ສຸກອາພອນ ກອງໜ້າທີມຊາດລາວ ເປີດຕົວກັບຕົ້ນສັງກັດໃໝ່ ໃນໄທລີກ 2

694

ສຸກອາພອນ ວົງຈຽງຄໍາ ກອງໜ້າທີມຊາດລາວ ເຊັນສັນຍາໃໝ່ ສະໂມສອນ ອຸດອນທານີ ເອັຟຊີ ( Udonthani FC ) ໃນໄທລີກ 2 ຢ່າງເປັນທາງການເມື່ອທ້າຍອາທິດ ທີ່ຜ່ານມາ ຕາມການປະກາດຢ່າງເປັນທາງການຂອງສະໂມສອນ ອຸດອນທານີ ເອັຟຊີ.

ສະໂມສອນ ອຸດອນທານີ ເອັຟຊີ ປະກາດຜ່ານເພຈ໌ບຸກທາງການວ່າ: ຍິນດີຕ້ອນຮັບ ສຸກອາພອນ ນັກເຕະຈາກແຂວງຈໍາປາສັກ ສປປ ລາວ ເປັນນັກເຕະຊາວລາວ ແລະ ເປັນສະມາຊິກຄົນໜຶ່ງໃນທີມຊາດລາວ, ປັດຈຸບັນໄດ້ເຊັນສັນຍາເປັນນັກເຕະໃຫ້ກັບ ອຸດອນທານີ ເອັຟຊີ ເປັນທີ່ຮຽບຮ້ອຍ ພ້ອມສູ້ໃນການແຂ່ງຂັນໄທລີກ 2 ຢ່າງເຕັມທີ່.

ຂະນະທີ່ ສຸກອາພອນ ເປີດເຜີຍວ່າ: ດີໃຈທີ່ໄດ້ເປັນສ່ວນໜຶ່ງກັບທີມ ອຸດອນທານີ ເອັຟຊີ ເປົ້າໝາຍກໍຄືພາທີມປະສົບຜົນສໍາເລັດກໍຄື ພາທີມສ້າງປະຫວັດສາດເລື່ອນຂຶ້ນສູ່ລີກສູງສຸດຂອງປະເທດໄທ ໃຫ້ໄດ້, ເຊິ່ງໄດ້ຊ້ອມກັບ ອຸດອນທານີ ມາແລ້ວ 2 ອາທິດແລ້ວ ແລະ ພ້ອມລົງແຂ່ງຂັນຫາຄວາມທ້າທາຍໃໝ່.

ກ່ອນໜ້ານີ້ 2020 ສຸກອາພອນ ຫຼິ້ນໃຫ້ກັບສະໂມສອນໃໝ່ຢ່າງ ພີທີ ປະຈວບ ເອັຟຊີ ທີມອັນດັບ 9 ຂອງການແຂ່ງຂັນເຕະບານ ໄທລີກ 1 ລະດູການ 2019 ແລະ ແຊັມການແຂ່ງຂັນບານເຕະລາຍການ ໂຄໂຢຕ້າ ລີກ ຄັບ 2019 ກ່ອນທີ່ປັດຈຸບັນຈະຍ້າຍໄປຫຼິ້ນໃຫ້ກັບ ອຸດອນທານີ ເອັຟຊີ.

ສໍາລັບ ສຸກອາພອນ ວົງຈຽງຄໍາ ເກີດວັນທີ 9 ມີນາ 1992 ເປັນນັກເຕະລາວ ທີ່ມີປະສົບການໃນຕ່າງປະເທດ ໂດຍປະສົບການເຄີຍຫຼິ້ນໃຫ້ກັບ ບີອີຊີ ເທໂຣ, ກຣະບີ່ ເອັຟຊີ, ພິດສະນຸໂລກ ເອັຟຊີ, ສຣະບູລີ ເອັຟຊີ, ສີສະເກດ ເອັຟຊີ ແລະ ໄຊນາກ ຮອນບິລ, ສ່ວນຜົນງານໃນ ສປປ ລາວ ເຄີຍຫຼິ້ນໃຫ້ກັບ ເອັສຣາ ເອັຟຊີ, ນະຄອນຫຼວງວຽງຈັນ ເອັຟຊີ, ລ້ານຊ້າງ ຢູໄນເຕັດ ແລະ ນະຄອນຫຼວງ ຢູໄນເຕັດ. ຂະນະທີ່ ທີມຊາດລາວ ແມ່ນຕິດມາແຕ່ເຍົາວະຊົນ ຈົນເຖິງຊຸດໃຫຍ່.
ຮູບຈາກ: Udonthani FC official