ສານປະຊາຊົນ ແຂວງເຊກອງ ເປີດບັ້ນດໍາເນີນຊີວິດການເມືອງທ້າຍສະໄໝ.

245

ກອງປະຊຸມບັ້ນດໍາເນີນຊີວິດການເມືອງທ້າຍສະໄໝຂອງສານປະຊາຊົນ (ສປຊ) ແຂວງເຊກອງ, ໄດ້ໄຂຂື້ນໃນຕອນເຊົ້າວັນທີ 24 ມິຖຸນາ 2021 ໂດຍການເປັນປະທານຂອງສະຫາຍ ສົມຈິດ ວໍລະວົງ ກໍາມະການພັກແຂວງ, ເລຂາໜ່ວຍພັກສານປະຊາຊົນ (ສປຊ) ແຂວງເຊກອງ, ມີຮອງເລຂາພັກ, ສະມາຊິກພັກສົມບູນ-ສໍາຮອງ ແລະຕ່າງໜ້າຈາກພະແນກການ, ຫ້ອງການອ້ອມຂ້າງແຂວງທີ່ກ່ຽວຂ້ອງເຂົ້າຮ່ວມ.


ໂອກາດນີ້; ສະຫາຍ ສົມຈິດ ວໍລະວົງ ກໍໄດ້ຂື້ນກ່າວເປີດກອງປະຊຸມຢ່າງເປັນທາງການ, ພ້ອມໄດ້ຜ່ານຮ່າງບົດລາຍງານການເມືອງທັງ II ພາກ, ເຊິ່ງໄດ້ຕີລາຄາສູງຕໍ່ການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ III ຂອງໜ່ວຍພັກຮາກຖານຂອງຕົນໃນໄລຍະ 5 ປີຜ່ານມາ ( 2016-2020) ເຊິ່ງໄດ້ໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມານັ້ນ (2016-2020) ຄະນະພັກກໍຄືຄະນະນໍາສານປະຊາຊົນ (ສປຊ) ແຂວງ ແລະສານປະຊາຊົນເຂດ, ແມ່ນໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາວຽກງານຢ່າງຮອບດ້ານ, ເອົາໃຈໃສ່ໃນກາສຶກສາອົບການເມືອງ-ແນວຄິດໃຫ້ແກ່ຖັນແຖວພະນັກງານສາມະຊິກພັກ ພະນັກງານລັດຖະກອນໃນຂົງເຂດຕົນຢ່າງເປັນຂະບວນກວ້າງຂວາງ ໂດຍແນໃສ່ໃຫ້ເຂົາເຈົ້າໄດ້ຮັບຮູ້ ແລະເຊື່ອມຊຶມຢ່າງເລິກເຊິ່ງກ່ຽວກັບແນວທາງແຜນນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ ແລະນໍາໃຊ້ເຂົ້າໃນຊີວິດຕົວຈິງ ແລະມີຜົນສໍາເລັດຢ່າງສູງຕໍ່ໜ້າທີ່ວຽກງານການເມືອງຂອງພັກ-ລັດໄດ້ມອບໝາຍເປັນຕົ້ນ: ດ້ານວຽກງານວິຊາສະເພາະ ແມ່ນໄດ້ເອົາໃຈໃສ່ຊຸກຍູ້, ຊີ້ນໍາ-ນໍາພາໃນການແກ້ໄຂຄະດີຕ່າງໆ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ຍຸຕິທໍາ ໂດຍຕິດພັນກັບວຽກງານສາມສ້າງ ແລະ ໄດ້ຖືເອົາວຽກງານສາມສ້າງຕິດພັນກັບການດໍາເນີນວຽກງານສາມຂັ້ນຕາມທິດຊີ້ນໍາ-ນໍາພາຂອງສານປະຊາຊົນສູງສຸດ.

ຕະຫຼອດ 5 ປີ (2016-2020) ມີຄະດີຕ່າງໆເຂົ້າມາໃຫ້ສານປະຊາຊົນແຂວງ ແລະສານປະຊາຊົນເຂດ, ເພື່ອຮັບການແກ້ໄຂມີທັງໝົດ 402 ເລື່ອງ, ແກ້ໄຂແລ້ວ 370 ເລື່ອງ, ຍັງຄັ້າງ 32 ເລື່ອງ, ໃນນັ້ນ, ສໍາລັບສານປະຊາຊົນແຂວງມີຄະດີເຂົ້າມາ 281 ເລື່ອງ, ແກ້ໄຂແລ້ວ 265 ເລື່ອງ, ຍັງຄ້າງ 16 ເລື່ອງເທົ່າກັບ 94% ແລະສານປະຊາຊົນເຂດມີຄະດີເຂົ້າມາ 121 ເລື່ອງ, ແກ້ໄຂແລ້ວ 105 ເລື່ອງ, ຍັງຄ້າງ 16 ເລື່ອງເທົ່າກັບ 86,7%, ສ່ວນບັນດາຄະດີຕ່າງໆທີ່ຍັງຄ້າງແມ່ນຈະສຶບຕໍ່ແກ້ໄຂໃຫ້ຮັບຜົນສໍາເລັດ.


ໂອກາດດຽວກັນນັ້ນ; ສະຫາຍ ນາງ ມາຍໄຊ ມູນຄໍາ ຫົວໜ້າຂະແໜງປົກປ້ອງພັກ, ໄດ້ຜ່ານມາດຖານເງືອນໄຂຂອງສະມາຊິກພັກຜູ້ສະໝັກເຂົ້າໂຄງປະກອບ ຂອງຄະນະພັກສານປະຊາຊົນ (ສປຊ) ແຂວງຊຸດໃໝ່ຮອບທີ I, ໂດຍມີຜູ້ເຂົ້າສະໝັກທັງໝົດ 15 ສະຫາຍ, ຍິງ 4 ສະຫາຍ.