ຂໍ້ມູນ ແລະ ປະຫວັດການເຄື່ອນໄຫວ ກໍລະນີຕິດເຊື້ອໂຄວິດ-19 ໃໝ່ 7 ຄົນ ຢູ່ນະຄອນຫລວງວຽງຈັນ

572

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ ທ່ານດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ໄດ້ຮ່ວມຖະແຫຼງຂ່າວປະຈຳວັນທີ 28 ມິຖຸນາ 2021.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ກ່າວວ່າ: ວັນທີ 27 ມິຖຸນາ 2021 ໄດ້ກວດວິເຄາະທັງໝົດ 1.129 ຄົນ ກວດພົບຜູ້ຕິດເຊື້ອທັງໝົດ 26 ຄົນ, ຈາກນະຄອນຫຼວງ 7 ຄົນ, ຈຳປາສັກ 8 ຄົນ, ສະຫວັນນະເຂດ 4 ຄົນ, ແຂວງວຽງຈັນ 4 ຄົນ, ຫຼວງນ້ຳທາ 2 ຄົນ ແລະ ໄຊຍະບູລີ 1 ຄົນ.ສຳລັບ ນະຄອນຫຼວງວຽງຈັນ 7 ຄົນ, ແຂວງວຽງຈັນ 4 ຄົນ, ຫຼວງນ້ຳທາ 2 ຄົນ ແລະ ໄຊຍະບູລີ 1 ຄົນ ແມ່ນກໍລະນີຕິດເຊື້ອໃນຊຸມຊົນ. ສ່ວນ ແຂວງສະຫວັນນະເຂດ 4 ຄົນ ແລະ ຈຳປາສັກ 8 ຄົນ ແມ່ນກວດພົບຈາກແຮງງານລາວ ທີ່ກັບມາຈາກປະເທດເພື່ອນບ້ານ ໂດຍຖືກຕ້ອງຕາມກົດໝາຍ ເຊິ່ງຖືວ່າ ເປັນກໍລະນີນຳເຂົ້າ.

ທ່ານດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກ່າວ່າ: ຂໍ້ມູນ ແລະ ປະຫວັດການເຄື່ອນໄຫວ ກໍລະນີຕິດເຊື້ອໂຄວິດ-19 ໃໝ່ 7 ຄົນ ຢູ່ນະຄອນຫລວງວຽງຈັນ ມີດັາງນີ້:

ກໍລະນີທີ1
-ເພດຍິງ ອາຍຸ 53 ປີ, ອາຊີບແມ່ເຮືອນ
-ຢູ່ບ້ານສີເກີດ ເມືອງນາຊາຍທອງ ແມ່ຜູ້ຕິດເຊື້ອວັນທີ 27 ມິຖຸນາ
– ວັນທີ17 ມິຖຸນາ ໄປຊື້ນົມຢູ່ຮ້ານ J-mart ແລະ ໄປຊື້ເຄື່ອນຢູ່ຕະຫລາດຂົວດິນ
– ມີອາການໄຂ້ ກິນຢາໃສ່ແຕ່ບໍ່ດີຂຶ້ນ

ກໍລະນີທີ 2
-ເພດຊາຍ ອາຍຸ 3 ປີ
-ຢູ່ບ້ານສີເກີດ ເມືອງນາຊາຍທອງ ລູກຂອງຜູ້ຕິດເຊື້ອວັນທີ 27 ມິຖຸນາ
-ບໍ່ມີອາການສະແດງ
-ໄປບ້ານໂພນເງິນ ເມືອງໂພນໂຮງ ກັບແມ່

ກໍລະນີທີ3
-ເພດຍິງ ອາຍຸ 19 ປີ ອາຊີບນັກສຶກສາ
-ຢູ່ບ້ານສີເກີດ ນາຊາຍທອງ ຫລານສາວຂອງຜູ້ຕິດເຊື້ອວັນທີ 27 ມິຖຸນາ
-ມີອາການໄຂ້ ຊື້ຢາມາກິນເອງ
-ໄປເຮັດບົດຢູ່ເຮືອນອາຈານ ບ້ານດອນກອຍ ເມືອງໄຊເສດຖາ ພ້ອມຫມູ່ສອງຄົນ

ກໍລະນີທີ 4
-ເພດຍິງ ອາຍຸ 7 ປີ, ອາຊີບນັກຮຽນ
– ຢູ່ບ້ານສີເກີດ ເມືອງນາຊາຍທອງ
-ຫລານສາວຂອງຜູ້ຕິດເຊື້ອ ວັນທີ 27 ມິຖຸນາ
-ວັນທີ 26 ມິຖຸນາ ໄປບ້ານຫົວຊ້າງ ເມືອງນາຊາຍທອງ

ກໍລະນີທີ 5
-ເພດຍິງ ອາຍຸ 38 ປີ, ອາຊີບປະຊາຊົນ
-ຢູ່ບ້ານໂນນສະອາດ ເມືອງໄຊທານີ
-ວັນທີ 23 ມິຖຸນາ ກິນເຂົ້າຊຸມແຊວກັບຄອບຄົວມີ 8 ຄົນ
-ວັນທີ 24 ມິຖຸນາ ໄປຕະຫລາດໂນນສະອາດ
-ເວລາ 8-8:30ໂມງວັນທີ 26 ມິຖຸນາ ໄປຕະຫລາດດົງຫມາກຄາຍ,
ເວລາ 14-16 ໂມງ ໄປຕຳຢູ່ທາງເຂົ້າວັດທ່າງ່ອນ ນໍາໝູ່ອີກ 4 ຄົນ

ກໍລະນີທີ6
-ເພດຊາຍ ອາຍຸ 67 ປີ
-ຢູ່ບ້ານໂນນສະອາດ ເມືອງໄຊທານີ
-ແຕ່ບໍ່ມີອາການຫຍັງ
-ວັນທີ 25 ມິຖຸນາ ໄປສັກຢາ ແລະ ໃສ່ເລືອດຢູ່ຄລີນິກຫລັກ4

ກໍລະນີທີ7
-ເພດຊາຍ ອາຍຸ 7 ປີ ອາຊີບນັກຮຽນ
-ຢູ່ບ້ານໂນນສະອາດ ເມືອງໄຊທານີ
-ບໍ່ມີອາການຫຍັງ