ເສັ້ນທາງສູ່ນັດຊິງແຊັມຂອງ ອັງກິດ ເລີ່ມເປີດກວ້າງ ຫຼັງຜ່ານເຢຍລະມັນ ຄູ່ແຂ່ງໃນຮອບ8 ທີມ ພົບ ອູແກຣນ

688
England's Raheem Sterling celebrates after scoring his side's first goal during the Euro 2020 soccer championship round of 16 match between England and Germany, at Wembley stadium, in London, Tuesday, June 29, 2021. (Matthew Childs/Pool via AP)

ດ້ວຍຟອມການຫຼິ້ນ, ນັກເຕະ ແລະ ສະຖານະການ ເຮັດໃຫ້ນັກວິເຄາະ ແລະ ແຟນບານຕ່າງກໍຍົກໃຫ້ ທີມຊາດອັງກິດ ເປັນຕົວເຕັງສູ່ຮອບຊີງຊະນະເລີດການແຂ່ງຂັນບານເຕະ ຢູໂຣ 2020 ແບບບໍ່ມີທີ່ຕິຫຼັງຈາກທີ່ນັດຫຼ້າສຸດເອົາຊະນະ ເຢຍລະມັນ 2-0 ໃນການແຂ່ງຂັນຮອບ 16 ທີມສຸດທ້າຍເມື່ອວັນທີ 29 ມິຖຸນາ 2021 ເຮັດໃຫ້ ອັງກິດ ເຂົ້າຮອບ 8 ທີມສຸດທ້າຍ;  ແນ່ນອນ ອັງກິດ ຢູ່ສາຍລຸ່ມແມ່ນສາຍທີ່ບໍ່ໜັກ ແລະ ເໜືອກວ່າຄູ່ແຂ່ງ ເຮັດໃຫ້ໂອກາດເຂົ້າຮອບຊີງມີຫຼາຍກວ່າທີມອື່ນໆ.

ການແຂ່ງຂັນວັນສຸດທ້າຍຂອງຮອບ 16 ທີມສຸດທ້າຍ ອັງກິດ ພົບກັບ ເຢຍລະມັນ ເຊິ່ງອັງກິດ ຄຸມຄວາມໄດ້ປຽບທັງເປັນເຈົ້າບ້ານ ແລະ ບໍ່ອະນຸຍາດໃຫ້ ເຢຍລະມັນ ຊ້ອມໃນສະໜາມເວມບຣີ ສະເຕດ້ຽມ ທີ່ໃຊ້ແຂ່ງໃນນັດຕົວຈິງເທົ່ານັ້ນ ປາກົດວ່າ: ທັງສອງທີມແຂ່ງກັນໄດ້ຢ່າງສູສີ, ແຕ່ເປັນທີມຊາດອັງກິດ ທີ່ຈົບປະຕູໄດ້ຈາກ ຣາຮີມ ຣາຮີມ ສະເຕີລິງ ຂຶ້ນນໍາ 1-0 ນາທີໆ 75 ກ່ອນທີ່ ແຮຣີ ເຄນ ຈະມາໂໝ່ງປະຕູທີ 2 ໃຫ້ກັບອັງກິດ ນາທີໆ 86 ຈົບເກມ ອັງກິດ ເອົາຊະນະໄປ 2-0.

ຈາກຜົນດັ່ງກ່າວເຮັດໃຫ້ ອັງກິດ ຜ່ານເຂົ້າຮອບ 8 ທີມສຸດທ້າຍໄປພົບກັບ ອູແກຣນ ທີ່ຊະນະ ຊູແອັດ 2-1 ເຊິ່ງຈະແຂ່ງຂັນໃນວັນທີ 3 ກໍລະກົດ 2020 ( ກົງກັບເວລາ 2:00 ໂມງຂອງວັນທີ 4 ກໍລະກົດ ເວລາໃນບ້ານເຮົາ ).

ນອກນັ້ນ, ຜົນນັດນີ້ຍັງເຮັດໃຫ້ ອັງກິດ ຖືກເບິ່ງວ່າຈະເປັນຕົວເຕັງເຂົ້າຮອບຊີງຊະນະເລີດ ເພາະຖ້າຫາກຜ່ານ ອູແກຣນ ກໍຈະໄປລຸ້ນກັບທີມຊະນະລະຫວ່າງ ສາທາລະນະລັດເຊັກ ຫຼື ດານມາກ ເຊິ່ງຈະໄດ້ແຂ່ງຂັນທີ່ສະໜາມເວມບຣີ ສະເຕດ້ຽມ ໃນປະເທດອັງກິດ ຍິ່ງໄດ້ປຽບອີກຄັ້ງ ເຊັ່ນດຽວກັບຮອບຊີງຊະນະເລີດກໍຈະແຂ່ງຂັນທີ່ສະໜາມເວມບຣີ ເຊິ່ງດ້ວຍສະຖິຕິ ແລະ ຟອມການຫຼິ້ນ ລວມເຖິງຍັງພຽງທີມດຽວທີ່ບໍ່ເສຍຈັກປະຕູໃນຢູໂຣ 2020 ຮອບສຸດທ້າຍ ເຊິ່ງອັງກິດ ຈະເປັນທີມທີ່ມີໂອກາດຫຼາຍທີ່ສຸດເຂົ້າຮອບຊີງຊະນະເລີດໄດ້.

ສະຫຼຸບ 8 ທີມທີ່ໄດ້ໄປຕໍ່ໃນຢູໂຣ 2020 ມີດັ່ງນີ້:
-ສະວິດ ພົບ ແອັດສະປາຍ ໃນວັນທີ 2 ກໍລະກົດ 2021 ( ກົງກັບເວລາໃນບ້ານເຮົາ 23:00 ໂມງຂອງວັນທີ 2 ກໍລະກົດ ) ແຂ່ງຂັນທີ່ປະເທດຣັດເຊຍ
-ແບນຊິກ ພົບ ອິຕາລີ ໃນວັນທີ 2 ກໍລະກົດ 2021 ( ກົງກັບເວລາໃນບ້ານເຮົາ 2:00 ໂມງຂອງວັນທີ 3 ກໍລະກົດ ) ແຂ່ງຂັນທີ່ປະເທດເຢຍລະມັນ
-ສາທາລະນະລັດເຊັກ ພົບ ດານມາກ ໃນວັນທີ 3 ກໍລະກົດ 2021 ( ກົງກັບເວລາໃນບ້ານເຮົາ 23:00 ໂມງຂອງວັນທີ 3 ກໍລະກົດ ) ແຂ່ງຂັນທີ່ປະເທດອາເຊີໄບຈານ
-ອູແກຣນ ພົບ ອັງກິດ ໃນວັນທີ 3 ກໍລະກົດ 2021 ( ກົງກັບເວລາໃນບ້ານເຮົາ 2:00 ໂມງຂອງວັນທີ 4 ກໍລະກົດ ) ແຂ່ງຂັນທີ່ປະເທດອິຕາລີ

ຂ່າວ: ຫຼ້າ,ຮູບຈາກ: AP