ຄືນນີ້ ອັງກິດ ຄຸມຄວາມໄດ້ປຽບແຂ່ງໃນບ້ານ ພ້ອມທັງຫ້າມ ເຢຍລະມັນ ຊ້ອມໃນສະໜາມເວມບຣີ

598

ຖືວ່າເປັນອີກຄູ່ທີ່ໜ້າຕິດຕາມສໍາລັບການແຂ່ງຂັນບານເຕະ ຢູໂຣ 2020 ຄືນນີ້ວັນທີ 29 ມິຖຸນາ 2021 ທີ່ສະໜາມເວມບຣີ ສະເຕດ້ຽມ ໃນນະຄອນຫຼວງດອນລອນ ປະເທດອັງກິດ ລະຫວ່າງ ທີມຊາດອັງກິດ ພົບກັບ ເຢຍລະມັນ ເວລາ 23:00 ໂມງ ເຊິ່ງ ອັງກິດ ຄຸມຄວາມໄດ້ປຽບທັງເປັນເຈົ້າບ້ານ ແລະ ບໍ່ອະນຸຍາດໃຫ້ຄູ່ແຂ່ງຢ່າງເຢຍລະມັນ ລົງຊ້ອມສະໜາມທີ່ສະໜາມເວມບຣີ ສະເຕດ້ຽມ ກ່ອນມື້ແຂ່ງ.

ປົກກະຕິແລ້ວທີມຊາດຕ່າງຖິ່ນຈະໄດ້ຮັບອະນຸຍາດຊ້ອມໃນສະໜາມທີ່ຈະໃຊ້ແຂ່ງຂັນຕົວໃຈ ກ່ອນ 1 ວັນ ເພື່ອໃຫ້ມີຄວາມລື້ງເຄີຍກັບສະໜາມ ແຕ່ສາເຫດທີ່ ທີມຊາດເຢຍລະມັນ ບໍ່ໄດຮັບອະນຸຍາດໃຫ້ລົງຊ້ອມໃນສະໜາມດັ່ງກ່າວ ເນື່ອງຈາກ ສະຫະພັນບານເຕະເອີຣົບ ( ຢູຟາ ) ຊີ້ແຈງວ່າ: ຕ້ອງການຮັກສາຫຍ້າໄວ້ສໍາລັບການແຂ່ງຂັນຮອບຮອງຊະນະເລີດ ແລະ ຮອງຊີງຊະນະເລີດ ເຊິ່ງກ່ອນໜ້ານີ້ ອິຕາລີ ກັບ ໂອຕຣິດ ທີ່ແຂ່ງຂັນກັນໃນຮອບ 16 ທີມສຸຸດທ້າຍກໍບໍ່ໄດ້ລົງຊ້ອມເຊັ່ນກັນ.

ແນ່ນອນວ່າຈຸດນີ້ຈະເປັນຄວາມໄດ້ປຽບສໍາຄັນຂອງ ທີມຊາດອັງກິດ ເພາະນັກເຕະທຸກຄົນກໍຕ່າງຄຸ້ນເຄີຍກັບສະໜາມເອກໃນປະເທດຂອງຕົວເອງຢູ່ແລ້ວ ເຊິ່ງໃນຢູໂຣ 2020 ຮອບແບ່ງກຸ່ມກໍຍັງບໍ່ເສຍຈັກນັດຄື ຊະນະ ໂຄຣອາຊີ 1-0, ສະເໝີ ສະກ໊ອດແລນ 0-0 ແລະ ຊະນະ ສາທາລະນະລັດເຊັກ 1-0 ເຂົ້າຮອບໃນຖານະແຊັມກຸ່ມ D ໂດຍນັກເຕະທີ່ຍິງປະຕູໄດ້ສູງສຸດເປັນ ຣາຮິມ ສະເຕີລິງ ກອງໜ້າຈາກແມນເຊັສເຕີ ຊິຕີ້ ຍິງໄດ້ 2 ປະຕູ.

ສ່ວນ ທີມຊາດເຢຍລະມັນ ຜົນງານໃນ ຢູໂຣ 2020 ແມ່ນໄດ້ແຂ່ງຂັນນອກບ້ານທັງໝົດ ລວມເຖິງຢູ່ຮ່ວມສາຍໜັກກໍຍັງສາມາດຜ່ານເຂົ້າຮອບ 16 ທີມໃນຖານະທີມອັນດັບ 2 ຂອງກຸ່ມ F ດ້ວຍຜົນງານເສຍໃຫ້ກັບ ຝຣັ່ງ 0-1, ຊະນະ ປ໊ອກຕຸຍການ 4-2 ແລະ ສະເໝີ ຮົງກາລີ 2-2 ໂດຍນັກເຕະທີ່ຍິງປະຕູໄດ້ສູງສຸດແມ່ນ ໄຄ ຮາເເວັດ ກອງໜ້າດາວເດັ່ນຈາກເຊລຊີ ຍິງໄດ້ 2 ປະຕູ.

ສໍາລັບ ສະຖິຕິການພົບກັນໃນລາຍການໃຫຍ່ມີຄື: ປີ 2000 ອັງກິດ ຊະນະ 1-0 ໃນຢູໂຣ; ປີ 2001 ເຢຍລະມັນ ຊະນະ 1-0 ແລະ ອັງກິດ ຊະນະ 5-1 ໃນຮອບຄັດເລືອກບານໂລກ; ປີ 2010 ເຢຍລະມັນ ຊະນະ 4-1 ໃນບານໂລກ ຮອບ 8 ທີມ, ສ່ວນລາຍການອຸ່ນເຄື່ອງເຄີຍພົບກັນມາ 6 ຄັ້ງປາກົດວ່າ: ເຢຍລະມັນ ຊະນະ 3 ນັດ, ອັງກິດ ຊະນະ 2 ນັດ ແລະ ສະເໝີກັນ 1 ນັດ.

ສ່ວນນັກເຕະ 11 ຄົນທີ່ຄາດວ່າຈະໄດ້ລົງສະໜາມເປັນຕົວຈິງມີດັ່ງນີ້:
-ອັງກິດ: ຈໍແດນ ຟິກຟອດ ຜູ້ຮັກສາປະຕູ; ກອງຫຼັງມີ: ໄຄລ ວອກເກີ, ລຸກ ຊໍ, ຈອນ ສະໂຕນສ໌ ແລະ ແຮຣີ ແມັກໄກວ; ກອງກາງ: ດີເຄລນ ໄຣຊ໌, ຄັລວິນ ຟິລລິບສ໌ ແລະ ແຈັກ ກຣີລິຊ; ກອງໜ້າມີ: ຣາຮິມ ສະເຕີລິງ, ແຮຣີ ເຄນ ແລະ ບູກາໂຢ ຊາກາ.
-ເຢຍລະມັນ: ມານູເອລ ນອຍເອີ ຜູ້ຮັກສາປະຕູ; ກອງຫຼັງມີ: ມັດທີອັສ ກິນເທີ, ມັດ ຮຸມເມລສ໌ ແລະ ແອນໂທນິໂອ ຣູດິເກີ; ກອງກາງມີ ໂຈຊົວ ຄິມມິສ, ໂທນີ ໂຄຣສ, ໂຣບິນ ກາສເຊັນ ແລະ ອິເກ ກຸນໂດກັນ; ກອງໜ້າມີ ໄກ ຮາແວັດ, ໂທມັສ ມຸລເລີ ແລະ ແຊຈ໌ ນາບຣີ.