ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ສະຫຼຸບວຽກງານ ຄຸ້ມຄອງລາຄາສິນຄ້າ, ຄ່າບໍລິການ ແລະ ວຽກງານກວດກາການຄ້າ ແລະ ວາງທິດທາງແຜນການ 5 ປີຕໍ່ຫນ້າ

435

ກອງປະຊຸມ ສະຫຼຸບວຽກງານ ຄຸ້ມຄອງລາຄາສິນຄ້າ, ຄ່າບໍລິການ ແລະ ວຽກງານກວດກາ ການຄ້າ ໃນໄລຍະ 3 ປີຜ່ານ (2018 -2020) ແລະ ທິດທາງແຜນການ 5 ປີຕໍ່ຫນ້າ (2021 -2025) ຈັດຂຶ້ນໃນວັນທີ 14 ມິຖຸນາ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມເປັນກຽດຂອງ ທ່ານ ອ່ອນແກ້ວ ອຸ່ນອາລົມ ຮອງເຈົ້າແຂວງອຸດົມໄຊ.


ໃນກອງປະຊຸມ ໄດ້ຮັບຟັງການສະຫຼຸບລາຍງານ ວຽກງານຄຸ້ມຄອງ ລາຄາສິນຄ້າ, ຄ່າບໍລິການ ແລະ ວຽກງານກວດກາການຄ້າ ໃນໄລຍະຜ່ານມາ ໃນນັ້ນ ວຽກງານ ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໄດ້ມີການເຄື່ອນໄຫວຢ່າງຕັ້ງຫນ້າຕາມ ພາລະ, ບົດບາດ, ສິດ, ຫນ້າທີ່ຂອງຕົນ ຕາມ 8 ປະເພດ 23 ລາຍການ ຄື: ປະເພດ: ນ້ຳມັນເຊື້ອໄຟ, ເຂົ້າ, ຊີ້ນ, ປາ, ເຫຼັກ, ສີມັງ, ອາຍແກັສຫຸງຕົ້ມ ແລະ ປະເພດໄກ່ປອກ.

ສ່ວນ 23 ລາຍການ ມີ: ຄ່າໄຟຟ້າ, ແນວພັນ, ຝຸ່ນວິທະຍາສາດ, ຝຸ່ນຊີວະພາບ, ຢາປາບສັດຕູພືດ, ລູກໄກ່, ລຸກປາ, ອາຫານເປັດ-ໄກ່, ອາຫານປາ ແລະ ອາຫານຫມູ, ຄ່າໂທລະສັບແຕ່ລະປະເພດ, ຄ່ານ້ຳປະປາ, ຄ່າຂົນສົ່ງໂດຍສານ, ຄ່າບໍລິການປີ້ເຮືອບິນ ແລະ ອື່ນໆ.


ສ່ວນວຽກງານກວດກາການຄ້າ ກໍໄດ້ເອົາໃຈໃສ່ລົງ ຕິດຕາມ, ກວດກາ ໂດຍສະເພາະແມ່ນ ສິນຄ້າຫມົດອາຍຸ ຕາມທ້ອງຕະຫລາດ, ຫ້າງຮ້ານ ທົ່ວເທດສະບານແຂວງ ແລະ ບັນດາເມືອງ ເຊິ່ງພົບເຫັນສິນຄ້າຫມົດອາຍຸ, ສິນຄ້າປອມແປງ ແລະ ສິນຄ້າເກືອດຫ້າມຈຳນວນຫນຶ່ງ ເປັນຕົ້ນແມ່ນ ເຄື່ອງດື່ມປະເພດ: ນົມ, ນ້ຳອັດລົມ ແລະ ນ້ຳຫມາກໄຫມ້, ແກ່ນຕາເວັນ, ແກ່ນຫມາກອຶ, ຫມີ່, ຄະນໍ, ແປ້ງນົວ, ຢາຊະຫົວ, ແຟັບ, ຢາສູບ ແລະ ປະເພດເຂົ້າຫນົມ, ຈານດາວທຽມ, ເຄື່ອງຫາປາ ແລະ ອື່ນໆ ລວມມູນຄ່າເກືອບ 8 ຮ້ອຍລ້ານກີບ ເຊິ່ງສິນຄ້າດັ່ງກ່າວ ເຈົ້າຫນ້າທີ່ ໄດ້ມີການຈັດພິທີທຳລາຍຖິ້ມເປັນທີ່ຮຽບຮ້ອຍແລ້ວ.


ນອກນັ້ນ ກອງປະຊຸມຍັງຜ່ານທິດທາງແຜນການທີ່ຈະສືບຕໍ່ເຄື່ອນໄຫວໃນໄລຍະ 5 ປີຕໍ່ຫນ້າ (2021-2025) ໂດຍລວມແລ້ວ ແມ່ນເນັ້ນໃສ່ດ້ານການເມືອງແນວຄິດຂອງພະນັກງານ, ການຈັດຕັ້ງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດບັນດານິຕິກຳຕ່າງໆ, ການປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ຂັ້ນແຂວງ ແລະ ເມືອງ, ເອົາໃຈໃສ່ຕໍ່ການປະຕິບັດຫນ້າທີ່, ການກຳນົດເປົ້າຫມາຍສິນຄ້າທີ່ຈະຄຸ້ມຄອງລາຄາ ແລະ ຄ່າບໍລິການ ແລະ ກຳນົດເປົ້າຫມາຍທີ່ຈະລົງເຄື່ອນໄຫວໃນການກວດກາສິນຄ້າ, ການຈັດຊຸດອົບຮົມໃຫ້ວິຊາການ ແລະ ການລົງຊຸກຍູ້ ຢູ່ບັນດາເມືອງ.

ກອງປະຊຸມຍັງໄດ້ຜ່ານຂໍ້ຕົກລົງຂອງກະຊວງອຸດສາຫະກຳ ແລະ ການຄ້າ ວ່າດ້ວຍການແຕ່ງຕັ້ງ ພະນັກງານກວດກາການຄ້າຂອງແຂວງອຸດົມໄຊ ແລະ ຂໍ້ຕົກລົງຂອງເຈົ້າແຂວງອຸດົມໄຊ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ ວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຕື່ມອີກ.

ຂ່າວ: ຄານມະນີ ຮຽນດໍຈັນ