ເຕືອນທັງ 12 ລາສີ ສິ່ງທີ່ຄວນລະວັງ ແຕ່ນີ້ ຫາ 30 ມິຖຸນານີ້

2475

ສະບາຍດີທ່ານຜູ້ອ່ານທີ່ຮັກແພງ ຄໍລໍາທໍານາຍດວງຊາຕາໃນມື້ນີ້ ຜູ້ຂຽນມີຄໍາເຕືອນມາບອກກ່າວທຸກທ່ານ ເຖິງສິ່ງທີ່ຕ້ອງລະມັດລະວັງຂອງຄົນທັງ 12 ລາສີ ໂດຍສະເພາະເລື່ອງສຸຂະພາບ, ໃຊ້ຊີວິດຕ້ອງມີສະຕິໃນໄລຍະນີ້ ຫາ ວັນທີ 30 ມິຖຸນານີ້.

May be an image of one or more people and indoor

ລາສີມັງກອນ ( ຜູ້ທີ່ເກີດລະຫວ່າງວັນທີ 14 ມັງກອນ ຫາ 12 ກຸມພາ ) ໃຫ້ລະວັງເລື່ອງຮ້ອນໃນທີ່ມັກຈະເປັນບາດແຜອັກເສບຕາມຊ່ອງປາກ, ເຫືອກ ແລະ ອັກເສບ ປວດບວມ.

ລາສີກຸມ ( ຜູ້ທີ່ເກີດລະ ຫວ່າງວັນທີ 13 ກຸມພາ ຫາ 13 ມີນາ ) ເປັນບັນຫາຄວາມຄຽດກັບສຸຂະພາບສາຍຕາທີ່ເບິ່ງເຫັນບໍ່ຊັດເຈນຄືເກົ່າ.

ລາສີມີນ ( ຜູ້ທີ່ເກີດລະ ຫວ່າງວັນທີ 14 ມີນາ ຫາ 12 ເມສາ ) ຜູ້ໃຫຍ່ໃນຄອບຄົວມັກມີອາການອ່ອນແອ ອ່ອນເພຍເປັນໄປຕາມໄວຂອງຜູ້ອາຍຸສູງ.

ລາສີເມກ ( ຜູ້ທີ່ເກີດລະຫວ່າງວັນທີ 13 ເມສາ ຫາ 13 ພຶດສະພາ ) ເລື່ອງການທ່ອງທ່ຽວຄວນຫຼີກເວັ້ນ ເພາະຈະນໍາໄພອັນຕະລາຍມາຮອດຕົວໄດ້.

ລາສີພຶດສົກ ( ຜູ້ທີ່ເກີດລະຫວ່າງວັນທີ 14 ພຶດສະພາ ຫາ 13 ມິຖຸນາ ) ລະວັງໂລກໄພໄຂ້ເຈັບທີ່ເກີດແບບກະທັນຫັນໃນເຂດພື້ນທີ່ບໍ່ຄຸ້ນເຄີຍຕໍ່ສະພາບຮ່າງກາຍ.

ລາສີເມຖຸນ ( ຜູ້ທີ່ເກີດລະຫວ່າງວັນທີ 14 ມິຖຸນາ ຫາ 14 ກໍລະກົດ ) ເລື່ອງຂະໜົມຫວານຍິ່ງກິນຍິ່ງເພີນ ກວດເຊັກຮ່າງກາຍແຕ່ລະຄັ້ງຄວາມຫວານມີແຕ່ຂຶ້ນ.

May be a black-and-white image of child and indoor

ລາສີກໍລະກົດ ( ຜູ້ທີ່ເກີດລະຫວ່າງວັນທີ 15 ກໍລະກົດ ຫາ 16 ສິງຫາ ) ໄດ້ພົບກັບຜູ້ມີອໍານາດ ຜ່ານໆກໍດີຢູ່ດອກ ແຕ່ເມື່ອໄດ້ເຮັດວຽກຮ່ວມແລ້ວ ເອົາປຽບກັນຫຼາຍເກີນໄປ.

ລາສີສິງ ( ຜູ້ທີ່ເກີດລະ ຫວ່າງວັນທີ 17 ສິງຫາ ຫາ 16 ກັນຍາ ) ການຢອກລໍ້ ມ່ວນຊື່ນ ແຕ່ບັງເອີນໄປສະກິດໃຈໃນສິ່ງທີ່ໝູ່ບໍ່ມັກຢ່າງແຮງ.

ລາສີກັນ ( ຜູ້ທີ່ເກີດລະ ຫວ່າງວັນທີ 17 ກັນຍາ ຫາ 16 ຕຸລາ ) ການກິນເປັນບັນຫາ ເຖິງລະບົບທ້ອງ ອາຫານເປັນພິດ ເຮັດໃຫ້ທ້ອງໄສ້ປັ່ນປ່ວນ ອຶດອັດຂັດຂ້ອງໄປໝົດ.

ລາສີຕຸນ ( ຜູ້ທີ່ເກີດລະ ຫວ່າງວັນທີ 17 ຕຸລາ ຫາ 15 ພະຈິກ ) ກວ່າຈະໄດ້ວຽກໄດ້ເງິນ ເບິ່ງຄືງ່າຍ ແຕ່ບອກເລີຍວ່າຕ້ອງອົດທົນຖ້າຈຶ່ງຈະຄວ້າໄຊຊະນະມາໄດ້.

May be an image of one or more people and indoor

ລາສີພິຈິກ ( ຜູ້ທີ່ເກີດລະຫວ່າງວັນທີ 16 ພະຈິກ ຫາ 15 ທັນວາ ) ທ່ານທີ່ສູງໄວກໍດີ ຫຼື ທ່ານທີ່ເຮັດວຽກກາງຄືນ ພັກຜ່ອນໜ້ອຍເປັນເຫດໃຫ້ມຶນຫົວເບຼີໆງົງໆ.

ລາສີທະນູ ( ຜູ້ທີ່ເກີດລະຫວ່າງວັນທີ 16 ທັນວາ ຫາ 13 ມັງກອນ ) ໃຫ້ລະວັງເລື່ອງຜິວໜັງ ບໍ່ວ່າຈະເປັນແມງໄມ້ກັດ ເປັນຜື່ນຄັນ ເກົາແຮງເປັນເຫດໃຫ້ຜິວໜັງອັກເສບ.

ທີ່ມາ: https://www.facebook.com/Horoworldfanpage