ທັງພາກລັດ ແລະ ເອກະຊົນ ສຶບຕໍ່ຊ່ວຍມອບເຄື່ອງ ແລະ ເງິນສົດເຫຼືອຜູ້ປະສົບໄພນ້ຳຖ້ວມແຂວງ ໄຊຍະບູລີ

414

ໃນວັນທີ 18 ມິຖຸນາ 2021 ທີ່ຫ້ອງວ່າການ ແຂວງ ໄຊຍະບູລີ ຫຼາຍພາກສ່ວນຍັງສືບຕໍ່ມອບເຄື່ອງ ແລະ ເງິນສົດ ເພື່ອຊ່ວຍເຫຼືອບັນເທົາທຸກໃຫ້ຜູ້ປະສົບໄພພິບັດນໍ້າຖ້ວມຢູ່ແຂວງໄຊຍະບູລີ ເປັນຕົ້ນແມ່ນ: ນໍ້າດື່ມ, ເຂົ້າສານ, ອາຫານແຫ້ງ, ເຄື່ອງເຮືອນຄົວ, ເຄື່ອງນຸ່ງຫົ່ມ ແລະ ເງິນ ສົດ.

ໃນນັ້ນມີ: ບໍລິສັດ ບີເອັມ ກໍ່ສ້າງຂົວ-ທາງ ເຄຫາສະຖານ ແລະ ຊົນລະປະທານຈໍາກັດ, ກຸ່ມບໍລິສັດ ອ່າງທອງ ຈໍາກັດ ແຂວງ ຫຼວງພະບາງ, ໂຮງແຮມເຈືອງ 2 ນະຄອນຫຼວງ ວຽງຈັນ, ພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງ ຫຼວງພະບາງ, ບໍລິສັດ ທັນສະຫວັດ ຈາກແຂວງ ຫຼວງ ພະບາງ, ອົງການປົກຄອງ ເມືອງ ປາກລາຍ, ບໍລິສັດ ໂຊກແສງຄໍາ, ອົງການປົກຄອງເມືອງ ທົ່ງມີໄຊ, ສະມາຄົມຂົນສົ່ງໂດຍສານທາງບົກ, ບໍລິສັດ ສີປະເສີດ ກໍ່ສ້າງຂົວທາງຈໍາກັດ, ບໍລິສັດ ວິໄຣພອນ ກໍ່ສ້າງຂົວທາງ, ບໍລິສັດເຮີຍແອງ ຫວຽດນາມ.

ບໍລິສັດ ອຸທຸມພອນ ກໍ່ສ້າງຂົວທາງຈໍາກັດ, ບໍລິສັດສີຈະເລີນ ກໍ່ສ້າງຂົວທາງ, ເມືອງ ແກ່ນທ້າວ, ໂຮງງານ ນໍ້າດື່ມ ນໍ້າ 5 ແຂວງ ຫຼວງນໍ້າທາ, ສະມາຄົມຄົນຫວຽດນາມປະຈໍາແຂວງ ໄຊຍະບູລີ, ບໍລິສັດ ດວງຈັນຮຸ່ງເຮືອງ, ສະມາຄົມນັກທຸລະກິດໜຸ່ມ, ບໍລິສັດ ຈັນທະວົງ ກໍ່ສ້າງຂົວທາງ, ນັກທຸລະກິດໜຸ່ມເມືອງ ແກ່ນທ້າວ.

ບໍລິສັດ ໂຊກໄຊ ສົ່ງເສີມກະສິກໍາ ເມືອງ ແກ່ນທ້າວ, ສະຖາບັນການເງິນ ຈຸລະພາກທີ່ຮັບເງິນຝາກເອກພັດທະນາ, ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກ ສິນຊັບເມືອງເໜືອຈໍາກັດ, ທີມງານ ພ້ອມໃຈ, ບໍລິສັດ ບາລະມີ ຈາກ ປະເທດໄທ, ບໍລິສັດທີທີພາວເວີໂຕໂທ່ ຈໍາກັດ ແລະ ບໍລິສັດ ທີທີ ພາວເວີ 45 ຈໍາກັດ  ລວມມູນຄ່າທັງໝົດ 398,12 ລ້ານກວ່າກີບ.

ຕາງໜ້າຮັບໂດຍແມ່ນ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ, ປະທານຄະນະຄຸ້ມຄອງໄພພິບັດຂັ້ນແຂວງ ພ້ອມຄະນະ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ