ອິຕາລີ ຍຸກໃໝ່ຊະນະ 10 ນັດລວດຍິງ 34 ປະຕູບໍ່ເສຍປະຕູ ຫຼ້າສຸດເຂົ້າຮອບຢູໂຣ ເປັນທີມທໍາອິດ

497
Italy's Manuel Locatelli, left, scores his side's second goal during the Euro 2020 soccer championship group A match between Italy and Switzerland at the Rome Olympic stadium, Wednesday, June 16, 2021. (AP Photo/Riccardo Antimiani, Pool)

ຍຸກໃໝ່ຂອງ ທີມຊາດອິຕາລີ ສ້າງຜົນງານໂດດເດັ່ນເຊິ່ງມາຮອດຈຸດນີ້ກາຍເປັນເຕັງແຊັມສົມບູນແບບຫຼ້າສຸດ ຖະຫຼົ່ມ ສະວິດເຊີແລນ ໄປຂາດລອຍ 3-0 ໃນການແຂ່ງຂັນບານເຕະ ຢູໂຣ 2020 ເມື່ອວັນທີ 17 ມິຖຸນາ 2021 ເວລາ 2:00 ໂມງຕາມເວລາໃນບ້ານເຮົາ ໂດຍ ເອລ ໂລຄາເຕລລີ ຍິງຄົນດຽວ 2 ປະຕູ ແລະ 1 ປະຕູຈາກ ຊິໂຣ ອິມໂບບິເລ.

.

ຈາກຜົນດັ່ງກ່າວເຮັດໃຫ້ ອິຕາລີ ລົງສະໜາມ 2 ນັດຊະນະລວດມີ 6 ຄະແນນ ຍິງປະຕູໄປ 6 ໜ່ວຍ ແລະ ຍັງບໍ່ເສຍຈັກປະຕູຢຶດທີມນໍາກຸ່ມ A ກະລັງຕີເຂົ້າຮອບ 16 ທີມສຸດທ້າຍ ໃນຢູໂຣ 2020ເປັນທີ່ແນ່ນອນແລ້ວ ເນື່ອງຈາກທີມອັນດັບ 2 ຢ່າງ ທີມຊາດເວລ ມີ 4 ຄະແນນ, ອັນດັບ 3 ສະວິດເຊີແລນ ມີ 1 ຄະແນນ ແລະ ຕວັກກີ ບໍ່ມີຈັກຄະແນນ ເຫຼືອການແຂ່ງຂັນຮອບແບ່ງກຸ່ມພຽງ 1 ນັດ.

.

ນອກນັ້ນ, ທີມຊາດອິຕາລີ ຊຸດນີ້ພາຍໃຕ້ກາຍເປັນນໍາທີມຂອງ ໂຣແບໂຕ ມັນຊິນີ ຜູ້ຈັດການທີມ ຍັງໄດ້ຮັບສາຍາວ່າເປັນ ອິຕາລີ ຍຸກໃໝ່ ເນື່ອງຈາກມີເກມບຸກໆທີ່ຜິດຫູຜິດຕາກັບທີມຫຼາຍໆຊຸດທີ່ຜ່ານມາ ເພາະລົງແຂ່ງຂັນ 34 ນດໃນຍຸກຂອງ ມັນຊິມີ ສາມາດຊະນະ 25 ນັດ, ສະເໝີ 7 ນັດ ແລະ ເສຍພຽງ 2 ນັດ ທີ່ສໍາຄັນຄືຍິງໄປເຖິງ 85 ປະຕູ ແລະ ເສຍປະຕູພຽງ 14 ປະຕູ ເຊິ່ງໃນນັ້ນແມ່ນ ຊະນະ 10 ນັດລວດ ໂດຍນັດທີ່ບໍ່ເສຍປະຕູໃຫ້ຄູ່ແຂ່ງເລີຍ ແລະ ຍິງໄປເຖິງ 31 ປະຕູ.

.

ກາຍເປັນ ອິຕາລີ ຍຸກໃໝ່ໄປເລີຍ ເພາະກ່ອນໜ້ານີ້ ອິຕາລີ ບໍ່ເຄີຍຊະນະຄູ່ແຂ່ງຫຼາຍກວ່າ 2 ປະຕູໃນປະຫວັດສາດຂອງການແຂ່ງຂັນ ຢູໂຣ ແຕ່ປີນີ້ຊະນະຄູ່ແຂ່ງໄປແລ້ວ 2 ນັດຕິດຕໍ່ກັນເກີນ 2 ປະຕູຄື: ຊະນະ ຕວັກກີ 3-0 ແລະ ຊະນະ ສະວິດເຊີແລນ 3-0. ພ້ອມນັ້ນ, ອິຕາລີ ຍັງມີສະຖິຕິບໍ່ເສຍ 29 ນັດຫຼັງສຸດ ໃນນັ້ນບໍ່ເສຍປະຕູເລີຍ 22 ນັດ ແລະ ຍິງຄູ່ແຂ່ງໄປເຖິງ 80 ປະຕູ.