ແຫຼ່ງທ່ອງທ່ຽວ ອ່າງນໍ້າງື່ມ ຈະໄດ້ຮັບການພັດທະນາ ດ້ານພື້ນຖານໂຄງລ່າງ ເພື່ອຄວາມສະດວກແກ່ນັກທ່ອງທ່ຽວໄວໆນີ້

2803

ກອງປະຊຸມປຶກສາຫາລືວຽກງານກ່ອນການລົງມືກໍ່ສ້າງຕົວຈິງ ລະຫວ່າງ ບໍລິສັດຮັບເໝົາກໍ່ສ້າງ ແລະ ພາກ ສ່ວນກ່ຽວຂ້ອງຕ່າງໆ ສຳລັບໂຄງການກໍ່ສ້າງເສັ້ນທາງ ແລະ ສິ່ງອານວຍຄວາມສະດວກໃຫ້ແກ່ ການທ່ອງທ່ຽວ ເຂດໜ້າເຂື່ອນນໍ້າງື່ມ1 ແຂວງວຽງຈັນໄດ້ຈັດຂຶ້ນໃນວັນທີ 16 ມິຖຸນາ 2021 ນີ້ ຢູ່ທີ່ລ່ອງງຶ່ມວິວຣີສອດ ເມືອງແກ້ວອຸດົມ ແຂວງວຽງ ຈັນ. ເປັນກຽດເຂົ້າຮ່ວມຂອງທ່ານ ຄຳພັນ ສິດທິຄຳພາ ເຈົ້າແຂວງໆວຽງຈັນ, ມີຕາງໜ້າຈາກກະຊວງ ຖວທ, ບັນດາພາກສ່ວນກ່ຽວຂ້ອງຈາກຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ ແລະຂັ້ນບ້ານເຂົ້າຮ່ວມ.


ທ່ານ ສູນ ມະນີວົງ ຫົວໜ້າໂຄງການກໍ່ສ້າງເສັ້ນທາງ ແລະ ສິ່ງ ອຳນວຍຄວາມສະດວກໃຫ້ແກ່ການທ່ອງທ່ຽວເຂດໜ້າເຂື່ອນນໍ້າງື່ມ1 ຂັ້ນສູນກາງ ໄດ້ລາຍງານຕໍ່ກອງປະຊຸມວ່າ: ໂຄງການນີ້ປະກອບມີ: ວຽກກໍ່ສ້າງເສັ້ນທາງປູເບຕົງເຂົ້າຫາອ່າງນ້ຳງື່ມ ລວງຍາວ 6,3 ກິໂລແມັດ ກວ້າງ 6 ແມັດ, ຄວາມໜາ 17,5 ຊັງຕີແມັດ ລວມທັງລະບົບລະບາຍນ້ຳ ແລະ ວຽກກໍ່ສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ການທ່ອງທ່ຽວລວມມີ: ວຽກກໍ່ສ້າງບ່ອນຈອດລົດ, ວຽກປັບປຸງທ່າຈອດເຮືອ, ວຽກປັບປຸງທາງຍ່າງ, ວຽກກໍ່ສ້າງຮ້ານຂາຍເຄື່ອງ,ວຽກກໍ່ສ້າງຫໍຊົມວິວທີ່ອ່າງນ້ຳງື່ມ,ວຽກກໍ່ສ້າງ ຂຸມເກັບຂີ້ເຫຍື້ອພ້ອມຕອບສະໜອງຖັງເກັບຂີ້ເຫຍື້ອ ແລະ ອ່າງບຳ ບັດນ້ຳເປື້ອນ, ວຽກກໍ່ສ້າງ ແລະ ຕິດຕັ້ງອ່າງນ້ຳປະປາ ແລະ ວຽກຕິດຕັ້ງ ໄຟຟ້າ.


ສັນຍາກໍ່ສ້າງວຽກດັ່ງກ່າວ ໄດ້ເຊັນກັນໃນວັນທີ 26 ເມສາ 2021 ຜ່ານມາ ລະຫວ່າງກະຊວງຖະແຫລງຂ່າວ, ວັດທະນາທຳ ແລະ ທ່ອງທ່ຽວ (ເຈົ້າຂອງໂຄງການ) ແລະ ບໍລິສັດ ຄໍາຟອງ ກຣຸບ ຈຳກັດຜູ້ດຽວ (ຜູ້ຮັບເໝົາກໍ່ສ້າງ) ໃນມູນຄ່າ 4.669.000 ໂດລາສະຫາລັດ ລວມທັງພາສີອາກອນ ແລະ ເງິນແຮສຸກເສີນ ໂດຍເປັນທຶນຊ່ວຍເຫຼືອລ້າ ຈາກທະນາຄານພັດທະນາອາຊີຫຼື (ADB). ມາຮອດທ້າຍເດືອນ ເມສາ 2021 ວຽກກໍ່ສ້າງ ຍັງບໍ່ທັນໄດ້ລົງມືຈັດຕັ້ງປະຕິບັດເທື່ອ ແລະ ຈະໄດ້ລົງມືກໍ່ສ້າງໃນ ເດືອນມິຖຸນາ 2021 ນີ້ ແລະ ຈະໃຫ້ສຳເລັດພາຍໃນເດືອນມິຖຸນາ 2023. ໂດຍມີກຳນົດການກໍ່ສ້າງເປັນເວລາ 2 ປີ.


ຂະນະທີ່ທ່ານເຈົ້າແຂວງວຽງຈັນ ໄດ້ເນັ້ນໜັກໃຫ້ອຳນາດການປົກຄອງ ເມືອງແກ້ວອຸດົມ, ປະຊາຊົນທີ່ອາໄສຢູ່ ບໍລິເວນໜ້າອ່າງນ້ຳງື່ມ1 ພື້ນທີ່ ຂອງໂຄງການນີ້ ຕ້ອງສືບຕໍ່ໃຫ້ການສະໜັບສະໜຸນ ອຳນວຍຄວາມສະ ດວກ.ໃຫ້ການຮ່ວມມືຕໍ່ການຈັດຕັ້ງປະຕິບັດບັນດາໜ້າວຽກ ໄດ້ໄປຕາມ ແຜນການຂອງໂຄງການທີ່ວາງໄວ້ ເພຶ່ອພ້ອມກັນພັດທະນາ ແຫຼ່ງ ທ່ອງທ່ຽວອ່າງນຳ້ງື່ມ 1 ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະ ອາດສວຍງາມ, ຮັກສາໄດ້ສິ່ງແວດລ້ວມ ແລະ ເປັນຈຸດໝາຍປາຍທາງຂອງ ການທ່ອງທ່ຽວ ທີ່ສາມາດດຶງດູດນັກທ່ອງທ່ຽວ ເຂົ້າມາທ່ອງທ່ຽວອ່າງນ້ຳງື່ມ 1 ນັບມື້ນັບຫຼາຍຂຶ້ນ, ຄະນະຮັບຜິດຊອບໂຄງການຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ຕ້ອງໄດ້ລົງສືບຕໍ່ຈັດຕັ້ງປະຕິບັດ ບັນດາໜ້າວຽກທີ່ ຫຍັງຄົງຄ້າງໃຫ້ສຳເລັດຕາມແຜນການທີ່ວາງໄວ້, ຕໍ່ກັບ ບໍລິສັດ ຜູ້ຮັບເໝົ່າກໍ່ສ້າງໂຄງການນີ້ ໃຫ້ເອົາໃຈໃສ່ປະຕິບັດໜ້າວຽກ ຂອງຕົນຕາມແຜນທີ່ກໍ່ສ້າງຂອງໂຄງການທີ່ກຳນົດໄວ້ ພ້ອມຮັບປະກັນທາງດ້ານຄຸນນະພາບ.

ພາຍຫລັງສຳເລັດການກໍ່ສ້າງໂຄງ ການ ຈະໄດ້ມີການມອບ-ຮັບໂຄງການໄປຕາມແຜນການຂອງຜູ້ໃຫ້ທຶນ ສະໜັບສະໜູນ ຄາດວາຈະມອບໃຫ້ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຄຸ້ມຄອງ ແລະ ປົກປັກຮັກສາ ຊັບສົມບັດຂອງ ໂຄງການ ກໍ່ຄືຊັບສົມບັດຂອງລັດ ເພື່່ອໃຫ້ຊັບສົມບັດດັ່ງກ່າວ ສາມາດນຳໃຊ້ໄດ້ຢ່າງມີປະສິດທິພາບ ໄວ້ໃຫ້ຍືນຍາວ ແລະ ກໍ່ໃຫ້ເກີດປະໂຫຍດທາງດ້ານເສດຖະກິດ ຕໍ່ປະຊາຊົນໃນຕໍ່ໜ້າ.