ແພດໝໍ ລາວ ຕ້ອງພຽບພ້ອມດ້ວຍຄຸນສົມບັດ ສິນທໍາປະຕິວັັດ, ຈັນຍາທໍາວິຊາຊີບ(ເນື່ອງໃນ ວັນແພດລາວ 18 ມີຖຸນາ ຄົບຮອບ 56 ປີ

887

ໜ່ວຍງານແພດໝໍ ແມ່ນເປັນໜ່ວຍງານທີ່ມີຄວາມສຳຄັນຕໍ່ຄວາມໝັ້ນຄົງດ້ານສຸຂະພາບຂອງພໍ່ແມ່ປະຊາຊົນລາວ ອັນເປັນພື້ນຖານສຳຄັນທີ່ຈະຕໍ່ການພັດທະນາເສດຖະກິດສັງຄົມຂອງຊາດ, ດັ່ງນັ້ນເນື່ອງໃນໂອກາດ ວັນແພດລາວ ຄົບຮອບ 56 ປີ (18 ມີຖຸນາ 1965-18 ມິຖຸນາ 2021) ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງ ສາທາລະນະສຸກ ໄດ້ມີຄຳກ່ຽວກັບປະຫວັດຄວາມເປັນມາຂອງວັນແພດລາວ ກ່ອນຈະເຕີບໃຫຍ່ຂະຫຍາຍຕົວມາເຖິງທຸກວັນນີ້.

ທ່ານ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງ ສາທາລະນະສຸກ ໄດ້ມີຄຳເຫັນວ່າ: ວັນແພດລາວໄດ້ກໍາເນີດຂຶ້ນຜ່ານຂະບວນວິວັດແຫ່ງການເຕີບໃຫຍ່ຂອງການແພດລາວ ໃນແຕ່ລະສະໄໝ ແຕ່ດຶກດໍາບັນ ແລະ ຕິດພັນ ກັບການຕໍ່ສູ້ກູ້ຊາດແຕ່ລະໄລຍະດັ່ງນີ້; ໃນປີ 1963 ສະໜາມຮົບຕໍ່ສູ້ກູ້ຊາດຕ້ານພວກລ່າເມືອງຂຶ້ນແບບໃໝ່ໄດ້ເປີດກວ້າງອອກທົ່ວປະເທດ, ເຂດປົດປ່ອຍກໍ່ນັບມື້ນັບຂະຫຍາຍ ຕົວ ແພດໝໍພວກເຮົາໄລຍະນັ້ນ ແມ່ນນອນຢູ່ໃນການຈັດຕັ້ງຂອງເສນາຮັກ ແລະ ໄດ້ເຮັດໜ້າທີ່ຂອງຕົນ ໃນການຮັກສາ ແລະ ປິ່ນປົວພະຍາດ ແລະ ບາດແຜ່ ສົງຄາມໃຫ້ແກ່ພະນັກງານນັກຮົບ ແລະ ປະຊາຊົນຢ່າງບໍ່ຮູ້ອິດຮູ້ເມື່ອຍ. ຕໍ່ມາສູນກາງພັກໄດ້ມີນະໂຍບາຍ “ສ້າງເຂດປົດປ່ອຍໃຫ້ເປັນລັດໜຶ່ງ” ວັນທີ 18 ມີຖຸນາ 1965 ສູນກາງພັກ ແລະ ແນວລາວຮັກຊາດຈຶ່ງໄດ້ຕົກລົງ ແຍກຂະແໜງການສາທາລະນະສຸກອອກເປັນສອງການຈັດຕັ້ງຄື: ເສນາຮັກເພື່ອຮັບໃຊ້ກອງທັບ ແລະ ສາທາລະນະສຸກສູນກາງເພື່ອຮັບໃຊ້ພົນລະເຮືອນ. ທ່ານ ປະທານໄກສອນ ຜູ້ນໍາທີ່ແສນເຄົາລົບຮັກ ໄດ້ກ່າວໃນ ຕອນທ້າຍກອງປະຊຸມ ສາທາລະນະສຸກທົ່ວປະເທດ ຄັ້ງທີ II ວັນທີ 11 ມີນາ 1965, ເພິ່ນໄດ້ກ່າວວ່າ: “ຈະສະເໜີຄະນະເລຂາທິການສູນກາງພັກ ແລະ ສະພາລັດຖະມົນຕີ ເລືອກເອົາມື້ໃດມື້ໜຶ່ງທີ່ມີຄວາມໝາຍປະຫວັດສາດ ເປັນວັນແພດລາວ”.ຈາກແນວຄິດຊີ້ນໍາຂອງປະທານໄກສອນ ພົມວິຫານ ແລະ ເຫດຜົນທີ່ໄດ້ກ່າວມາຂ້າງເທິງນັ້ນ ກະຊວງສາທາລະນະສຸກໄດ້ນໍາສະເໜີລັດຖະບານ ແລະ ສະພາແຫ່ງຊາດ ຊຸດທີ VII ແລະ ໄດ້ຮັບການເຫັນດີໃຫ້ບັນຈຸເຂົ້າໃນກົດໝາຍປິ່ນປົວ ສະບັບປັບປຸງ ເລກທີ 58/ສພຊ, ລົງວັນທີ 24 ທັນວາ 2014, ໝວດ 10 ມາດຕາ 76 ໄດ້ກໍານົດ ເອົາ ວັນທີ 18 ມີຖຸນາ ເປັນວັນແພດລາວ.


ທ່ານກ່າວຕື່ມວ່າ: ວັນແພດລາວ ແມ່ນວັນໜຶ່ງທີ່ເປັນປະຫວັດສາດອັນລໍ້າຄ່າ ຂອງຂະແໜງການສາທາລະນະສຸກ ເປັນວັນສ້າງຂະບວນການກິດຈະກໍາຕ່າງໆ ເພື່ອລະນຶກເຖິງຜົນງານ ແລະ ຍ້ອງຍໍສັນລະເສີນຄຸນງາມ ຄວາມດີ ຂອງແພດລາວໃນສະໄໝຕໍ່ສູ້ກູ້ຊາດ ກໍ່ຄືສະໄໝປົກປັກຮັກສາ ແລະ ສ້າງສາປະເທດຊາດ. ການສະເຫຼີມ ສະຫຼອງວັນແພດລາວ 18 ມີຖຸນາ ຍັງເປັນການປຸກຈິດສໍານຶກ ໃຫ້ແກ່ພະນັກງານແພດໝໍ ພະຍາບານ ພະນັກງານສາທາລະນະສຸກລາວ ຮູ້ສືບທອດຮໍ່າຮຽນເອົາແບບຢ່າງອັນດີງາມຂອງແພດໝໍ ແລະ ພະນັກງານສາທາລະນະສຸກຮຸ້ນກ່ອນ, ອອກແຮງຝຶກຝົນຫຼໍ່ຫຼອມສ້າງຕົນເອງໃຫ້ພຽບພ້ອມ ໄປດ້ວຍຄຸນສົມບັດ ສິນທໍາປະຕິວັັດ, ຈັນຍາທໍາວິຊາຊີບ ແລະ ຄວາມຊໍານານງານດ້ານວິຊາສະເພາະ ເພື່ອກາຍເປັນແພດແຫ່ງຊາດ ແລະ ແພດປະຊາຊົນ ຢ່າງສົມກຽດສັກສີ ເປັນນັກຮົບເສື້ອຂາວປະຕິວັດຂອງພັກ. ຄະນະພັກ ຄະນະນໍາກະຊວງສາທາລະນະສຸກພ້ອມພະນັກງານສາທາລະນະສຸກໃນທົ່ວປະເທດມີຄວາມເອກອ້າງທະນົງໃຈ, ມີຄວາມເບີກບານມ່ວນຊື່ນຕໍ່ການ ໝູນວຽນມາຂອງວັນແພດລາວ ພ້ອມດຽວກັນນີ້ ຄະນະພັກ ຄະນະນໍາສາທາລະນະສຸກພ້ອມພະນັກງານສາທາລະນະສຸກໃນທົ່ວປະເທດຂໍສະແດງຄວາມຮູ້ບຸນຄຸນຕໍ່ຜູ້ນໍາພັກລັດລຸ້ນກ່ອນ ແລະ ລຸ້ນປະຈຸບັນທີ່ໄດ້ໃຫ້ການສຶກສາອົບຮົມພະນັກງານແພດໝໍພ້ອມທັງຊີ້ທິດເຍືອງທາງໃນການພັດທະນາວຽກງານສາທາລະນະສຸກ ນັບແຕ່ມື້ ສ້າງຕັ້ງ ສາທາລະນະສຸກສູນກາງ ໃນວັນທີ 18 ມີຖຸນາ 1965 ມາເຖິງປະຈຸບັນ.


ທ່ານໃຫ້ຮູ້ຕື່ມວ່າ: ໃນປີນີ້ ພວກເຮົາມີແຜນແຈ້ງໃຫ້ແຕ່ລະພາກສ່ວນ ນັບແຕ່ສູນກາງຮອດແຂວງ ແລະ ນະຄອນນະຄອນຫຼວງ ໃຫ້ມີການເຄື່ອນໄຫວວຽກດັ່ງນີ້: 1: ໃຫ້ຈັດຕັ້ງການໂຮມຊຸມນຸມເຜີຍແຜ່; ສະເຫຼີມສະຫຼອງວັນແພດລາວໃຫ້ເປັນຂະບວນການຟົດຟື້ນ ແລະ ຈັດ ສໍາພາດຄວາມຮູ້ສຶກຂອງແພດຜູ້ອາວຸໂສ, ພະນັກງານຫຼັກແຫຼ່ງ, ຊ່ຽວຊານ, ບຸກຄົນ, ວຽກດີຄົນເດັ່ນ ແລະ ພະນັກງານບໍານານ ຕໍ່ວັນແພດລາວ ຜ່ານບັນດາສື່ມວນຊົນ; 2: ໃຫ້ຈັດກິດຈະກໍາຕ່າງໆທີ່ເໝາະສົມ ເຊັ່ນ: ກວດສຸຂະພາບໃຫ້ຜູ້ສູງອາຍຸໂດຍບໍ່ເສຍຄ່າ, ສ້າງຂະບວນການທໍາລາຍແຫຼ່ງເພາະພັນຍຸງລາຍ ແລະ ອະນາໄມສາມສະອາດ, ກອງປະຊຸມວິຊາການ ແລະ ອື່ນໆ; 3: ໃຫ້ຕິດຄໍາຂວັນ, ປ້າຍໂຄສະນາ ຢູ່ສໍານັກງານ ແລະ ສະຖານທີ່ບໍລິການສາທາລະນະສຸກ ນັບແຕ່ວັນທີ 15 ມີຖຸນາ 2021 ເປັນຕົ້ນໄປ; ສໍາລັບເນື້ອໃນຄໍາຂວັນ ແລະ ປ້າຍໂຄສະນາມີຄື: ຊົມເຊີຍວັນແພດລາວທີ 18 ມີຖຸນາ ຢ່າງສຸດໃຈ, ສູ້ຊົນປະຕິບັດຈັນຍາບັນ ຈັນຍາທໍາຂອງແພດໃຫ້ປະກົດຜົນເປັນຈິງ; 4: ໃຫ້ສົມທົບອໍານາດການປົກຄອງແຕ່ລະຂັ້ນ ໃນການປະສານງານ ແລະ ຈັດຕັ້ງປະຕິບັດສະເຫຼີມ ສະຫຼອງວັນແພດລາວ ໃຫ້ມີເນື້ອໃນ ແລະ ຄວາມໝາຍ, ມີການນໍາໃຊ້ງົບປະມານແບບປະຢັດມັດທະຍັດ; 5: ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19, ຄໍາສັ່ງ ແລະ ແຈ້ງການ ຂອງນາຍົກລັດຖະມົນຕີ ແລະ ຂອງຄະນະສະເພາະກິດຢ່າງເຂັ້ມງວດ.