ບໍລິສັດໄຟຟ້ານໍ້າເທີນ 2 ມອບອຸປະກອນການແພດ ໃຫ້ແຂວງຄຳມ່ວນ

282

ວັນທີ 8 ກໍລະກົດ 2021 ທີ່ໂຮງໝໍແຂວງຄຳມ່ວນ ບໍລິສັດໄຟຟ້ານໍ້າເທີນ 2 ທ່ານ ໂອລິວິເອ ດິດດຣີ ຜູ້ອຳນວຍ ການໃຫຍ່ ພ້ອມຄະນະ ໄດ້ນຳເອົາອຸປະກອນການແພດ ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ປິ່ນປົວຜູ້ຕິດ ເຊື້ອພະຍາດໂຄວິດ-19 ປະກອບມີ: ຕຽງນອນຄົນເຈັບແບບຄົບຊຸດ ຈຳນວນ 30 ຊຸດ, ເຄື່ອງວັດແທກອຸນນະພູມ 74 ເຄື່ອງ, ຊຸດ PPE 144 ຊຸດ ແລະ ເຄື່ອງພົ່ນຢາຂ້າເຊື້ອ 24 ເຄື່ອງ ລວມມີມູນຄ່າເກືອບ 24.000 ໂດລາສະຫະລັດ ມອບໃຫ້ແກ່ແຂວງຄຳມ່ວນ.

ຕາງໜ້າກ່າວຮັບໂດຍທ່ານ ບຸນມີ ພິມມະສອນ ຫົວໜ້າຄະນະສະເພາະກິດຄວບຄຸມ, ປ້ອງກັນ ແລະ ແກ້ໄຂການ ລະບາດພະຍາດໂຄວິດ-19 ຂັ້ນແຂວງ, ໂດຍມີຄະນະກອງເລຂາ, ຜູ້ອຳນວຍການ ໂຮງໝໍແຂວງ ຕະຫຼອດເຖິງພະນັກງານ ແພດ-ໝໍເຂົ້າຮ່ວມ.


​ໂອກາດດັ່ງກ່າວ ທ່ານ ບຸນມີ ພິມມະສອນ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ໂອລິວີເອ ດິດດຣີ ກໍ່ຄືບໍລິສັດ ໄຟຟ້ານໍ້າເທີນ 2 ທີ່ໄດ້ແບ່ງທຶນຮອນຊື້ອຸປະກອນການແພດມາມອບໃຫ້ແກ່ແຂວງຄຳມ່ວນໃນຄັ້ງນີ້ ແລະ ຫວັງວ່າ ໃນອະນາຄົດທາງບໍລິສັດຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອແຂວງຄຳມ່ວນໃນດ້ານຕ່າງໆຕື່ມອີກ.

ສຳລັບເຄື່ອງ ໃນຈຳນວນດັ່ງກ່າວນີ້ ແມ່ນຈະໄດ້ນຳໃຊ້ເຂົ້າໃນວຽກງານການປ້ອງກັນ, ປິ່ນປົວພະຍາດໂຄວິດ-19 ຢູ່ພາຍໃນແຂວງ ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນດີຂຶ້ນ.