ສູນພັດທະນາສີມືແຮງງານ ນະຄອນຫຼວງວຽງຈັນ ແລະ ສູນພັດທະນາສີມືແຮງງານແຂວງ ອັດຕະປື ໄດ້ເຄື່ອງຈັກ ເຄື່ອງມື ແລະ ອຸປະກອນການເຝິກ

559

ພິທີມອບ-ຮັບ ເຄື່ອງຈັກ ເຄື່ອງມື ແລະ ອຸປະກອນການເຝິກ ໃຫ້ສູນພັດທະນາສີມືແຮງງານ ນະຄອນຫຼວງວຽງຈັນ ແລະ ສູນພັດທະນາສີມືແຮງງານແຂວງ ອັດຕະປື ຈັດຂຶ້ນວັນທີ 10 ມິຖຸນາ 2021 ທີ່່ສູນພັດທະນາສີມືແຮງງານ ນະຄອນຫຼວງວຽງຈັນ ຕາງໜ້າຮ່ວມລົງນາມມອບຂອງທ່ານ ຄຳຄູນ ຄູນທະວົງ ອຳນວຍການ ບໍລິສັດຄູນທະວົງລາວ ກໍ່ສ້າງຄົບວົງຈອນ ຈຳກັດ ແລະ ຮັບແມ່ນທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ມີທ່ານ ປະເດີນພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຫົວໜ້າກົມ ຮອງຫົວໜ້າພະແນກ ແລະ ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ນາງ ອານຸສອນ ຄຳສິງສະຫວັດ ກ່າວວ່າ: ເຄື່ອງຈັກ ເຄື່ອງມື ແລະ ອຸປະກອນຮັບໃຊ້ການເຝິກຈາກ ບໍລິສັດ ຄູນທະວົງລາວ ກໍ່ສ້າງຄົບວົງຈອນ ຈຳກັດ ໃນນາມບໍລິສັດທີ່ຮັບຜິດຊອບ ການຈັດຕັ້ງປະຕິບັດໂຄງການ ຈັດຊື້ເຄື່ອງຈັກ ເຄື່ອງມື ແລະ ອຸປະກອນການເຝິກ ຂອງສູນພັດທະນາສີມືແຮງງານນະຄອນຫຼວງວຽງຈັນວຽງຈັນ ແລະ ສູນພັດທະນາສີມືແຮງງານ ແຂວງ ອັດຕະປື ເຊິ່ງໄດ້ເລີ່ມ ຈັດຕັ້ງປະຕິບັດແຕ່ວັນທີ 1-10 ມີຖຸນາ 2021. ໄດ້ສຳເລັດຕາມສັນຍາການຈັດຊື້ ປະກອບມີ 7 ຂະແໜງຊ່າງ ລາຍການຄື: ຂະແໜງຊ່າງໄຟຟ້າໃນອາຄານ 33 ລາຍການ ຂະແໜງປຸງແຕ່ງອາຫານ ແລະ ການໂຮງແຮມ 45 ລາຍການ ຂະແໜງຊ່າງຕັດຫຍິບ 7 ລາຍການ ຂະແໜງຊ່າງສ້ອມແປງລົດຈັກ 4 ລາຍການ ຂະແໜງຊ່າງໄອທີ 7 ລາຍການ ເຄື່ອງຮັບໃຊ້ຫ້ອງການບໍລິຫານ 2 ລາຍການ ລວມທັງໝົດ 98 ລາຍການ ມູນຄ່າ 869.500.000 ກີບ.


ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດໄປຕາມຈຸດປະສົງ ແລະ ເປົ້າໝາຍຂອງໂຄງການ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈຶ່ງໄດ້ມອບໃຫ້ ສູນພັດທະນາສີມືແຮງງານນະຄອນຫຼວງວຽງຈັນ ແລະ ສູນພັດທະນາສີມືແຮງງານ ແຂວງອັດຕະປື ນຳໃຊ້ ຄຸ້ມຄອງ ແລະ ປົກປັກຮັກສາ ເພື່ອນຳໃຊ້ຕາມພາລະບົດບາດຂອງຕົນ.

(ຂ່າວສານ ຮສສ)