ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ປະກາດຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດ ຫຼາຍຕຳແຫຼງ

634

ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ລາຍງານວ່າ: ປກສ ນວ ປະກາດຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດ ເປັນຫົວໜ້າ-ຮອງ ພະແນກ ຂອງບັນດາຫ້ອງ, ກອງພັນເຄື່ອນທີ່, ປກສ ກຸ່ມບ້ານ ແລະ ສະຖານີ 1191 ທີ່ຂຶ້ນກັບ ປກສ ນວ ***
ໃນຕອນເຊົ້າ ຂອງວັນທີ 9 ກໍລະກົດ 2021 ຢູ່ສະໂມສອນກອງບັນຊາການ ປກສ ນວ ໄດ້ຈັດພິທີປະກາດຍົກຍ້າຍ, ແຕ່ງຕັ້ງ ນາຍຕຳຫຼວດ ເປັນຫົວໜ້າ-ຮອງ ພະແນກ ຂອງບັນດາຫ້ອງ, ກອງພັນເຄື່ອນທີ່, ປກສ ກຸ່ມບ້ານ ແລະ ສະຖານີ 1191 ທີ່ຂຶ້ນກັບ ປກສ ນວ; ໂດຍການເປັນປະທານຂອງ ພັອ ສຸກພະຈັນ ບຸດດາຄໍາ ຫົວໜ້າກອງບັນຊາການ ປກສ ນວ, ມີບັນດາຄະນະຫ້ອງ, ຄະນະພະແນກ ຮ່ວມລະບົບກອງປະຊຸມທາງໄກ (video conference) ກັບພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ ຈໍານວນທັງໝົດ 619 ສະຫາຍ ຍິງ 33 ສະຫາຍ.


ໃນພິທີ ພັທ ນາງ ບົວລະພັນ ທິລະສັກ ຫົວໜ້າຫ້ອງການເມືອງ ປກສ ນວ ໄດ້ຂຶ້ນຜ່ານຂໍ້ຕົກລົງ ສະບັບເລກທີ 2850/ປກສ ນວ ວ່າດ້ວຍການຍົກຍ້າຍນາຍຕຳຫຼວດ ຂອງບັນດາຫ້ອງ, ກອງພັນເຄື່ອນທີ່ ແລະ ກອງບັນຊາການ ປກສ ເມືອງ ມີຈໍານວນ 22 ສະຫາຍ ຍິງ 3 ສະຫາຍ; ໄດ້ຜ່ານຂໍ້ຕົກລົງສະບັບເລກທີ 2851/ປກສ.ນວ ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດ ເປັນຫົວໜ້າ-ຮອງ ພະແນກ ຂອງບັນດາຫ້ອງ, ກອງພັນປ້ອງກັນເຄື່ອນທີ່ ມີຈໍານວນ 15 ສະຫາຍ ຍິງ 2 ສະຫາຍ ແລະ ໄດ້ຜ່ານຂໍ້ຕົກລົງສະບັບເລກທີ 2852/ປກສ.ນວ ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດ ເປັນຫົວໜ້າ-ຮອງພະແນກ, ປກສ ກຸ່ມບ້ານ ແລະ ສະຖານີ 1191 ຂອງກອງບັນຊາການ ປກສ ເມືອງ ມີຈໍານວນ 257 ສະຫາຍ ຍິງ 8 ສະຫາຍ.

ໃນຕອນທ້າຍພິທີ ພັອ ສຸກພະຈັນ ບຸດດາຄໍາ ຍັງໄດ້ເນັ້ນໜັກວ່າ: ການຍົກຍ້າຍ ແລະ ແຕ່ງຕັ້ງໃນຄັ້ງນີ້ ແມ່ນອີງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນແຕ່ລະໄລຍະ ເຊິ່ງບັນດານາຍຕຳຫຼວດທີ່ຖືກຍົກຍ້າຍ ແລະ ແຕ່ງຕັ້ງໃນຄັ້ງນີ້ ຕ້ອງກຳແໜ້ນ 7 ບັນຫາດັ່ງນີ້: 1. ຄະນະບັນຊາ, ນາຍ ແລະ ພົນຕໍາຫຼວດ ຕ້ອງສຶກສາອົບຮົມການເມືອງແນວຄິດ ແລະ ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ. 2. ເອົາໃຈໃສ່ຮັກສາຄວາມສາມັກຄີ, ຄວາມເປັນເອກະພາບ ໃນການຄົງຕົວ ແລະ ຂະຫຍາຍຕົວຂອງກົມກອງ, ກໍາຈັດຂໍ້ຂັດແຍ່ງ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນການພັດທະນາ ເພື່ອສະກັດກັ້ນ ແລະ ແກ້ໄຂບັນດາປະກົດການຫຍໍ້ທໍ້ຂອງສັງຄົມ. 3. ຊອກຫາບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ ແລະ ຖ່າຍທອດບົດຮຽນ ເພື່ອເຮັດໃຫ້ວຽກງານມີຄວາມຖືກຕ້ອງ, ວ່ອງໄວ ແລະ ທ່ວງທັນເວລາ.

4. ຕ້ອງເອົາໃຈໃສ່ປະຕິບັດຕາມຂໍ້ຕົກລົງ, ມີການມອບວຽກ ແລະ ແລກປ່ຽນຄໍາຄິດເຫັນເຊິ່ງກັນ ແລະ ກັນ ໂດຍກໍານົດແບບແຜນວິທີເຮັດວຽກ ແລະ ນໍາພາປະຕິບັດໜ້າທີ່ວຽກງານໃຫ້ໄດ້ຮັບຜົນສໍາເລັດ. 5. ບັນດາ ປກສ ກຸ່ມບ້ານ, ສະຖານີ 1191 ຕ້ອງຮີບຮ້ອນສະເໜີລາຍຊື່ກ່ຽວກັບຕໍາແໜ່ງຂັ້ນໜ່ວຍງານ ແລ້ວສົ່ງໃຫ້ຫ້ອງການເມືອງ.

6. ຍົກສູງແບບແຜນການຊີ້ນໍາບັນຊາ ຂອງບັນດາ ຫ້ອງ, ກອງພັນເຄື່ອນທີ່, ປກສ ກຸ່ມບ້ານ ແລະ ສະຖານີ 1191 ໃນການຈັດຕັ້ງປະຕິບັດວຽກງານ ໃຫ້ຖືກຕ້ອງ ແລະ ສອດຄ່ອງກັບແນວທາງວາງອອກ. 7. ເອົາໃຈໃສ່ພັດທະນາພື້ນຖານໂຄງລ່າງ, ອຸປະກອນເຕັກນິກ ຕົ້ນຕໍ ແມ່ນການຕິດຕັ້ງ ລະບົບກອງປະຊຸມທາງໄກ (video conference) ໃຫ້ທົ່ວເຖິງ.