ກົມອຸຕຸແຈ້ງເຕືອນພາຍຸດີເປຼຊັນ​ 7-9 ກໍລະກົດ ລະວັງຝົນຕົກໜັກຢູ່ແຂວງພາກເໜືອ​ ແລະ​ ພາກກາງ

1225

ກົມ​ອຸຕຸນິຍົມ​ ແລະ​ ອຸທົກກະສາດ​ ແຈ້ງເຕືອນພາຍຸໝຸນເຂດຮ້ອນດີເປຼຊັນ​ ໃນວັນທີ 07 ຫາ 09 ກໍລະກົດ 2021​ ສະບັບທີ່ 2​ ວ່າ​: ໃນເວລາ 7 ໂມງເຊົ້າ ຂອງວັນທີ 07 ກໍລະກົດ 2021 ພະຍຸໝຸນເຂດຮ້ອນດີເປຼຊັ້ນ ກໍາລັງເຄື່ອນທີ່ຢູ່ເຂດທະເລຈີນໃຕ້ຕອນກາງ ທີ່ມີຈຸດສູນກາງຢູ່ເສັ້ນຂະໜານທີ່ 18.1 ອົງສາເໜືອ ແລະ ເສັ້ນແວງທີ່​ 111 ອົງສາຕາເວັນອອກ ພວມເຄື່ອນທີ່ມາ​ທາງທິດຕາເວັນຕົກສ່ຽງເໜືອ ດ້ວຍຄວາມໄວ 5​ກິໂລແມັດຕໍ່​ຊົ່ວໂມງ ແລະ ຄວາມໄວລົມສູງສູດຢູ່ໃກ້ຈຸດສູນກາງ 55​ ກິໂລແມັດຕໍ່ຊົ່ວໂມງ ຄາດວ່າຈະເຄື່ອນທີ່ໄປທາງ ເກາະໄຮໜານ​.

ຈະຜ່ານພາກເໜືອ ຂອງ ສສ ຫວຽດນາມ ໃນຄ່ຳຄືນຂອງ​ວັນທີ 08 ກໍລະກົດ 2021 ແລະ ສືບຕໍ່ເຄື່ອນທີ່ຜ່ານ ເມືອງແອດ​ ແລະ ເມືອງ ຊຳເໜືອ ແຂວງຫົວພັນ ໃນຕອນບ່າຍຂອງວັນດຽວກັນ. ຈາກນັ້ນພາຍຸຫົວນີ້ຈະອ່ອນກຳລັງລົງເປັນຍ່ອມຄວາມກົດດັນອາກາດຕໍ່າ ທີ່ມີກຳລັງແຮງປົກຄຸມເຂດພາກເໜືອ, ຊື່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ເປັນບໍລິເວນກວ້າງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ ໃນໄລຍະວັນທີ 07 ຫາ 09 ກໍລະກົດ​ 2021 ນີ້.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖີງອຳນາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ໄຊສົມບູນ, ວຽງຈັນ,ນະຄອນຫຼວງວຽງຈັນ, ບໍລິຄຳໄຊ ແລະ ຄຳມ່ວນ ຈົ່ງມີສະຕິລະມັດລະວັງຕໍ່ ສະພາບຝົນຕົກໜັກ ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນ້ຳຖ້ວມກະທັນຫັນ ແລະ ນ້ຳຖ້ວມຊຸ ເກີດຂື້ນໄດ້ ແລະ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງຕໍ່ເນື່ອງ.