2 ໜ່ວຍພັກ ພະແນກ ຖວທ ແຂວງເຊກອງ ໄດ້ຢັ້ງຢືນເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ

362

ໜ່ວຍພັກຖະແຫຼງຂ່າວ-ສື່ມວນຊົນ ແລະໜ່າວຍພັກວັດທະນະທໍາ-ທ່ອງທ່ຽວ ທີ່ຂຶ້ນກັບຄະນະພັກຮາກຖານພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ (ຖວທ) ແຂວງເຊກອງໄດ້ຮັບໃບຢັ້ງ ຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນປະຈໍາປີ 2020 ໃນວັນທີ 25 ມິຖຸນາ 2021 ເປັນກຽດເຂົ້າຮ່ວມມອບໃບຢັ້ງຢືນໂດຍສະຫາຍ ຄໍາສອນ ກອນເຍີ ຄະນະປະຈໍາພັກແຂວງ, ຮອງເຈົ້າແຂວງເຊກອງ, ມີສະຫາຍ ບູ່ໄຊ ໄຊຍະເສນ ກໍາມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ຖວທ ແຂວງ, ບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ ແລະແຂກຖືກເຊີນເຂົ້າຮ່ວມ.


ໃນພິທີ ສະຫາຍ ສົມບູນ ສີສົມພອນ ເລຂາໜ່ວຍພັກຖະແຫຼງຂ່າວ-ສື່ມວນຊົນ ແລະສະຫາຍ ສົມພອນ ສີລາສັກ ເລຂາໜ່ວຍພັກວັດທະນະທໍາ-ທ່ອງທ່ຽວ ໄດ້ຜັດປ່ຽນກັນຂຶ້ນຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນ ແລະທິດທາງແຜນການໃນຕໍ່ໜ້າ ເຊິ່ງໄດ້ຍົກໃຫ້ເຫັນດ້ານ, ດ້ານອ່ອນ ແລະການເຄື່ອນໄຫວວຽກງານການເມືອງວ່າ: ຄະນະໜ່ວຍພັກພວກເຮົາໄດ້ຖືສໍາຄັນວຽກງານການເມືອງ ແລະໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ, ນໍາເອົາແນວ ທາງຂອງພັກ, ລະບຽບກົດໝາຍ ແລະແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ມາເຜີຍແຜ່ໃຫ້ພະນັກງານ ເພື່ອກັນເຊື່ອມຊຶມ, ກໍາແໜ້ນ ແລະຮັບຮູ້ວິທີໃນການຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ ແລະຍັງໃຫ້ຮູ້ອີກວ່າ: ວຽກຖະແຫຼງຂ່າວ-ສື່ມວນຊົນ ປະຈຸບັນທົ່ວແຂວງມີບ້ານທີ່ມີລະບົບໂທລະໂຄ່ງ 91 ບ້ານກວມເອົາ 46,19% ຂອງບ້ານທັງໝົດ, ມີສະຖານີໂທລະພາບ (ລະບົບພາກພື້ນດິນ) 1 ແຫ່ງ, ສະຖານີວິທະຍຸ 4 ແຫ່ງ, ໄດ້ປັບປຸງ ແລະພັດທະນາສື່ອອນລາຍຂອງແຂວງເປັນຕົ້ນແມ່ນເວບໄຊ໌, ເຟສບຸກ ທີ່ເປັນສືແບບໃໝ່ສາມາດເຜີຍແຜ່ຂໍ້ມູນຂ່າວສານໄດ້ຢ່າງວ່ອງໄວ ແລະກວ້າງ ຂວາງ. ວຽກວັດທະນະທໍາ-ທ່ອງທ່ຽວ ສາມາດສ້າງບ້ານວັດທະນະທໍາໄດ້ 8 ບ້ານເທົ່າກັບ 80% ຂອງແຜນການປີ ແລະສ້າງຄອບຄົວວັດທະນະທໍາໄດ້ 1.845 ຄອບຄົວເທົ່າກັບ 132% ຂອງແຜນການປີ, ພ້ອມນີ້ ກໍໄດ້ຊຸກຍູ້ການພັດທະນາສະຖານທີ່ທ່ອງທ່ຽວ ແລະໂຄສະນາການທ່ອງທ່ຽວຜ່ານສື່ຕ່າງໆ, ແຕ່ດ້ວຍເງື່ອນໄຂສະພາບການແຜ່ລະບາດຂອງພະ ຍາດໂຄວິດ-19 ເຮັດໃຫ້ຕົວເລກນັກທ່ອງທ່ຽວເຂົ້າມາທ່ຽວແຂວງເຊກອງໜ້ອຍລົງບັນລຸພຽງ 40 ພັນເທື່ອຄົນ.


ຈາກນັ້ນ ສະຫາຍ ນາງ ຂວັນໃຈ ສີສຸວົງ ຮອງຫົວໜ້າຂະແໜງກໍ່ສ້າງພັກ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ສະບັບເລກທີ 66-67 ລົງວັນທີ 17 ກຸມພາ 2021 ວ່າດ້ວຍຮັບຮອງໜ່ວຍພັກຖະແຫຼງຂ່າວ-ສື່ມວນຊົນ ແລະໜ່ວຍພັກວັດທະນະທໍາ-ທ່ອງທ່ຽວ ທີ່ຂຶ້ນກັບຄະນະພັກຮາກຖານພະແນກ ຖວທ ແຂວງເຊກອງ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນປະຈໍາປີ 2020 ແລະຮັບຮອງແຜນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມ ແຂງ ໜັກແໜ້ນປະຈໍາປີ 2021. ຕອນທ້າຍ ສະຫາຍ ຄໍາສອນ ກອນເຍີ ກໍໄດ້ມີຄໍາເຫັນໂອ້ລົມ ໂດຍຊີ້ນໍາຫຼາຍບັນຫາ ເພື່ອໃຫ້ຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກ-ພະນັກງານພະແນກ ຖວທ ນໍາໄປຜັນຂະຫຍາຍ ແລະປະຕິບັດ ແນໃສ່ເຮັດໃຫ້ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2021 ແລະວຽກງານອື່ນໆ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນມີຜົນສໍາເລັດໃໝ່ທີ່ດີຂຶ້ນກວ່າເກົ່າ.
ໃນຂະນະດຽວກັນ ຍັງໄດ້ມອບບັດແດງໃຫ້ສະມາຊິກພັກສົມບູນຈໍານວນ 9 ສະຫາຍ, ຍິງ 3 ສະຫາຍ.