ຄຳມ່ວນ ປຶກສາຫາລື ການກຳນົດພື້ນທີ່ຮ່ອງຮອຍສົງຄາມທຳລາຍ ຢູ່ເມືອງບົວລະພາ ເພື່ອພັດທະນາເປັນແຫຼ່ງທ່ອງທ່ຽວ

278

ວັນທີ 23 ມິຖຸນາ 2021 ທີ່ເມືອງບົວລະພາ ແຂວງຄໍາມ່ວນ ໄດ້ເປີດກອງປະຊຸມປຶກສາຫາລື ເພື່ອກຳນົດເອົາເຂດພື້ນທີ່ຂອງຮ່ອງຮອຍສົງຄາມທຳລາຍ (ຮ່ອງຮອຍລະເບີດ ໃນສະໄໝສົງຄາມ) ຢູ່ເມືອງບົວລະພາ ເພື່ອພັດທະນາເປັນແຫຼ່ງທ່ອງທ່ຽວທາງປະຫວັດສາດ ໂດຍການເປັນປະທານຂອງທ່ານ ປອ. ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງຄຳມ່ວນ, ມີບັນດາພະແນກການກ່ຽວຂ້ອງຂັ້ນແຂວງ ພ້ອມດ້ວຍອຳນາດການປົກຄອງເມືອງບົວລະພາ ແລະ ຂະແໜງ ການຕ່າງໆຂັ້ນເມືອງເຂົ້າຮ່ວມ.


ທ່ານ ບຸນກວ້າງ ແກ້ວບຸນຍົງ ເຈົ້າເມືອງບົວລະພາ ໄດ້ລາຍງານຫຍໍ້ກ່ຽວກັບສະພາບຈຸດພິເສດຂອງເມືອງຕໍ່ກອງປະຊຸມ ພ້ອມດຽວກັນ ທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຄຳມ່ວນ ກໍ່ໄດ້ຜ່ານກ່ຽວກັບຈຸດປະສົງ, ຄາດໝາຍ ແລະ ຄວາມສຳຄັນຂອງການອະນຸລັກຮັກສາຮ່ອງຮອຍສົງຄາມທຳລາຍໄວ້ ລວມເຖິງແຜນການເຄື່ອນໄຫວເບື້ອງຕົ້ນ ໃນການກຳນົດຂອບເຂດເພື່ອປັກຫຼັກໝາຍ.

ຮ່ອງຮອຍສົງຄາມທຳລາຍ ຢູ່ເມືອງບົວລະພາ ແມ່ນມີຄວາມໂດດເດັ່ນທາງດ້ານປະຫວັດສາດ ມີທິວທັດທີ່ສວຍງາມ, ໃນບໍລິເວນອ້ອມຂ້າງແມ່ນມີພູຜາສູງຊັນຫຼາຍຮູບຫຼາຍສີສັນ, ມີສາຍນ້ຳ, ຫາດຊາຍ ແລະ ມີແກ້ງນ້ຳໄຫຼຕະຫຼອດປີ, ໃນຈຸດທີ່ເປັນຮ່ອງຮອຍຂອງສົງຄາມທຳລາຍແມ່ນມີວັງນ້ຳ ແລະ ມີປ່າໄມ້ທີ່ເກີດຂຶ້ນໃໝ່ຢັ່ງຢາຍຢູ່ອ້ອມຂ້າງທີ່ມີຄວາມສວຍງາມ ແລະ ມີຄວາມ ເໝາະສົມທີ່ຈະພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວ ເພື່ອດຶງດູດໃຫ້ນັກທ່ອງທ່ຽວເຂົ້າມາແຂວງຄຳມ່ວນ ໃຫ້ຫຼາຍຂຶ້ນ ໂດຍສະເພາະພາຍຫຼັງທີ່ພະຍາດໂຄວິດ-19 ໄດ້ຈາງຫາຍໄປ.

ຈຸດຮ່ອງຮອຍສົງຄາມແມ່ນຕັ້ງຢູ່ລຽບຕາມເສັ້ນທາງໂຮ່ຈິມິນ (ເສັ້ນທາງຈຸດສຸມຫຼັງຄັງ ຫາ ເມືອງບົວລະພາ) ແຕ່ຈຸດ 3 ແຍກເຂົ້າບ້ານຜານົບ ຫາ ບ້ານແສນພັນ ເຊິ່ງມີຄວາມຍາວປະມານ 10 ກິໂລແມັດ. ເຊິ່ງເປົ້າໝາຍຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອຄົ້ນຄວ້າປຶກສາຫາລື ເພື່ອວາງແຜນໃນການກຳນົດຂອບເຂດຂອງຮ່ອງຮອຍປະຫວັດສາດ ເພື່ອສະເໜີອອກໃບຕາດິນທີ່ຂຶ້ນກັບການຄຸ້ມຄອງຂອງລັດ ແລະ ຂຶ້ນບັນຊີເປັນແຫຼ່ງທ່ອງທ່ຽວ ເພື່ອພັດທະນາໃຫ້ເປັນແຫຼ່ງທ່ອງທ່ຽວແຫ່ງໃໝ່ ແລະ ສ້າງໃຫ້ກາຍເປັນສະຖານທີ່ ໃນການສຶກສາ ຮຽນຮູ້ ໃຫ້ແກ່ຄົນຮຸ້ນສືບທອດ ກ່ຽວກັບປະຫວັດສາດຂອງຮ່ອງຮອຍ ສົງຄາມ ແລະ ເພື່ອເປັນການປູກຈິດສຳນຶກ ໃຫ້ຄົນຮຸ້ນຫຼັງ ໄດ້ສືບສານມູນເຊື້ອໃນການຕໍ່ສູ້ຢ່າງພິລະອາດຫານ ຂອງປວງຊົນລາວທັງຊາດ.