ເຈົ້າເມືອງເມືອງນອງລົງຊຸກຍູ້ຄອບຄົວຕົວແບບ ປູກໝາກມ່ວງຫິມະພານ

566

ທ່ານ ລຳແກ້ວ ແສງໜູທອງ ເຈົ້າເມືອງເມືອງນອງພ້ອມຄະນະໄດ້ລົງຊຸກຍູ້ ແລະ ຕິດຕາມເບິ່ງຕົວຈິງຂອງການປູກຕົ້ນໝາກມ່ວງຫິມມະພານຂອງຄອບຄົວ ທ້າວ ອາພອຍ ບ້ານທ່າເທ ເມືອງນອງ ແຂວງສະຫວັນນະເຂດ ເມື່ອວັນທີ 16 ມິຖຸນາຜ່ານມາ.


ຄອບຄົວຂອງ ທ້າວ ອາພອຍ ແມ່ນຄອບຄົວໜຶ່ງທີ່ຫັນມາຜະລິດກະສິກຳປູກພືດ ເປັນສິນຄ້າ; ຄອບຄົວດັ່ງກ່າວນີ້ມີທັງໝົດ 9 ຄົນ ແຮງງານຕົ້ນຕໍ 5 ຄົນ, ສຳລັບການປູກຕົ້ນໝາກມ່ວງຫິມະພານແມ່ນໄດ້ເລີ່ມຕົ້ນປູກແຕ່ປີ 2015 ເຊິ່ງປູກໃນເນື້ອທີ່ 3 ເຮັກຕາ ມາຮອດ ປີ 2020 ກໍສາມາດນຳເອົາຜົນຜະລິດຂາຍໄດ້ທັງໝົດ 5 ລ້ານກີບ ສະເລ່ຍກິໂລລະ 5.000 ກີບຕົກມາຮອດປີ 2021 ນີ້ເລີ່ມແຕ່ເດືອນພຶດສະພາກໍສາມາດເກັບຜົນຜະລິດໄດ້ຈົນຮອດເດືອນກໍລະກົດ.ສຳລັບປີນີ້ແມ່ນຂາຍໄດ້ 3 ລ້ານກີບ ລາຄາກິໂລໜຶ່ງ 10.000 ກີບ.


ການປູກໃນເບື້ອງຕົ້ນຍັງບໍ່ຖືກກັບເຕັກນິກເທົ່າທີ່ຄວນເພາະປູກໃນໄລຍະ 4X4 ແມັດເຮັດໃຫ້ຜົນຜະລິດບໍ່ສູງ ຕາມເຕັກນິກແລ້ວແມ່ນ 8X8 ແມັດຈະໄດ້ຮັບຜົນດີ ສະເລ່ຍແມ່ນຕົ້ນໜຶ່ງປະມານ 25 ກິໂລກຣາມຕໍ່ປີ, ສຳລັບການຈຳໜ່າຍຍັງພົບກັບຄວາມຫຍຸ້ງຍາກເພາະຍັງບໍ່ມີຕະຫຼາດຮອງຮັບຢ່າງເປັນລະບົບເທື່ອ.


ນອກຈາກປູກຕົ້ນໝາກມ່ວງຫິມະພານແລ້ວຍັງໄດ້ປູກຕົ້ນຢາງໂບງມີ 8 ເຮັກຕາ, ຢາງພາລາ 4,5 ເຮັກຕາ, ມີນາ 1 ເຮັກຕາ, ຝາຍກັ້ນນໍ້າເພື່ອລ້ຽງປາຫຼົດ 1 ແຫ່ງ ແລະ ລ້ຽງງົວ 27 ໂຕ.


ສຳລັບໃນແຜນຕໍ່ໜ້າ ທ້າວ ອາພອຍ ກໍຈະໄດ້ຂະຫຍາຍປູກໝາກມ່ວງຫິມະພານອອກຕື່ມອີກ, ພ້ອມປູກພືດທາດແປ້ງຊະນິດຕ່າງໆ. ທັງນີ້ກໍເພື່ອເຮັດໃຫ້ຄອບຄົວມີລາຍຮັບເພີ່ມຂຶ້ນໃນແຕ່ລະປີ