ລາວ-ຫວຽດນາມ ສືບຕໍ່ຮ່ວມມືຫຼາຍດ້ານ ໂອກາດສະຫາຍ ທອງລຸນ ສີສຸລິດ ພ້ອມຄະນະ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ

524
ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ຫງວຽນຟູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ສະຫາຍ ຫງວຽນຊວັນຟຸກ ປະທານປະເທດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍພັນລະຍາ. ໃນຕອນເຊົ້າ ວັນທີ 28 ມິຖຸນາ 2021 ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງພັກ-ລັດ ແຫ່ງ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ເດີນທາງໄປຢ້ຽມຢາມສັນຖະວະໄມຕີ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຢ່າງເປັນທາງການ ໃນວັນທີ 28-29 ມິຖຸນາ 2021.
ເຂົ້າຮ່ວມໃນຄະນະໄປຢ້ຽມຢາມຄັ້ງນີ້ມີ ສະຫາຍ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ; ສະຫາຍ ສອນໄຊ ສີພັນດອນ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກໍາມະການຮ່ວມມື ລາວ-ຫວຽດນາມ; ສະຫາຍ ນາງ ສີໃສ ລືເດດມູນສອນກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ; ສະຫາຍ ສະເຫລີມໄຊ ກົມມະສິດ, ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ; ສະຫາຍ ທອງສະລິດ ມັງໜໍ່ເມກ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ; ສະຫາຍ ຄໍາໃບ ດໍາລັດ, ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ; ສະຫາຍ ນາງ ເຂັມມະນີ ພົນເສນາ, ກໍາມະການສູນກາງພັກ, ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ; ສະຫາຍ ທອງສະຫວັນ ພົມວິ ຫານ, ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ; ສະຫາຍ ພົນຕີ ກົງທອງ ພົງວິຈິດ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ; ສະຫາຍ ນາງ ສວນສະຫວັນ ວິຍາເກດ, ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວ ແລະ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ.
ໃນໄລຍະການຢ້ຽມຢາມ, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ພົບປະກັບການນໍາຂັ້ນສູງສຸດຂອງ ສສ ຫວຽດນາມ, ສະຫາຍ ຫງວຽນຟູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ; ສະຫາຍ ຫງວຽນຊວັນຟຸກ, ກໍາມະການກົມການເມືອງສູນກາງພັກ, ປະທານປະເທດແຫ່ງ ສສ ຫວຽດນາມ; ສະຫາຍ ເວືອງດິງເຫວະ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດຫວຽດນາມ; ສະຫາຍ ຟ້ອມມິງຈິງ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ສສ ຫວຽດນາມ; ວາງພວງມາລາທີ່ອະນຸສາວະລີນັກຮົບວິລະຊົນແຫ່ງຊາດຫວຽດ ນາມ ແລະ ວາງພວງດອກໄມ້ທີ່ສຸສານປະທານໂຮ່ຈິມິນ; ພົບປະກັບອະດີດເລຂາທິການໃຫຍ່ ນົງດຶກແມ້ງ, ອະດີດປະທານປະເທດ ເຈີນດຶກເລືອງ; ຢ້ຽມຢາມ ແລະ ໂອ້ລົມພະນັກງານ, ຄູອາຈານ, ນັກຄົ້ນຄວ້າ ສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ; ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ, ສະມາຄົມມິດຕະພາບຫວຽດນາມ-ລາວ ຂັ້ນສູນກາງ, ຄະນະປະສານງານທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ຢູ່ລາວ.
ການຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການຂອງ ສະຫາຍເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ເປັນເຫດການທີ່ສໍາຄັນໃນການພົວພັນລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເພາະດໍາເນີນໄປໃນທ່າມກາງບັນຍາກາດທີ່ທັງ ສອງພັກ, ສອງລັດ ຫາກໍ່ສໍາເລັດ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ, ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ແລະ ເປັນປີທໍາອິດຂອງການ ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່, ຍຸດທະສາດ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ ຂອງແຕ່ລະພັກ, ແຕ່ລະປະເທດ ທັງເປັນໂອກາດອັນດີໃຫ້ແກ່ສອງຝ່າຍ ໄດ້ປຶກສາຫາລືບັນຫາຍຸດທະສາດ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ, ເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດ ຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.


ການພົບປະທາງການສອງຝ່າຍ, ສະຫາຍເລຂາທິການໃຫຍ່ ປະທານປະເທດ ທ່ານ ທອງລຸນ ສີສຸລິດ ແລະ ສະຫາຍເລຂາທິການໃຫຍ່ ຫງວຽນ ຟູຈ້ອງ ໄດ້ເປັນສັກຂີພິຍານໃນການລົງນາມ ເອກະສານກ່ຽວກັບການຮ່ວມມືສອງຝ່າຍຄື: ຂໍ້ຕົກລົງວ່າດ້ວຍຍຸດທະສາດຮ່ວມມືສອງຝ່າຍ ລາວ-ຫວຽດນາມ ໄລຍະ 2021-2030; ສັນຍາຮ່ວມມືສອງຝ່າຍ ລາວ-ຫວຽດນາມ ໄລຍະ 2021-2025; ຂໍ້ຕົກລົງວ່າດ້ວຍການຮ່ວມມື ລະຫວ່າງຫ້ອງວ່າການສູນກາງພັກປະຊາຊົນ ປະຕິວັດລາວ ແລະ ຫ້ອງວ່າການສູນກາງພັກກອມມູນິດ ຫວຽດ ນາມ ໄລຍະ 2021-2025 ຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງຄະນະກໍາມະການສູນກາງແນວລາວສ້າງຊາດ ແລະ ຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ ໄລຍະ 2021- 2025 ຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງ ກະຊວງແຜນການ ແລະ ການລົງທຶນຂອງລາວ ແລະ ກະຊວງແຜນການ ແລະ ການລົງທຶນຂອງຫວຽດນາມ ໄລຍະ 2021-2023; ບົດບັນທຶກວ່າດ້ວຍແຜນ ການຮ່ວມມື ວັດທະນະທໍາ, ສິນລະປະ ແລະ ທ່ອງທ່ຽວ ລະຫວ່າງ ກະຊວງຖະ ແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວລາວ ກັບ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄລຍະ 2021-2025; ບົດບັນທຶກວ່າດ້ວຍແຜນ ການຮ່ວມມືໃນຂົງເຂດຂ່າວສານ ລະ ຫວ່າງກະຊວງຖະແຫຼງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວລາວ ກັບ ກະຊວງຖະແຫຼງຂ່າວ ແລະ ການສື່ສານຫວຽດ ນາມ ແລະ ສັນຍາການຮ່ວມມືທາງດ້ານເສດຖະກິດລະຫວ່າງ ວິສາຫະກິດ ລາວ ແລະ ຫວຽດນານຈຳນວນໜຶ່ງ.ລາວ-ຫວຽດນາມ ລົງນາມສືບຕໍ່ຮ່ວມມືຫຼາຍດ້ານ ໂອກາດສະຫາຍ ທອງລຸນ ສີສຸລິດ ພ້ອມຄະນະ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມລາວ-ຫວຽດນາມ ລົງນາມສືບຕໍ່ຮ່ວມມືຫຼາຍດ້ານ ໂອກາດສະຫາຍ ທອງລຸນ ສີສຸລິດ ພ້ອມຄະນະ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາ


ໃນການເດີນທາງໄປຢ້ຽມຢາມ ແລະ ເຄື່ອນໄຫວຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງສາທາລະ ນະລັດປະຊາທິປະໄຕປະຊາຊົນລາວ ພ້ອມດ້ວຍພັນລະຍາ ແລະ ການນໍາຂັ້ນສູງຂອງລາວ ໃນຄັ້ງນີ້ແມ່ນການໄປຢ້ຽມຢາມ ແລະ ເຮັດວຽກຢູ່ຕ່າງປະເທດຄັ້ງທຳອິດ ຂອງທ່ານ ໃນນາມທີໄດ້ຮັບຕໍາແໜ່ງເປັນ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ນັ້ນສະແດງເຖິງການໃຫ້ຄວາມສໍາຄັນ ແລະ ສືບຕໍ່ເພີ່ມທະວີສາຍພົວພັນຮ່ວມມືຮອບດ້ານ, ຄວາມສາມັກຄີແບບພິເສດລາວ-ຫວຽດນາມ ກໍ່ຄືການໄກ້ສິດຕິດແທດການເຊື່ອໝັ້ນຕໍ່ກັນແລະກັນລະຫ່ວາງການນໍາຂັ້ນສູງຂອງສອງປະເທດ, ສ້າງກໍາລັງແຮງໃນການຮ່ວມມື, ຊຸກຍູ້ຂະບວນການຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມຂອງແຕ່ລະປະເທດ, ເພີ່ມທະວີການພົວພັນຕໍ່ເນື່ອງທຸກດ້ານໃນການຕ້ານພະຍາດລະບາດ ໂຄວິດ-19 ລະຫ່ວາງສອງປະເທດເວົ້າລວມ ແລະ ໃນອາຊຽນເວົ້າລວມ. ພ້ອມກັນນັ້ນ ການເດີນທາງຢ້ຽມຢາມປະເທດຫວຽດນາມຄັ້ງທໍາອິດ ມັນໄດ້ຢັ້ງຢືນອີກເທືອໜຶ່ງ ເຖິງມິດຕະພາບອັນຍິງໃຫຍ່, ສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານລະຫ່ວາງ ພັກ -ລັດ ແລະ ປະຊາຊົນ ລາວ ກັບ ພັກ- ລັດ ແລະ ປະຊາຊົນຫວຽດນາມ ແມ່ນສາຍພົວພັນຕົວແບບທີບໍ່ມີວັນຈາງຫາຍໃນການພົວພັນສາກົນ, ແມ່ນກໍາລັງແຮງ, ກົດເກນຄົງຕົວ ແມ່ນໜຶ່ງໃນບັນດາອົງປະກອບຕັດສິນທຸກໄຊຊະນະ ຂອງການປະຕິວັດແຕ່ລະປະທດ.