈໍາການແຂ່ງຂັນບານເຕະ ຢູໂຣ 2020

670

ດັ່ງທີ່ຮູ້້ການແຂ່ງຂັນບານເຕະ ຢູໂຣ 2020 ປິດສາກຢ່າງເປັນທາງການ ແລະ ແຊັມຕົກເປັນຂອງ ທີມຊາດອິຕາລີ ເຊິ່ງນີ້ເປັນ 10 ສະຖິຕິທີ່ດີທີ່ສຸດປະຈໍາການແຂ່ງຂັນຄື.
1.ຍິງປະຕູໄດ້ສູງສຸດ: ຄຣິສເຕຍໂນ ໂຣນັລໂດ ຈາກທີມຊາດປ໊ອກຕຸຍການ ຍິງໄປ 5 ປະຕູ

2.ແອັດຊິຊຫຼາຍທີ່ສຸດ ( ສົ່ງບານໃຫ້ໝູ່ຍິງ ): ສະຕີເວນ ຊູເບີ ຈາກທີມຊາດສະວິດ 4 ຄັ້ງ

3.ຍິງເຂົ້າເປົ້າຫຼາຍທີ່ສຸດ: ພາທຣິກ ຊິກ ກອງໜ້າທີມຊາດສາທາລະນະລັດເຊັກ 9 ຄັ້ງ

4.ສ້າງໂອກາດຍິງຫຼາຍທີ່ສຸດ: ມາໂກ ແວຣັດຕິ ກອງກາງທີມຊາດອິຕາລີ 14 ຄັ້ງ
5.ຫຼອກບານຜ່ານຄູ່ແຂ່ງຫຼາຍທີ່ສຸດ: ຣາຮິມ ສະເຕີລິງ ກອງໜ້າທີມຊາດອັງກິດ 20 ຄັ້ງ

6.ສົ່ງບານໄດ້ຫຼາຍທີ່ສຸດ: ເອັມເມີຣິກ ລາປ໊ອກ ກອງຫຼັງທີມຊາດແອັດສະປາຍ 690 ຄັ້ງ ໃນນັ້ນເຂົ້າເປົ້າເຖິງ 644 ຄັ້ງ ຄິດເປັນ 93,3%
7.ທໍາລາຍເກມບຸກຂອງຄູ່ແຂ່ງໄດ້ຫຼາຍທີ່ສຸດ: ໂຈວານນີ ດິ ລໍເຣນໂຊ ກອງຫຼັງທີມຊາດອິຕາລີ 19 ຄັ້ງ
8.ຕັດບານຄູ່ແຂ່ງໄດ້ຫຼາຍທີ່ສຸດ: ຈໍຈິນໂຢ ກອງກາງທີມຊາດອິຕາລີ 25 ຄັ້ງ
9.ປ້ອງກັນການເສຍປະຕູໄດ້ຫຼາຍສຸດ: ຢານ ຊອມເມີ ຜູ້ຮັກສາປະຕູທີມຊາດສະວິດ 21 ຄັ້ງ
10.ບໍ່ເສຍປະຕູຫຼາຍນັດທີ່ສຸດ: ຈໍແດນ ພິກຟອດ ຜູ້ຮັກສາປະຕູທີມຊາດອັງກິດ 5 ນັດ