ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຈັບມືກັບ ສະຖາບັນການເງິນນິວຄອນເຊັບ ເພື່ອສະໜອງເງິນກູ້ໃຫ້ຜູ້ຜະລິດກະສິກໍາ

2033

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ(ສຄອຊ) ເຊັນບົດບັນທຶກຄວາມເຂົ້າໃຈຮ່ວມກັບສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ນິວຄອນເຊັບ ສະໜອງເງິນກູ້ ໃຫ້ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ເປັນສະມາຊິກ ຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ສາມາດເຂົ້າຫາແຫຼ່ງທຶນສະດວກ ແລະ ງ່າຍຂຶ້ນ ບໍ່ມີຫຼັກຊັບຄ້ຳປະກັນ ເພື່ອນຳໃຊ້ເປັນທຶນໝູນວຽນຟື້ນຟູ ພັດທະນາທຸລະກິດໃຫ້ເຕີບໂຕຢ່າງໝັ້ນຄົງ.

ພິທີເຊັນສັນຍາມີຂຶ້ນວັນທີ 21 ມິຖຸນາ 2021 ທີ່ ສຄອຊ ເຂົ້າຮ່ວມຂອງທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານ ສຄອຊ, ທ່ານ ບົວວຽງ ຈໍາປາພັນ ປະທານສະພາບໍລິຫານສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກນິວຄອນເຊັບ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ບຸນເລີດ ຫຼວງປະເສີດ ໄດ້ກ່າວວ່າ: ສຄອຊ ມີຄວາມຍິນດີ ທີ່ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກນິວຄອນເຊັບ ຮ່ວມ ກັບ ສຄອຊ ເພື່ອສະໜອງເງິນກູ້ ໃຫ້ຜູ້ປະກອບການທີ່ເປັນສະມາຊິກ ສຄອຊ ໃນຂະແໜງກະສິກໍາ, ຜູ້ປະກອບການເອັສເອັມອີ ເຊິ່ງຈະເປັນໂອກາດຊຸກຍູ້ໃຫ້ຜູ້ຜະລິດ ແລະ ການບໍລິການຂະໜາດນ້ອຍ ມີໂອກາດເຂົ້າຫາແຫຼ່ງທຶນທີ່ສະດວກ, ໄວ, ຮັບປະກັນປະສິດທິພາບການຜະລິດໃຫ້ ມີການຜະລິດພາຍໃນໃຫ້ຫຼາຍຂຶ້ນເພື່ອທົດແທນການນໍາເຂົ້າ.


ທ່ານ ບົວວຽງ ຈໍາປາພັນ ກ່າວວ່າ: ພວກເຮົາໄດ້ຮັບໂອກາດໃນການຮ່ວມມືກັບ ສຄອຊ ຜ່ານມາໃນໂຄງການສົ່ງເສີມຊາວກະສິກໍາປູກຜັກບົວ ໃນ2ກຸ່ມ ໃນອັດຕາດອກເບ້ຍ 3%ຕໍ່ເດືອນເຊິ່ງມີ ຫຼາຍກວ່າ 100 ຄອບຄົວມູນຄ່າ 400 ລ້ານກີບ ເຫັນວ່າມີຜົນຕອບຮັບດີ ແລະ ຊາວກະສິກອນສາມາດດໍາເນີນກິດຈະການໄດ້ ມີການປະຕິບັດພັນທະຕ່າງໆຕາມສັນຍາ.

ສະນັ້ນ ການເຊັນສັນຍາມື້ນີ້ກໍເພື່ອຕໍ່ຍອດໂຄງການທີ່ປະສົບຜົນສໍາເລັດຜ່ານມາ ເຊິ່ງເຮົາກໍານົດອັດຕາດອກເບ້ຍ 3%ຕໍ່ເດືອນ ແລະ ຈະຫຼຸດອັດຕາດອກເບ້ຍລົງເປັນແຕ່ລະໄລຍະເພື່ອຊຸກຍູ້ສົ່ງເສີມໃຫ້ມີການຜະລິດເພີ່ມຂຶ້ນ.


ທ່ານກ່າວວ່າ ການເຊັນສັນຍາຄັ້ງນີ້ ພວກເຮົາຕັ້ງວົງເງິນໄວ້ທີ່ 10 ຕື້ກວ່າກີບ ແລະ ຈະມີການເບິ່ງຄວາມຕ້ອງການໄປແຕ່ລະໄລຍະ.