ອິຕາລີ ບໍ່ເສຍໃຫ້ກັບທີມໃດ 30 ນັດລວດວ່າເດັ່ນແລ້ວກໍຍັງບໍ່ທໍ່ການບໍ່ເສຍປະຕູຈັກໜ່ວຍເລີຍ

500
Italy's manager Roberto Mancini talks to players during a training session ahead of Friday's Euro 2020, group A soccer match against Turkey, at the Rome Olympic stadium, Thursday, June 10, 2021. (AP Photo/Andrew Medichini, Pool)

ຍອມຮັບວ່າ ທີມຊາດອິຕາລີ ພາຍໃຕ້ການນໍາທີມຂອງ ໂຣແບໂຕ ມັນຊິນີ ຜູ້ຈັດການທີມ ສົມບູນແບບເທົ່າທີ່ເຄີຍມີມາ ເຊິ່ງທີ່ຜ່ານມາ ອິຕາລີ ເດັ່ນໃນເລື່ອງເກມຮັບເປັນທີມທີ່ເສຍປະຕູໜ້ອຍທີ່ສຸດ, ແຕ່ມາເຖິງຍຸກປັດຈຸບັນ ແມ່ນສົມບູນແບບຂຶ້ນເມື່ອສາມາດຮັກສາມາດຕະຖານເກມຮັບໄວ້ໄດ້ດີ ແລະ ອັນເພີ່ມຕື່ມຄືເກມບຸກທີ່ໂດດເດັ່ນຫຼາຍເທົ່າກວ່າຍຸກ.

ສິ່ງທີ່ກ່່າວມາຂ້າງເທິງ ອິຕາລີ ຍຸກນີ້ສະແດງໃຫ້ເຫັນເຖິງຜົນງານໂດດເດັ່ນຄືລົງສະໜາມ 30 ນັດ ( ນັດອຸ່ນເຄື່ອງ 6 ນັດ ) ສາມາດຊະນະໄດ້ເຖິງ 25 ນັດ, ສະເໝີ 5 ນັດ, ຍິງໄປເຖິງ 32 ປະຕູ ແລະ ບໍ່ເສຍປະຕູຈັກໜ້ອຍ ສ້າງສະຖິຕິບໍ່ເສຍໃຫ້ກັບທີມໃດ 30 ນັດເທົ່າກັບສະຖິຕິຕະຫຼອດການທີ່ເຄີຍເຮັດໄດ້ລະຫວ່າງປີ 1935-1939.

ສໍາລັບ ຢູໂຣ 2020 ມັນຊິນີ ພາ ອິຕາລີ ເປີດຕົວໄດ້ໃຈແຟນບານທີ່ສຸດລົງສະໜາມ 3 ນັດຊະນະລວດ ແລະ ມີປະຕູເຖິງ 7 ໜ່ວຍ ດ້ວຍການເອົາຊະນະ ຕວັກກີ 3-0, ຊະນະ ສະວິດເຊີແລນ 3-0 ແລະ ຫຼ້າສຸດຊະນະ ເວລ 1-0 ເມື່ອວັນທີ 20 ມິຖຸນາ ທີ່ຜ່ານມາ ພ້ອມເຮັດໃຫ້ ອິຕາລີ ກາຍເປັນທີມທໍາອິດຊະນະ 3 ນັດລວດໃນຢູໂຣ 2020 ຜ່ານເຂົ້າຮອບ 16 ທີມສຸດທ້າຍໃນຖານະແຊັມກຸ່ມ A.

ນອກນັ້ນ, ອິຕາລີ ຍັງມີໂອກາດທໍາລາຍສະຖິຕິຊະນະ 30 ນັດຕະຫຼອດການຂອງທີມຊາດ ເພາະຈະເຂົ້າຮອບ 16 ທີມສຸດທ້າຍໃນຖານະແຊັມກຸ່ມ A ໂດຍຈະພົບກັບ ອັນດັບ 2 ຂອງກຸ່ມ C ທີ່ມີໂອກາດພົບກັບ ຣັດເຊຍ, ແຟງລັງ ແລະ ດານມາກ ເປັນທີ່ສຸດເຊິ່ງເປັນງານທີ່ບໍ່ໜັກຖ້າທຽບກັບທີມອື່ນໆ. ຢ່າງໃດກໍຕາມ ອິຕາລີ ຈະເດີນທາງໄປແຂ່ງຂັນທີ່ສະໜາມເວມບີ ສະເຕດ້ຽມ ໃນປະເທດອັງກິດ ເຊິ່ງເປັນການພິສູດນອກບ້ານ ເພາະໃນຮອບແບ່ງກຸ່ມ ອິຕາລີ ເປັນເຈົ້າພາບ.

ສໍາລັບ ອິຕາລີ ໃນຍຸກຂອງ ມັນຊິນີ ສ້າງສະຖິຕິບໍ່ເສຍໃຫ້ກັບທີມໃດ 30 ນັດແລ້ວແມ່ນເລີ່ມຕົ້ນຈາກນັດສະເໝີກັບທີມຊາດອູແກຮນ ເມື່ອເດືອນຕຸລາ 2018 ຈົນເຖິງປັດຈຸບັນ ເຊິ່ງທຽບເທົ່າກັບສະຖິຕິເດີມຂອງ ອິຕາລີ ພາຍໃຕ້ການນໍາທີມຂອງ ວິກໂຕຣິໂອ ປອຊໂຊ ທີ່ເຄີຍເຮັດເອົາໄວລະຫວ່າງວັນທີ 24 ພະຈິກ 1935 ເຖິງ 20 ກໍລະກົດ 1939 ເຊິ່ງໃນຍຸກນັ້ນ ອິຕາລີ ຄວ້າໄດ້ເຖິງ 3 ແຊັມຄື ແຊັມອິນເຕີເນຊັນນອລ ຄັບ, ຫຼຽນຄໍາ ໂອແລມປິກເກມ 1938 ແລະ ບານໂລກ 1938.

ສະຫຼຸບກຸ່ມ A ໃນຢູໂຣ 2020 ອິຕາລີ ມີ 9 ຄະແນນ ກອດຄໍ ທີມຊາດເວລ ທີ່ມີ 4 ຄະແນນເຂົ້າຮອບ 16 ທີມສຸດທ້າຍໃນຖານະແຊັມ ແລະ ຮອງແຊັມກຸ່ມຕາມລໍາດັບ, ສ່ວນ ທີມຊາດສະວິດເຊີແລນ ມີ 4 ຄະແນນເທົ່າກັບ ເວລ ແຕ່ຜົນປະຕູໄດ້ເສຍເປັນຮອງຢູ່ອັນດັບ 3 ຂອງທີມ ແຕ່ກໍມີລຸ້ນເຂົ້າຮອບໃນຖານະທີມອັນດັບ 3 ທີ່ດີທີ່ສຸດ 1 ໃນ 4 ທີມເຊິ່ງທີມທີ່ມີ 4 ຄະແນນຖືວ່າມີໂອກາດເຂົ້າຮອບສູງໃນປະຫວັດສາດລາຍການນີ້, ແຕ່ກໍຕ້ອງລຸ້ນເບິ່ງຜົນງານນັດສຸດທ້າຍຂອງກຸ່ມອື່ນໆຕໍ່ໄປ. ຂະນະທີ່ ຕວັກກີ ບໍ່ມີຈັກເຄະແນນຕົກຮອບໄປ.
ຮູບຈາກ: AP