Dolberg ຍິງ 2 ປະຕູພາ ດານມາກ ດັບຝັນ ເວລ 4-0 ເຂົ້າຮອບ 8 ທີມສຸດທ້າຍເປັນທີມທໍາອິດໃນຢູໂຣ

785
Denmark's Kasper Dolberg, center, celebrates his goal with his teammates during the Euro 2020 soccer championship round of 16 match between Wales and Denmark, at Johan Cruyff Arena in Amsterdam, Netherlands, Saturday, June 26, 2021. (Koen van Weel, Pool via AP)

ການແຂ່ງຂັນບານເຕະ ຢູໂຣ 2020 ຮອບ 16 ທີມສຸດທ້າຍ ນັດທໍາອິດລະຫວ່າງ ທີມຊາດເວລ ພົບກັບ ດານມາກ ເປີດສາກຂຶ້ນໃນເວລາ 23:00 ໂມງຂອງວັນທີ 26 ມິຖຸນາ 2021 ທີ່ສະໜາມ Johan Cruyff Arena ເມືອງອໍາສະເຕີດໍາ ປະເທດໂຮນລັງ.

ຜ່ານການແຂ່ງຂັນປາກົດວ່າ: 15 ນາທີທໍາອິດ ທີມຊາດເວລ ເຮັດໄດ້ດີກວ່າ ແລະ ໄດ້ໂອກາດຍິງຕໍ່ເນື່ອງ ໂດຍສະເພາະ ແກເຣັດ ເວລ ໄດ້ໂອກາດຍິງ 2 ຄັ້ງແຕ່ຍັງບໍ່ເປັນປະຕູ, ແຕ່ຫຼັງຈາກນັ້ນເປັນໄປຕາມຄາດໝາຍ ເມື່ອ ດານມາກ ກັບມາຄອງເກມໄດ້ດີກວ່າຫຼາຍພໍສົມຄວນ, ສ່ວນ ເວລ ອາໄສໂຕ້ກັບ.

ຫຼັງຈາກ ດານມາກ ບຸກຢູ່ຝ່າຍດຽວດົນພໍສົມຄວນ ຈົນເຖິງນາທີໆ 27 Kasper Dolberg ຍິງປະຕູໄດ້ຢ່າງເໜືອຊັ້ນ ນອກເສັ້ນ 18 ຍິງບານໂຄ້ງເຂົ້າປະຕູໄປຢ່າງສວຍງາມ ເຮັດໃຫ້ ດານມາກ ຂຶ້ນນໍາ 1-0 ກ່ອນຈົບເຄິ່ງເວລາທໍາອິດ.

ສ່ວນເຄິ່ງເວລາທີ 2 ເລີ່ມເກມພຽງ 3 ນາທີໆ ດານມາກ ໜີຫ່າງເປັນ 2-0 ຈາກຈັງຫວະໂຕກັບແລະ ເປີດບານເຂົ້າເຂດໂທດ ຖືກກອງຫຼັງຂອງ ເວລ ສະກັດບໍ່ດີມາເຂົ້າທາງຂອງ Dolberg ຍິງເຂົ້າໄປຢ່າງສວຍງາມ ແລະ ເປັນປະຕູທີ 2 ຂອງນັກເຕະຄົນດັ່ງກ່າວໃນນັດນີ້ອີກດ້ວຍ, ສ່ວນໄລຍະເວລາທີເຫຼືອ ເວລ ເປີດເກມບຸກແບບບໍ່ມີຫຍັງຈະເສຍ, ແຕ່ຖືກ ດານມາກ ໂຕ້ກັບໄດ້ 2 ປະຕູລວດໃນນາທີໆ 89 ຈາກການຍິງຂອງ Joakim Maehle ແລະ ໄລຍະຕໍ່ເວລາພິເສດຈາກການຍິງຂອງ Martin Braithwaite ຈົບເກມ ດານມາກ ເອົາຊະນະໄປ 4-0 ຜ່ານເຂົ້າຮອບ 8 ທີມສຸດທ້າຍເປັນທີມທໍາອິດ
ສໍາລັບ ດານມາກ ຈະເຂົ້າຮອບ 8 ທີມສຸດທ້າຍທີ່ຈະແຂ່ງຂັນໃນວັນທີ 3 ກໍລະກົດ 2021 ໄປລໍຖ້າພົບທີມຊະນະລະຫວ່າງ ໂຮນລັງ ພົບກັບ ສາທາລະນະລັດເຊັກ ທີ່ຈະແຂ່ງຂັນໃນວັນທີ 27 ມິຖຸນາ 2021 ເວລາ 23:00 ໂມງວ່າທີມໃດຈະໄດ້ເຂົ້າຮອບ