ມອບ – ຮັບ ໂຄງການກໍ່ສ້າງຫ້ອງການພະແນກອຸດສາຫະກໍາ ແລະ ການຄ້າແຂວງຄຳມ່ວນ ( ຫັງໃໝ່ )

309

ພິທີມອບ – ຮັບ ໂຄງການກໍ່ສ້າງຫ້ອງການ ພະແນກອຸດສາຫະກໍາ ແລະ ການຄ້າແຂວງຄໍາມ່ວນ ( ຫລັງໃໝ່ ) ໄດ້ຈັດຂຶ້ນໃນວັນທີ 7 ກໍລະກົດ 2021 ລະຫວ່າງ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ( ເຈົ້າຂອງໂຄງການ ) ກັບ ບໍລິສັດ ເອັສວີ ກຣຸບ ຈຳກັດ ( ຜູ້ຮັບເໝົາກໍ່ສ້າງ ). ເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງ, ມີບັນດາພະແນກການ, ຂະແໜງການ, ແຂກຖືກເຊີນ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.


ໂຄງການກໍ່ສ້າງຫ້ອງການພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນ ( ຫລັງໃໝ່ ) ຕັ້ງຢູ່ບ້ານສີວິໄລ ເມືອງທ່າແຂກ ແຂວງຄຳມ່ວນ, ເປັນອາຄານ 3 ຊັ້ນຂະໜາດ 15.9 X 30.6 ແມັດ, ປະກອບມີຫ້ອງເຮັດວຽກ 16 ຫ້ອງ, ຫ້ອງຂາເຂົ້າ – ຂາອອກ 2 ຫ້ອງ, ຫ້ອງປະຊຸມ 2 ຫ້ອງ ແລະ ຫ້ອງນໍ້າ 7 ຫ້ອງ ພ້ອມສຸຂະພັນ ພື້ນປູກະໂລ້, ເພດານຍິບຊໍາລຽບ, ປະຕູ ແລະ ປ່ອງຢ້ຽມຄົບຊຸດ ( ບໍ່ລວມໄຟຟ້າພາຍໃນອາຄານ ແລະ ນໍ້າປະປາ ) ເປັນອາຄານທີ່ອອກແບບເປັນເອກະລັກຕາມແບບອາຄານລາວປະຍຸກ ປະສົມປະສານກັບຄວາມທັນສະໄໝ ລວມມູນຄ່າການກໍ່ສ້າງທັງໝົດ 4.970.684.449 ກີບ, ໂດຍແມ່ນງົບປະມານຂອງລັດ ແຕ່ບໍລິສັດເປັນຜູ້ລົງທຶນແລ້ວຂໍເບີກຈ່າຍຕາມງົບປະມານລັດທີ່ອອກໃຫ້ໃນແຕ່ລະປີ. ໄລຍະເວລາກໍ່ສ້າງເລີ່ມແຕ່ວັນທີ 1 ມີນາ 2015 ຫາ 1 ມີນາ 2021 ແມ່ນສຳເລັດ ເຊິ່ງໃຊ້ເວລາລວມທັງໝົດ 6 ປີ.


ລົງນາມໃນບົດບັນທຶກມອບ – ຮັບ ອາຄານດັ່ງກ່າວ ໂດຍ ທ່ານ ບຸນໂຮມ ມຸກດາສັກ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນ ແລະ ທ່ານ ສຸດທະວົງ ເຫມມາວັນ ອຳນວຍການບໍລິສັດເອັສວີ ກຣຸບ ແລະ ທ່ານ ເຂັມແກ້ວ ຍົດສົມບັດ ຕາງໜ້າລັດວິສາຫະກິດ ສຳຫລວດ – ອອກແບບ ແລະ ກໍ່ສ້າງເຄຫາສະຖານແຂວງຄໍາມ່ວນ ( ບໍລິສັດທີປຶກສາ ).