ບົ່ງຕົວ ແຕ່ງຕັ້ງສະຫາຍຄຳພຸດ ອິນທະວົງ  ເປັນກຳມະການປະຈຳພັກເມືອງ ເປັນຮອງເຈົ້າເມືອງໄຊຍະບູລີ

396

ໃນຕອນເຊົ້າວັນທີ 24 ມິຖຸນາ 2021 ເມືອງໄຊຍະບູລີ ໄດ້ຈັດພິທີປະກາດການໂຍກຍ້າຍ ແລະ ປົ່ງຕົວແຕ່ງຕັ້ງ, ຄະນະປະຈຳພັກເມືອງ,ກຳມະການພັກເມືອງ, ຮອງເຈົ້າເມືອງ ແລະ ຫົວໜ້າກະສິກຳ ແລະ ປ່າໄມ້ເມືອງ ທີ່ຫ້ອງປະຊຸມຫ້ອງວ່າການເມືອງໂດຍການເປັນປະທານຂອງສະຫາຍ ດວງຕາ ໄຊວຸດ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງແນວຄິດ, ວຽກພັກພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນແຂວງ.


ໃນພິທີທ່ານ ຈັນເພັງ ແສນຄຳ ຮອງຫົວໜ້າຄະນະຈັດຕັ້ງແຂວງໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານ ເຈົ້າແຂວງໄຊຍະບູລີສະບັບເລກທີ 657/ຈຂ.ຊຍ ລົງວັນທີ 13 ພຶດສະພາ 2021 ວ່າດ້ວຍການໂຍກຍ້າຍພະນັກງານໄປຮັບໜ້າທີ່ໃໝ່, ອີງຕາມ ກົດໝາຍວ່າດ້ວຍການປົກຄອງທ້ອງຖີ່ນ(ສະບັບປັບປຸງ) ສະບັບເລກທີ 68/ສພຊ ລົງວັນທີ 14 ທັນວາ 2015 ພາກທີ III ໜວດທີ4 ມາດຕາ 20 ວ່າດ້ວຍສິດ ແລະ ໜ້າທີ່ຂອງເຈົ້າແຂວງ ເຈົ້າຄອງນະຄອນ.

ເຈົ້າແຂວງໄຊຍະບູລີຕົກລົງໂຍກຍ້າຍທ່ານ ສອນສະຫວັນ ຈັນທະວົງ ກຳມະການປະຈຳພັກເມືອງ ຮອງເຈົ້າເມືອງໄຊຍະບູລີໄປຮັບໜ້າທີ່ໃໝ່ຢູ່ພະແນກອຸດສາຫະກຳ ແລະ ການຄ້າແຂວງໄຊຍະບູລີ, ໂຍກຍ້າຍທ່ານ ຄໍາພອນ ສີງງາມ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງໄປຮັບໜ້າທີ່ໃໝ່ຢູ່ພະແນກກະສິກຳ ແລະ ປ່າໄມ້ແຂວງ, ໂຍກຍ້າຍທ່ານ ຄໍາພຸດ ອິນທະວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການເມືອງໄຊຍະບູລີ, ໂຍກຍ້າຍທ່ານ ສົມພັນ ແພງສີດາ ຫົວໜ້າຂະແໜງຄຸ້ມຄອງທີ່ດິນ ແລະ ພັດທະນາກະສິກຳ ພະແນກກະສິກຳ ແລະ ປ່າໄມ້ແຂວງ ໄປຮັບໜ້າທີ່ ໃໝ່ຢູ່ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ.


ຈາກນັ້ນໃນພິທີກໍໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງເລກທີ 212/ຄພຂ ລົງວັນທີ 18 ມິຖຸນາ 2021 ວ່າດ້ວຍການອານຸມັດປົ່ງຕົວແຕ່ງຕັ້ງກໍາມະການປະຈໍາພັກເມືອງ, ຄະນະປະຈໍາພັກແຂວງໄຊຍະບູລີຕົກລົງອະນຸມັດບົ່ງຕົວ ແຕ່ງຕັ້ງສະຫາຍຄຳພຸດອິນທະວົງ ອະດີດຄະນະພັກຮາກຖານ, ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງໄຊຍະບູລີ ເປັນກຳມະການປະຈຳພັກເມືອງ ເປັນຮອງເຈົ້າເມືອງໄຊຍະບູລີ; ອະນຸມັດບົ່ງຕົວແຕ່ງຕັ້ງສະຫາຍ ພັນໂທ ພອນສະຫວັດ ພະໄຊສົມບັດ ເລຂາໜ່ວຍພັກ ຫົວໜ້າກອງບັນຊາການ ປກສ ເມືອງ ຂຶ້ນເປັນກຳມະການພັກເມືອງ ເມືອງໄຊຍະບູລີ; ອະນຸມັດແຕ່ງຕັ້ງສະຫາຍ ສົມພັນ ແພງສີດາ ເປັນກຳມະການພັກເມືອງ ເປັນຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ.

ຂ່າວ-ພາບ: ສົມພົງ ສີສະຫວັດ