ບຸນພະຈັນ ເປັນນັກເຕະທີມຊາດລາວ ທີ່ມີມູນຄ່າທາງການຕະຫຼາດສູງສຸດທະລຸ 110.000 ໂດລາ

1015

ອີງຕາມຂໍ້ມູນຈາກເວບໄຊທ໌ຕ່າງປະເທດທີ່ມີຊື່ສຽງໃນວົງການບານເຕະໃນໂລກຢ່າງ transfermarkt.com ໄດ້ວິເຄາະນັກເຕະທີມຊາດລາວ ຊຸດໃຫຍ່ ທີ່ມີມູນຄ່າສູງສຸດ ມາຮອດເດືອນມິຖຸນາ 2021 ປາກົດວ່າ: ບຸນພະຈັນ ບຸນກອງ ເປັນນັກເຕະທີມຊາດລາວ ທີ່ມີມູນຄ່າສູງສຸດເຖິງ 110.000 ໂດລາ.

ຖືເປັນອັນດັບ 1 ໃນສອງຢ່າງສໍາລັບ ບຸນພະຈັນ ເພາະກ່ອນໜ້ານີ້ Transfermark ເວັບໄຊທ໌ທີ່ອັບເດດການຊື້-ຂາຍ ແລະ ການຍ້າຍທີມທີ່ມີຊື່ສຽງຂອງຕ່າງປະເທດໄດ້ວິເຄາະນັກເຕະທີ່ມີມູນຄ່າສູງສຸດຂອງແຕ່ລະປະເທດ ໃນບັນດາປະເທດອາຊຽນ ໂດຍເບິ່ງຈາກອາຍຸ, ຟອມການຫຼິ້ນ ແລະ ອື່ນໆ ປາກົດວ່າ: ບຸນພະຈັນ ບຸນກອງ ກອງໜ້າອະນາຄົດໄກຂອງ ຊ້າງນ້ອຍ ເອັຟຊີ ມີມູນຄ່າ 0,10 ລ້ານເອີໂຣ ( ປະມານ 100 ລ້ານກວ່າກີບ ).

ຫຼ້າສຸດ Transfermark ໄດ້ວິເຄາະມູນຄ່າທາງການຕະຫຼາດຂອງນັກເຕະທີມຊາດລາວ ທີ່ມີມູນຄ່າສູງສຸດ 9 ຄົນມີດັ່ງນີ້:
1.ບຸນພະຈັນ ບຸນກອງ ກອງໜ້າຂອງ ຊ້າງນ້ອຍ ເອັຟຊີ ທີມໃນລາວລີກ 1 ມີມູນຄ່າ 110.000 ໂດລາ

2.ສຸກອາພອນ ວົງຈຽງຄໍາ ກອງໜ້າຂອງ ອຸດອນທານີ ທີມໃນໄທລີກ 2 ມີມູນຄ່າ 83.000 ໂດລາ
3.ສໍລະສັກ ທິລະວົງ ຜູ້ຮັກສາປະຕູຂອງ ຊ້າງນ້ອຍ ເອັຟຊີ ທີມໃນລາວລີກ 1 ມີມູນຄ່າ 83.000 ໂດລາ
4.ທິບພະຈັນ ອິນທະວົງ ກອງຫຼັງຂອງ ເອັຟຊີ ຈັນທະບູລີ ທີມໃນລາວລີກ 1 ມີມູນຄ່າ 83.000 ໂດລາ

5.ພຸດດາວີ ພົມມະສານ ກອງກາງຂອງ ເອັຟຊີ ຈັນທະບູລີ ທີມໃນລາວລີກ 1 ມີມູນຄ່າ 83.000 ໂດລາ
6.ສົມຊາຍ ແກ້ວຫານາມ ກອງໜ້າຂອງ ຊ້າງນ້ອຍ ເອັຟຊີ ທີມໃນລາວລີກ 1 ມີມູນຄ່າ 83.000 ໂດລາ
7.ພູທອນ ອິນນະໄລ ກອງກາງຂອງ ກອງທັບ ເອັຟຊີ ທີມໃນລາວລີກ 1 ມີມູນຄ່າ 83.000 ໂດລາ
8.ມະໂນລົມ ເພັດພັກດີ ກອງກາງຂອງ ຊ້າງນ້ອຍ ເອັຟຊີ ທີມໃນລາວລີກ 1 ມີມູນຄ່າ 83.000 ໂດລາ
9.ຈັນທະພອນ ແຫວນວົງສົດ ກອງກາງຂອງ ເອັຟຊີ ຈັນທະບູລີ ທີມໃນລາວລີກ 1 ມີມູນຄ່າ 83.000 ໂດລາ

ສໍາລັບ ບຸນພະຈັນ ບຸນກອງ ເກີດວັນທີ 29 ພະຈິກ 2000 ທີ່ແຂວງສະຫວັນນະເຂດ, ລວງສູງ 165 ຊັງຕີແມັດ ແລະ ນ້ຳຫນັກ 55 ກິໂລແມັດສາມາດຫຼິ້ນຫຼາຍຕໍາແໜ່ງເປັນຕົ້ນແມ່ນ ກອງກາງ ແລະ ກອງໜ້າປີກຂວາ, ຕິດທີມຊາດລາວຕັ້ງແຕ່U16 2015 ແລະ ຕິດທີມຊາດລາວ ຊຸດໃຫຍ່ປີ 2018, ສ່ວນສະໂມສອນ ເຄີຍຫຼິ້ນໃຫ້ກັບ ສະຫວັນ ຢູໄນເຕັດ, ສະໂມສອນ ທິບສະຫວັນ ເອັຟຊີ ແລະ ສະໂມສອນ ຊ້າງນ້ອຍ, ປັດຈຸບັນຫຼິ້ນໃຫ້ກັບ ຊ້າງນ້ອຍ ຂຶ້ນນໍາດາວຍິງສູງສຸດໃນລາວລີກ 1 ປີ 2021 ຍິງໄປແລ້ວ 3 ປະຕູ.

ຮຽບຮຽງ: ຫຼ້າ; ຮູບຈາກ: ສອນໄຊ
ຂໍ້ມູນ: transfermarkt.com ແລະ ສະຫະພັນບານເຕະແຫ່ງຊາດລາວ