ສະມາຄົມເສດຖະກິດ ແລະ ວັດທະນະທຳ ລາວ – ຈີນ ຈັບມື ບໍລິສັດ ພົນສັກດີ ກໍ່ສ້າງ – ຂົວທາງ ແລະ ບໍ່ແຮ່ ຈຳກັດຜູ້ດຽວ ປູກໝາກຫຸ່ງສາ ເນື້ອທີ່ 20 ພັນເຮັກຕາ ຢູ່ 2 ແຂວງ

1232

ພິທີເຊັນສັນຍາໂຄງການຮ່ວມມືປູກໝາກຫຸ່ງສາ ຢູ່ແຂວງວຽງຈັນ ແລະ ໄຊສົມບູນ ໃນເນື້ອທີ່ 20 ພັນເຮັກຕາ ລະຫວ່າງ ສະມາຄົມເສດຖະກິດ ແລະ ວັດທະນະທຳ ລາວ – ຈີນ ( ສສວລຈ ) ກັບ ບໍລິສັດ ພົນສັກດີ ກໍ່ສ້າງ – ຂົວທາງ ແລະ ບໍ່ແຮ່ ຈຳກັດຜູ້ດຽວ ໄດ້ມີຂຶ້ນເມື່ອວັນທີ 8 ກໍລະກົດ 2021 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ.

ຕາງໜ້າລົງນາມໂດຍ ທ່ານ ນາງ ແຂວະລີ ວົງສຸທິ ປະທານສະມາຄົມເສດຖະກິດ ແລະ ວັດທະນະທຳ ລາວ – ຈີນ ແລະ ທ່ານ ອິນທອງ ໄຊຍະສິນ ປະທານບໍລິສັດ ພົນສັກດີ ກໍ່ສ້າງ – ຂົວທາງ ແລະ ບໍ່ແຮ່ ຈຳກັດຜູ້ດຽວ ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ, ທ່ານ ນາງ ຄຳຈັນ ວົງແສນບຸນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຮອງເຈົ້າແຂວງວຽງຈັນ, ແຂວງໄຊສົມບູນ, ແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

อาจเป็นรูปภาพของ 1 คน, กำลังยืน และสถานที่ในร่ม

ໃນພິທີ ທ່ານ ນາງ ແຂວະລີ ວົງສຸທິ ໄດ້ນຳສະເໜີຄວາມເປັນມາຂອງສະມາຄົມເສດຖະກິດ ແລະ ວັດທະນະທຳ ລາວ – ຈີນ ວ່າ: ສະມາຄົມໄດ້ຖືກສ້າງຕັ້ງຂຶ້ນບົນພື້ນຖານການອະນຸມັດຈາກກະຊວງພາຍໃນ ສະບັບເລກທີ 116/ພນ ລົງວັນທີ 12 ກຸມພາ 2020 ເຊິ່ງຮູບການເຄື່ອນໄຫວແມ່ນທົ່ວປະເທດ, ມີສະມາຊິກ 35 ທ່ານ. ໃນນັ້ນ, ມີບໍລິສັດເອກະຊົນ 25 ບໍລິສັດ ແລະ ປະຊາຊົນທົ່ວໄປ ໂດຍມີຈຸດປະສົງເຕົ້າໂຮມເອົາບັນດານັກທຸລະກິດລາວ ຫຼື ບັນດາບໍລິສັດລັດວິສາຫະກິດລາວ ຮ່ວມມືນໍານັກທຸລະກິດຈີນ ຫຼື ບໍລິສັດລັດວິສາຫະກິດຈີນ ເພື່ອຈະສ້າງລາຍຮັບໃຫ້ແກ່ທັງສອງຝ່າຍ ໂດຍພື້ນຖານໂປ່ງໃສ, ຍຸຕິທໍາ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.

อาจเป็นรูปภาพของ 3 คน, ผู้คนกำลังนั่ง และสถานที่ในร่ม

ສະມາຄົມເສດຖະກິດ ແລະ ວັດທະນະທໍາ ລາວ – ຈີນ ໄດ້ມີການຮ່ວມມືກັບ 5 ກະຊວງ ເຊັ່ນ: ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງໂຍທາທິການ ແລະ ຂົນສົ່ງ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງອຸດສາຫະກໍາ ແລະ ການຄ້າ. ສ່ວນຢູ່ຕ່າງປະເທດແມ່ນມີສະມາຄົມເສດຖະກິດວັດທະນະທໍາຈີນ – ອາຊຽນ ເປັນສະມາຄົມແມ່ ເຊິ່ງສ້າງຕັ້ງຂຶ້ນແຕ່ປີ 2012 ແລະ ມີຫ້ອງການຢູ່ປັກກິ່ງ ແລະ ໄຫນານ ຂອງ ສປ ຈີນ ໄດ້ເຄື່ອນໄຫວໃນທົ່ວໂລກ. ໃນນັ້ນ, ມີບັນດາສະມາຄົມແຕ່ລະປະເທດທີ່ເປັນສະມາຊິກນອນໃນກຸ່ມດຽວກັນ, ທຸກໆປະເທດແມ່ນໃຊ້ໂລໂກ້ດຽວກັນ ແລະ ແຕ່ລະປະເທດໄດ້ມີການພົວພັນແລກປ່ຽນເຊິ່ງກັນ ແລະ ກັນ.

อาจเป็นรูปภาพของ 4 คน, ผู้คนกำลังยืน และสถานที่ในร่ม

ທ່ານ ນາງ ແຂວະລີ ວົງສຸທິ ກ່າວຕື່ມວ່າ: ແຕ່ລະປະເທດລ້ວນແຕ່ມີຫ້ອງການຢູ່ປະເທດໃຜລາວ ພິເສດແຕ່ລະປະເທດກໍຍັງມີຫ້ອງການ ແລະ ບ່ອນວາງສະແດງສິນຄ້າຕົນເອງຢູ່ໄຫນານ. ໃນນັ້ນ, ສປປ ລາວ ກໍແມ່ນປະເທດໜຶ່ງທີ່ໄດ້ມີຫ້ອງການ ແລະ ຫ້ອງວາງສະແດງສິນຄ້າຂອງປະເທດລາວ ມູນຄ່າກໍ່ສ້າງ 30 ລ້ານໂດລາສະຫະລັດ ເຊິ່ງແມ່ນສະມາຄົມແມ່ ເປັນຜູ້ສ້າງໃຫ້ເພື່ອຮອງຮັບເອົາສິນຄ້າປະເທດລາວເຂົ້າໄປໄຫນານໂດຍບໍ່ໄດ້ເສຍພາສີ ແລະ ຄ່າເຊົ່າ ເຊິ່ງປັດຈຸບັນສະມາຄົມເສດຖະກິດວັດທະນະທໍາ ຈີນ – ອາຊຽນ ໄດ້ລົງທຶນ 10 ໂຄງການ ຢູ່ໄຫນານ ແຕ່ລະໂຄງການມູນຄ່າ ປະມານ 3 ຕື້ຢວນ ແລະ ໄຫນານ ມີພື້ນທີ່ໃຫຍ່ກວ່າ ຮົງກົງ 30 ເທົ່າ ໂດຍລັດຖະບານຈີນ ໄດ້ອະນຸມັດງົບປະມານມະຫາສານໃນການສ້າງເກາະໄຫນານ ໃຫ້ເປັນສູນການຄ້າໂລກ, ສູນການເງິນໂລກ ຄາດຄະເນຈະສ້າງແລ້ວ ປີ 2023.

อาจเป็นรูปภาพของ 12 คน, ผู้คนกำลังยืน, ชุดสูท และสถานที่ในร่ม

ດ້ານດີຂອງສະມາຄົມເສດຖະກິດ ແລະ ວັດທະນະທຳ ລາວ – ຈີນ ແມ່ນສາມາດຕິດຕໍ່ພົວພັນນໍານັກທຸລະກິດ ແລະ ນັກລົງທຶນຈີນໂດຍກົງ ແລະ ປັດຈຸບັນກໍເລີ່ມເຊັນສັນຍາໂຄງການທີ 1 ປູກໝາກຫຸ່ງສາ ແລະ ພືດເສດຖະກິດໄລຍະສັ້ນ ລົງທຶນຢູ່ແຂວງວຽງຈັນ ແລະ ໄຊສົມບູນ ເຊິ່ງມີເນື້ອທີ່ 20 ພັນເຮັກຕາ ມູນຄ່າການລົງທຶນ 3 ຕື້ຢວນ ໄລຍະໂຄງການແຕ່ປີ 2021 – 2035. ນອກຈາກນີ້, ຍັງມີໂຄງການທີ່ສອງ ຄື: ໂຄງການອຸດສາຫະກຳສົ່ງອອກ ໄກ່ເນື້ອ ແລະ ໄກ່ດຳ ໂດຍຈະໃຊ້ເນື້ອທີ່ ປະມານ 2.000 ເຮັກຕາ ຢູ່ແຂວງອຸດົມໄຊ ການກໍ່ສ້າງແມ່ນຟາມປິດ ແລະ ຟາມເປີດ ລະບົບຄົບວົງຈອນມາດຕະຖານສາກົນ ມູນຄ່າການລົງທຶນ 3 ຕື້ຢວນ ຄາດວ່າຈະໄດ້ເຊັນສັນຍາໄວໆນີ້ ໄລຍະໂຄງການແຕ່ປີ 2021 – 2035 ແລະ ທັງສອງໂຄງການດັ່ງກ່າວແມ່ນສົ່ງສິນຄ້າທັງໝົດເຂົ້າໄປຢູ່ຕະຫຼາດໄຫນານ ສປ ຈີນ ຮູບແບບການລົງທຶນຄື ສປປ ລາວ ເປັນດິນ ແລະ ແຮງງານ ສ່ວນ ສປ ຈີນ ເປັນທຶນ, ກົນຈັກ, ເຕັກນິກ, ວິຊາການ, ຕະຫຼາດ.

อาจเป็นรูปภาพของ 1 คน, กำลังยืน และชุดสูท

ທ່ານ ນິສິດ ແກ້ວປັນຍາ ໄດ້ມີຄຳເຫັນໂດຍມີບາງຕອນວ່າ: ຂໍສະແດງຄວາມຊົມເຊີຍຕໍ່ສະມາຄົມເສດຖະກິດ ແລະ ວັດທະນະທໍາ ລາວ – ຈີນ ກັບການເຄື່ອນໄຫວວຽກງານໃນ 1 ປີຜ່ານມາ ເຖິງວ່າຈະພົບກັບ ຄວາມຫຍຸ້ງຍາກຈາກການແຜ່ລະບາດຂອງພະຍາດໂຄວິດ – 19. ດັ່ງທີ່ໄດ້ຟັງປະຫວັດຫຍໍ້ຂອງສະມາຄົມແລ້ວວ່າເປັນສະມາຄົມທີ່ເຕົ້າໂຮມເອົາບັນດານັກທຸລະກິດລາວ ແລະ ຈີນ ພ້ອມທັງມີເຄືອຂ່າຍຢູ່ໃນພາກພື້ນ ແລະ ໃນໂລກ ເຊິ່ງການເຊັນສັນຍາໂຄງການໃນຄັ້ງນີ້ຈະເປັນສ່ວນໜຶ່ງທີ່ນອນຢູ່ໃນນະໂຍບາຍຂອງລັດຖະບານ 2 ປະເທດ ໃນການຮ່ວມມືທາງດ້ານເສດຖະກິດ ໂດຍສະເພາະໂຄງການສ້າງທາງລົດໄຟລາວ – ຈີນ ແລະ ນະໂຍບາຍໜຶ່ງແລວ ໜຶ່ງເສັ້ນທາງ ຂອງ ສປ ຈີນ ທີ່ເປັນການສ້າງທາງຕາມແລວເສດຖະກິດ ເພື່ອອຳນວຍຄວາມສະດວກ ແລະ ເພີ່ມສະມັດຖະພາບໃນການຂົນສົ່ງເຊື່ອມຕໍ່ກັບບັນດາປະເທດອ້ອມຂ້າງ ເຊິ່ງຜົນຜະລິດຈາກໂຄງການທີ່ໄດ້ລົງນາມໃນຄັ້ງນີ້ ກໍຈະເປັນສິນຄ້າທີ່ສົ່ງຜ່ານ ໜຶ່ງແລວ ໜຶ່ງເສັ້ນທາງ ກໍຄືການຂົນສົ່ງຜ່ານທາງລົດໄຟ ລາວ – ຈີນ ເຊັ່ນດຽວກັນ.

ພ້ອມນີ້, ໂຄງການດັ່ງກ່າວຈະເປັນການປະກອບສ່ວນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມແຫ່ງຊາດໃນແຕ່ລະໄລຍະ, ເປັນການສ້າງວຽກເຮັດງານທຳໃຫ້ແກ່ແຮງງານລາວອີກດ້ວຍ.