ອິຕາລີ ເພີ່ມສະຖິຕິບໍ່ເສຍໃຫ້ກັບທີມໃດ 32 ນັດຊ້ອນ ພ້ອມໂອກາດລຸ້ນແຊັມຢູໂຣ 2020

452

ທີມຊາດອິຕາລີ ຜ່ານເຂົ້າຮອບຮອງຊະນະເລີດການແຂ່ງຂັນບານເຕະ ຢູໂຣ 2020 ໄປພົບກັບ ແອັດສະປາຍ ໃນວັນທີ 6 ກໍລະກົດ 2021 ຫຼັງຈາກທີ່ສາມາດເອົາຊະນະ ແບນຊິກ 2-1 ໃນຮອບ 8 ທີມສຸດທ້າຍໄດ້ສໍາເລັດ.

ນັດດັ່ງກ່າວ ອິຕາລີ ໄດ້ 2 ປະຕູຈາກ ການຍິງຂອງ ນິໂດໂລ ບາເຣນລາ ນາທີໆ 31 ແລະ ລໍເຣນໂຊ ອິນຊິນເຢ ນາທີໆ 44, ກ່ອນທີ່ ແບນຊິິກ ຈະໄລ່ມາເປັນ 1-2 ຈາກການຍິງຈຸດໂທດຂອງ ໂຣເມລູ ລູກາກູ ໃນໄລຍະການຕໍ່ເວລາພິເສດເຄິ່ງເວລາທໍາອິດ, ສ່ວນເຄິ່ງເວລາທີ 2 ບໍ່ມີປະຕູເກີດຂຶ້ນ ອິຕາລີ ເອົາຊະນະໄປ 2-1.

ໄຊຊະນະຄັ້ງນີ້ຍັງເຮັດໃຫ້ ອິຕາລີ ສ້າງສະຖິຕຄິບໍ່ເສຍໃຫ້ກັບທີມໃດມາເຖິງ 32 ນັດຊ້ອນເປັນທີ່ຮຽບຮ້ອຍ ຕາມຫຼັງສະຖິຕິຂອງ ແອັສະປາຍ ກັບ ບຣາຊິນ ທີ່ບໍ່ເສຍໃຫ້ກັບທີມໃດພຽງ 2 ຄັ້ງເທົ່ານັ້ນ.