ປູກໝາກບວບຫຼາຍຂາຍກໍໄດ້ເງິນ

533

ໃຜທີ່ເຄີຍກິນໝາກບວບຄົງຮູ້ດີເຖິງລົດຊາດ ແລະ ກິ່ນຫອມຂອງພັນພືດຊະນິດນີ້ ເຊິ່ງສາມາດນໍາເອົາຍອດ, ດອກ ແລະ ໝາກ ປຸງແຕ່ງເປັນອາຫານ ຈຶ່ງບໍ່ແປກແມ່ຄ້າມັກຈະເອົາໝາກບວບໄປວາງຂາຍຕາມທ້ອງຕະຫຼາດ ເພາະສັງຄົມນິຍົມຊື້.

ໝາກບວບ ເປັນພືດຊະນິດໜຶ່ງທີ່ປະຊາຊົນລາວເຮົາຮູ້ຈັກ, ນິຍົມກິນ, ນິຍົມປູກ ຕາມສວນຄົວຮົ້ວເຮືອນ ເພື່ອໄວ້ບໍລິໂພກໃນຄອບຄົວເປັນສ່ວນຫຼາຍ ແລະ ບາງຄົນກໍປູກໄວ້ຂາຍກໍມີເຊັ່ນກັນ ເຊິ່ງແນ່ນອນວ່າວິທີການປູກໂດຍທົ່ວໄປແມ່ນບໍ່ພິຖີພິຖັນຫຍັງຫຼາຍ ແຕ່ວ່າການປູກໃຫ້ຖືກຕ້ອງຕາມຫຼັກການແມ່ນຈະໄດ້ຄຸນນະພາບທີ່ດີກວ່າ ເພາະເຮົາຈະຮູ້ຈັກກໍານົດການຮັກສາທຸກຂັ້ນຕອນຢ່າງລະອຽດ ແລະ ຖືກວິທີແຖມຜົນຜະລິດດີຂາຍໄດ້ກໍາໄລງາມ.

อาจเป็นรูปภาพของ กลางแจ้ง

▶ຂັ້ນຕອນການປູກໝາກບວບທີ່ຄວນຮູ້

ຂຸດດິນໃຫ້ເລິກ ປະມານ 20 – 25 ຊັງຕີແມັດ, ຂຸດແລ້ວຕາກດິນໄວ້ 7 – 10 ມື້, ຫຼັງຈາກນັ້ນຂຸດຂຸມ ແລະ ໃສ່ຝຸ່ນຄອກ ຫຼື ຝຸ່ນໝັກທີ່ປະສົມກັນດີລົງໃນຂຸມ.

ຫຼັງຈາກໄດ້ຂຸມແລ້ວກໍຢອດເມັດພັນລົງຂຸມລະ 3 – 4 ເມັດ ແລ້ວຖົມດ້ວຍດິນຜົງ ຫຼື ຝຸ່ນຄອກໜາປະມານ 1 ຊັງຕີແມັດ, ຈາກນັ້ນຫົດນໍ້າໃຫ້ຊຸ່ມແລ້ວຄຸມດ້ວຍເຟືອງແຫ້ງ ຫຼື ຫຍ້າແຫ້ງ ( ຖ້າພື້ນທີ່ແຫ້ງໄວໃຫ້ໝັ່ນຫົດນໍ້າຮັກສາຄວາມຊຸ່ມໄວ້ ) ປະມານ 10 – 15 ວັນ ໝາກບວບຈະງອກຕົ້ນອ່ອນອອກມາແລ້ວຫຼົກຫຍ້າ ພ້ອມຫຼົກເອົາຕົ້ນທີ່ອ່ອນແອອອກ ຈົ່ງຕົ້ນທີ່ສົມບູນແຂງແຮງໄວ້ປະມານ 2 – 3 ຕົ້ນ. ເມື່ອອາຍຸໝາກບວບໄດ້ 25 – 30 ວັນ ໃຫ້ຫຼົກຫຍ້າພ້ອມພວນດິນອ້ອມເຫງົ້າທັງໃສ່ຝຸ່ນສູດ 13 – 13 – 21 ປະມານ 1 ກຳ ແລະ ຫົດນໍ້າໃຫ້ທົ່ວ. ເມື່ອໝາກບວບເລີ່ມອອກດອກ ຫຼື ຕິດໝາກອ່ອນໃຫ້ໃສ່ຝຸ່ນສູດ 15 – 15 – 15 ປະມານ 1 ກໍາອ້ອມ ເຫງົ້າໝາກບວບ ອາທິດລະ 1 ຄັ້ງ ເພື່ອບໍາລຸງຕົ້ນໝາກບວບພ້ອມຫົດນໍ້າເຊົ້າ – ແລງເປັນປະຈໍາ, ເມື່ອມັນເລີ່ມເປັນເຄືອໃຫ້ເຮັດຄ້າງໃສ່ເພື່ອໃຫ້ມັນມີບ່ອນເກາະ ແລະ ຂະຫຍາຍອອກໄປ.

อาจเป็นรูปภาพของ กลางแจ้ง

ຫຼັງຈາກທີ່ເປັນໝາກແລ້ວກໍໝັ່ນຕິດຕາມມົດແມງ ແລະ ສາມາດເລືອກຫາໝາກໃດທີ່ ໃຫຍ່ກ່ອນກໍເອົາໄປບໍລິໂພກໄດ້ ຫຼື ປະມານ 50 – 60 ວັນສາມາດເກັບໝາກໄດ້ຕາມຄວາມຕ້ອງການອາດຈະກິນ ຫຼື ໄປຂາຍກໍໄດ້.

อาจเป็นรูปภาพของ กลางแจ้ง

ພະຍາດ ຫຼື ສັດຕູພືດທີ່ມັກເກີດຂຶ້ນກັບໝາກບວບແມ່ນພະຍາດເຫງົ້າເນົ່າ, ພະຍາດໃບຫົດ, ມົດຕອມຍອດ. ດັ່ງນັ້ນ, ຄວນຮັກສາບໍລິເວນສວນໃຫ້ສະອາດຢູ່ສະເໝີ. ສ່ວນວິທີຮັກສາໃນແບບທໍາມະຊາດກໍແມ່ນເອົາດິນຖົມເຫງົ້າ, ໃສ່ຝຸ່ນ, ຂີ້ເທົ່າໂຮຍໄລ່ມົດແມງ ຫຼື ເອົາປູນຂາວໂຮຍອ້ອມເຫງົ້າກໍໄດ້.