ຢູຟາ ປະກາດຍົກເລີກໃຊ້ກົດປະຕູທີມຢາມ ເລີ່ມລະດູການ 2021-2022

391

ສະຫະພັນບານເຕະເອີຣົບ ( ຢູຟາ ) ປະກາດຢືນຢັນຍົກເລີກກົດປະຕູທີມຢາມ ໃນການແຂ່ງຂັນສະໂມສອນຊີງແຊັມເອີຣົບຢ່າງເປັນທາງການ ເມື່ອທ້າຍອາທິດ ທີ່ຜ່ານມາ ແລະ ຈະເລີ່ມປະຕິບັດແຕ່ລະດູການ 2021-2022 ເປັນຕົ້ນໄປ.

ຢູຟາ ລະບຸວ່າ: ກົດປະຕູທີມຢາມ ຫຼ້າສະໄໝໄປແລ້ວ ຫຼັງຈາກທີ່ຜ່ານມາມີບາງນັດທີມເຈົ້າພາບຈໍາເປັນຕ້ອງປ່ຽນໄປເຕະໃນສະໜາມກາງ ເພື່ອເປັນການແກ້ໄຂສະຖານະການສະເພາະໜ້າຈາກການໄດ້ຮັບຜົນກະທົບຈາກ ໂຄວິດ-19 ເຮັດໃຫ້ກົດປະຕູທີມຢາມບໍ່ເໝາະສົມ.

ກ່ອນທີ່ ຢູຟາ ຈະຕົກລົງຍົກເລີກກົດປະຕູທີມຢາມ ດ້ວຍການປ່ຽນມາເປັນໃນເວລາທີ່ຈົບ 2 ນັດຖ້າຍັງສະເໝີກັບ ຈະຕ້ອງຕັດສິນດ້ວຍການຕໍ່ເວລາ ແລະ ຖ້າຫາກຍັງສະເໝີອີກກໍຈະໃຊ້ການດວນຈຸດໂທດຕັດສິນ.

ສໍາລັບ ກົດປະຕູທີມຢາມນໍາໃຊ້ການແຂ່ງຂັນບານເຕະຊີງແຊັມສະໂມສອນເອີຣົບ ມາຢ່າງຍາວນານເຖິງ 50 ປີ ໂດຍເລີ່ມຂຶ້ນຄັ້ງທໍາອິດໃນລາຍການ ຄັບ ວິນເນີ ຄັບ ລະດູການ 1965-1966 ເນື່ອງຈາກເວລານັ້ນເຫັນວ່າທີມທີ່ຫຼິ້ນເປັນທີມຢາມທີ່ໄດ້ປຽບເອົາແຕ່ຕັ້ງຮັບ ແລະ ບໍ່ຍອມບຸກ ຈິ່ງສ້າງກົດດັ່ງກ່າວຂຶ້ນ.