ອູແກຣນ ບຽດຊະນະ ນອດ ມາຊິໂດເນຍ 2-1 ມີລຸ້ນເຂົ້າຮອບ16 ທີມສຸດທ້າຍຕໍ່ໄປ

584
Ukraine's Roman Yaremchuk, centre, is congratulated by teammates after scoring his team's second goal during the Euro 2020 soccer championship group C match between Ukraine and North Macedonia at the National Arena stadium in Bucharest, Romania, Thursday, June 17, 2021. (AP Photo/Robert Ghement, Pool)

ການແຂ່ງຂັນບານເຕະ ຢູໂຣ 2020 ປະຈໍາວັນທີ 17 ມິຖຸນາ 2021 ຄູ່ທໍາອິດລະຫວ່າງ ທີມຊາດອູແຣນ ພົບກັບ ນອດ ມາຊິໂດເນຍ ໂດຍທັງສອງທີມລົງສະໜາມນັດທໍາອິດເສຍທັງຄູ່ ນັດນີ້ຕ້ອງການໄຊຊະນະ ເພື່ອລຸ້ນເຂົ້າຮອບ.

ປາກົດວ່າ ເປັນ ອູແກຣນ ທີ່ເປີດບຸກຕໍ່ເນື່ອງ ແລະ ຄອງບານໄດ້ຫຼາຍກວ່າກ່ອນຂຶ້ນນໍາ 2-0 ຈາກການຍິງຂອງ Andriy Yarmolenko ນາທີໆ 29 ແລະ Roman Yaremchuk ນາທີໆ 34 ຈົບເຄິ່ງເວລາທໍາອິດ ອູແກຣນ ນໍາຫ່າງ 2-0.

ສ່ວນເຄິ່ງເວລາທີ 2 ມາຊິໂດເນຍ ແກ້ເກມໄດ້ດີ ແລະ ຕໍ່ເກມໄດ້ຕໍ່ເນື່ອງ ກ່ອນມາໄດ້ປະຕູໄລ່ເປັນ 1-2 ຈາກຈັງຫວະຍິງຈຸດໂທດ Ezgjan Alioski ຍິງຖືກຜູ້ຮັກສາປະຕູ ອູແກຣນ ປັດບໍ່ດີມາເຂົ້າທາງຕົນເອງ ຊໍ້າເຂົ້າໄປໃນນາທີໆ 56

ຈົນເຖິງໄລຍະທ້າຍເກມ ອູແກຣນ ກັບມາຄອງເກມໄດ້ ກ່ອນໄດ້ຈຸດໂທດແຕ່ Ruslan Malinovskyi ຍິງບໍ່ເຂົ້າຖືກຜູ້ຮັກສາປະຕູຂອງ ນອດ ມາຊິໂດເນຍ ປ້ອງກັນໄວ້ໄດ້,​ສ່ວນໄລຍະເວລາທີ່ເຫຼືອ ນອດ ມາຊີໂດເນຍ ພະຍາມບຸກ ແຕ່ຈັງຫວະຈົບບໍ່ດີພໍເປັນປະຕູ ຈົບເກມ ອູແກຣນ ເອົາຊະນະໄປ 2-1.

ເຮັດໃຫ້ ອູແກຣນ ເກັບ 3 ຄະແນນຈາກ 2 ນັດຍັງມີລຸ້ນເຂົ້າຮອບ 16 ທີມສຸດທ້າຍ ໂດຍນັດສຸດທ້າຍຮອບແບ່ງກຸ່ມຈະໄປຕັດສິນກັບ ໂອຕຣິດ ໃນວັນທີ 21 ມິຖຸນາ 2021, ເຊິ່ງ ໂອຕຣິດ ກັບ ໂຮນລັງ ຈະລົງແຂ່ງຂັນເປັນຄູ່ຕໍ່ໄປມື້ນີ້ເວລາ 23:00 ໂມງ ເຊິ່ງທັງສອງທີມມີ 3 ຄະແນນເທົ່າກັບ ຈາກໄຊຊະນະນັດທໍາອິດ.