ສາລະວັນປະກາດ ຍຸບເລີກພະແນກວິທະຍາສາດ-ເຕັກໂນໂລຊີ ແລະຄະນະຮັບຜິດຊອບ ອະນຸສາວະລີ

393

ອີງຕາມແນວທາງປ່ຽນໄປໃໝ່ຂອງພັກ-ລັດທີ່ໄດ້ຍຸບກະຊວງວິທະຍາສາດ ແລະເຕັກໂນໂລຊີແລ້ວ ບັນດາພະແນກການທີ່ຂຶ້ນກັບກໍ່ຈຳເປັນຕ້ອງຍຸບເລີກ ພ້ອມຊັບຊ້ອນພະນັກງານໄປຢູ່ຕາມບັນດາຂະແໜງການທີ່ກຳນົດໄວ້ ເຊິ່ງຕາມແຫລ່ງຂ່າວຈາກແຂວງສາລະວັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ແຂວງສາລະວັນ ໄດ້ຈັດພິທີປະກາດຍຸບເລີກ ແລະ ມອບໂອນກົງຈັກການຈັດຕັ້ງ ຂອງພະແນກວິທະຍາ ສາດ ແລະ ເຕັກໂນໂລຊີແຂວງເປັນທີ່ຮຽບຮ້ອຍແລ້ວ.

ພ້ອມນີ້ຍັງໄດ້ມອບໂອນພະນັກງານ-ລັດຖະກອນ ຈຳນວນ 19 ທ່ານໄປຂຶ້ນກັບ 6 ພະແນກການທີ່ກ່ຽວຂ້ອງຄື: ພະແນກອຸດສາຫະກຳ-ການຄ້າ 10 ທ່ານ, ເຕັກໂນໂລຊີ ແລະ ການສື່ສານ 5 ທ່ານ, ສຶກສາທິການ-ກິລາ, ກະສິກຳ-ປ່າໄມ້, ພະລັງ ງານ-ບໍ່ແຮ່ ແລະ ພະແນກຊັບຍາກອນທຳມະຊາດ ແລະ ສິ່ງແວດລ້ອມພະແນກລະ 1 ທ່ານ.

ພ້ອມນີ້ ກໍໄດ້ມອບໂອນພະນັກງານ-ລັດຖະກອນ ຄະນະຮັບຜິດຊອບອະນຸສາວະລີແຂວງ ຈຳນວນ 8 ທ່ານ ໄປຂຶ້ນກັບຫ້ອງວ່າການແຂວງສາລະວັນ ໂດຍປະຕິບັດຕາມມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 06/ກມສພ ວ່າດ້ວຍຍຸບເລີກ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ.

ເຂົ້າຮ່ວມໃນພິທີຄັ້ງນີ້, ມີທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ທ່ານ ຄໍາສຸກ ແກ້ວວົງສອງ ຮັກສາ ການຫົວໜ້າພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ມີບັນດາຜູ້ຕາງໜ້າຈາກພະແນກການທີ່ກ່ຽວຂ້ອງ ແລະ ພັກງານ-ລັດຖະກອນ ເຂົ້າຮ່ວມ.

ໃນພິທີ, ພາຍຫລັງທີ່ ທ່ານ ເວີນມະນີ ມຸ່ງສີວົງສາ ຫົວໜ້າພະແນກພາຍໃນແຂວງ ໄດ້ຜ່ານຂໍ້ຕົກລົງ ປະກາດຍຸບເລີກ ແລະ ມອບໂອນກົງຈັກການຈັດຕັ້ງ ຂອງພະແນກວິທະ ຍາສາດ ແລະ ເຕັກໂນໂລຊີແຂວງ, ມອບໂອນພະນັກງານ-ລັດຖະກອນ ຈຳນວນ 19 ທ່ານໄປຂຶ້ນກັບ 6 ພະແນກການທີ່ກ່ຽວຂ້ອງແລ້ວ, ກໍໄດ້ເຊັນບົດບັນທຶກມອບໂອນ ຢ່າງເປັນທາງການ ລະຫວ່າງ ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ ກັບພະແນກ ການທີ່ໄດ້ຮັບການມອບໂອນ.

ພາບ-ຂ່າວ: ທິດລານີ ໂຄດໂຍທາ