ບຣາຊິນ ບຽດຊະນະ ເປຣູ ເຂົ້າໄປຢືນໃນຮອບຊີງໂຄປາ ອາເມຣິກາ ລໍຖ້າພົບ ອາກຊັງຕິນ ຫຼື ໂຄລົມບີ

562
Brazil's Lucas Paqueta, second right, celebrates scoring the opening goal against Peru during a Copa America semifinal soccer match at the Nilton Santos stadium in Rio de Janeiro, Brazil, Monday, July 5, 2021. (AP Photo/Bruna Prado)

ການແຂ່ງຂັນບານເຕະ ໂຄປາ ອາເມຣິກາ 2021 ຮອບຮອງຊະນະເລີດ ຄູ່ທໍາອິດສໍາເລັດຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 7 ມິຖຸນາ 2021 ຕາມເວລາໃນບ້ານເຮົາ ເປັນການພົບກັນລະຫວ່າງ ທີມຊາດບຣາຊິນ ແຊັມເກົ່າ ທັງເປັນເຈົ້າພາບພົບກັບ ເປຣູ.

ປາກົດວ່າ: ບຣາຊິນ ຄອງເກມໄດ້ເໜືອກວ່າ ແລະ ບຸກຢ່າງຕໍ່ເນື່ອງ ກ່ອນມາໄດ້ປະຕູຂຶ້ນນໍາ 1-0 ນາທີໆ 35 ຈາກຈັງຫວະທີ່ ເນມາ ພາບານຂຶ້ນໄປທາງດ້ານຊ້າຍ ກ່ອນເປີດເຂົ້າກາງໃຫ້ກັບ ລູຄັສ ປາເກຕາ ຍິງເຂົ້າໄປ, ສ່ວນໄລຍະເວລາທີ່ເຫຼືອບໍ່ມີປະຕູເກີດຂຶ້ນ ບຣາຊິນ ເອົາຊະນະໄປຫວຸດຫວິດ 1-0.

ເຮັດໃຫ້ ບຣາຊິນ ເຂົ້າຮອບຊີງຊະນະເລີດໄປລໍຖ້າພົບທີມຊະນະລະຫວ່າງ ອາກຊັງຕິນ ຫຼື ໂຄລົມບີ ທີ່ຈະແຂ່ງຂັນຮອບຮອງຊະນະເລີດໃນວັນທີ 6 ກໍລະກົດ 2021 ( ກົງກັບເວລາໃນບ້ານເຮົາ 6:00 ໂມງຂອງວັນທີ 7 ກໍລະກົດ ).