ປະກາດແຕ່ງຕັ້ງ ທ່ານ ຕິ່ງ ສຸກສັນ ແລະ ທ່ານ ໂພໄຊ ໄຂຄໍາພິທູນ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດ

1323

ໃນຕອນເຊົ້າຂອງວັນທີ 09 ກໍລະກົດ 2021, ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດສັບຊ້ອນການຈັດຕັ້ງ ຂອງຄະນະບໍລິຫານງານພັກກະຊວງ, ຄະນະລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າກົມ ແລະ ປະກາດອະນຸມັດໃຫ້ພະນັກງານ-ລັດຖະກອນ ພັກຜ່ອນທາງລັດຖະການ ເພື່ອເຂົ້າຮັບບຳນານ , ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະ ມົນຕີກະຊວງການຕ່າງປະເທດ, ຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຄະນະພັກ-ຄະນະນຳກະຊວງ, ຄະນະໜ່ວຍພັກ, ຄະນະກົມ ແລະ ພະນັກງານນຳພາຫຼັກແຫຼ່ງເຂົ້າຮ່ວມ.

ໃນພິທີຄະນະຈັດຕັ້ງກະຊວງໄດ້ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ ແລະ ຂໍ້ຕົກລົງຂອງລັດຖະມົນຕີກະຊວງການຕ່າງປະເທດ ວ່າດ້ວຍການອະນຸມັດໃຫ້ພະນັກງານ ພັກການ-ເຂົ້າຮັບອຸດໜູນບຳນານ ຈຳນວນ 26 ທ່ານ.

ຕໍ່ຈາກນັ້ນ ທ່ານ ສີອຳພອນ ຈັນລາສີ, ຮອງຫົວໜ້າກົມຄຸ້ມຄອງພະນັກງານ, ຄະນະຈັດຕັ້ງສູນກາງພັກ, ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 135/ຄລສພ, ລົງວັນ 21 ມິຖຸນາ 2021 ແລະ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 440/ນຍ, ລົງວັນທີ 21 ມິຖຸນາ 2021 ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ທ່ານ ຕິ່ງ ສຸກສັນ ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ເປັນຮອງເລຂາຄະນະບໍລິຫານງານພັກກະຊວງ ແລະ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດ.

ຜ່ານດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 441/ນຍ, ລົງວັນທີ 21 ມິຖຸນາ 2021 ວ່າດ້ວຍການແຕ່ງຕັ້ງ ທ່ານ ໂພໄຊ ໄຂຄຳພິທູນ ກຳມະການຄະນະພັກກະຊວງ, ຫົວໜ້າຫ້ອງການກະຊວງ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດ.

ດຳລັດແຕ່ງຕັ້ງ ທ່ານ ໄມບົວ ໄຊຍະວົງ ກຳມະການຄະນະພັກກະຊວງ, ຮອງຫົວໜ້າກົມເອີຣົບ-ອາເມຣິກາ ຂຶ້ນເປັນຫົວໜ້າກົມເອີຣົບ-ອາເມຣິກາ.

ໃນພິທີສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ໃຫ້ກຽດໂອ້ລົມຕໍ່ພະນັກງານທີ່ເຂົ້າຮັບອຸດໜູນບຳນານ ແລະ ໃຫ້ທິດຊີ້ນຳແກ່ຜູ້ໄດ້ຮັບການແຕ່ງຕັ້ງໃໝ່. ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕີລາຄາສູງຕໍ່ຜົນງານແລະ ຄຸນງາມ ຄວາມດີ ຂອງພະນັກງານ ທີ່ໄດ້ອຸທິດເຫືອແຮງ ແລະ ສະຕິປັນຍາ ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ການເຄື່ອນໄຫວວຽກງານການຕ່າງປະເທດ ກໍ່ຄືການເຄື່ອນໄຫວໃນເວທີສາກົນ. ເຊິ່ງຕະຫຼອດໄລຍະຜ່ານມາ ແມ່ນສາມາດຍາດໄດ້ຜົນສຳເລັດໃນຫຼາຍດ້ານ.

ນອກນັ້ນສະຫາຍຍັງໄດ້ສະແດງຄວາມຊົມເຊີຍຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ເປັນຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີ ແລະ ຫົວໜ້າ ທີ່ຈະເປັນກຳລັງແຮງໃນການນຳພາວຽກງານຂອງກະຊວງ ແລະ ເປັນແບບຢ່າງນຳໜ້າເສຍສະຫຼະເພື່ອສ່ວນລວມ, ສ້າງຄວາມສາມັກຄີ ແລະ ເປັນເອກະພາບ, ເດັດດ່ຽວສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ແລະ ເຊີດຊູຄວາມເປັນແບບຢ່າງ ໃນການຊີ້ນຳ-ນຳພາ ແລະ ປະຕິບັດໜ້າທີ່ວຽກງານ ໃນຂະແໜງການຕ່າງປະເທດຢ່າງມີປະສິດທິພາບ.

ທີ່ມາ: ກະຊວງການຕ່າງປະເທດ